Saturday, May 18, 2024
Homeຂ່າວໜ້າໜຶ່ງແຂວງຄຳມ່ວນ ສະເຫລີມສະຫລອງ 3 ວັນສຳຄັນ

ແຂວງຄຳມ່ວນ ສະເຫລີມສະຫລອງ 3 ວັນສຳຄັນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີສະເຫລີມສະຫລອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນວັນທີ 1 ມີຖຸນາ 2023 ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກໍາມາທິການເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ແຂວງ ພ້ອມດ້ວຍພະແນກການ, ບໍລິສັດ,ນັກທຸລະກິດ ຕະຫລອດຮອດພໍ່ແມ່ຜູ້ປົກຄອງ ແລະ ຫລານນ້ອຍເຍົາວະຊົນອ້ອມຂ້າງແຂວງເຂົ້າຮ່ວມ.

ພາຍໃນງານໄດ້ມີຫລາຍກິດຈະກຳ ເປັນຕົ້ນແມ່ນກິດຈະກຳປູກຕົ້ນໄມ້, ການແຂ່ງຂັນແຕ້ມຮູບ, ແຂ່ງຂັນຂຽນງາມ, ການສະແດງສິລະປະຂອງນ້ອງນັກຮຽນຈາກໂຮງຮຽນຕ່າງໆ, ຖາມ-ຕອບ ຄວາມຮູ້ດ້ານວິທະຍາສາດ ແລະ ມອບຂອງຂວັນລາງວັນ ໃນການແຂ່ງຂັນແຕ່ລະລາຍການ ພ້ອມທັງທ່ຽວຊົມບູດ (ກວດແຂ້ວ) ເພື່ອສ້າງໃຫ້ມີບັນຍາກາດຄຶກຄື້ນເຕັມໄປດ້ວຍເນື້ອໃນຄວາມໝາຍ ຄວາມສໍາຄັນ, ທັງເປັນການເປີດໂອກາດໃຫ້ເດັກໄດ້ມີສ່ວນຮ່ວມ ແລະ ສະແດງຄວາມສາມາດຂອງຕົນ.

ນອກຈາກນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມ ວິດີໂອ ສານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ວັນເດັກນ້ອຍສາກົນ, ຮັບຟັງການຜ່ານປະຫວັດຄວາມເປັນມາຂອງ 3 ວັນດັ່ງກ່າວ, ເຊິ່ງວັນເດັກນ້ອຍສາກົນ ແມ່ນເຫດການພິເສດໜຶ່ງທີ່ມີ ຄວາມໝາຍ ແນໃສ່ບັນລຸໃຫ້ໄດ້ຈຸດປະສົງ ທັງປົກປ້ອງ ແລະ ສັນລະເສີນເດັກໃນທົ່ວໂລກ, ຍ້ອນເຫັນໄດ້ຄວາມສຳຄັນຂອງເດັກ ທີ່ເປັນໜໍ່ແໜງແຫ່ງຊີວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ມີການສະເຫລີມສະຫລອງວັນເດັກນ້ອຍສາກົນ ຕາມເງື່ອນໄຂຕົວຈິງຂອງປະເທດຕົນ.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນຕໍ່ພິທີວ່າ: ພັກ ແລະ ລັດຖະບານຍາມໃດກໍເອົາໃຈໃສ່ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງວັນດັ່ງກ່າວ ເພາະເດັກເປັນອະນາຄົດຂອງຊາດ, ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນສະຕາຕໍ່ປະເທດຊາດ ກໍຄືຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກ ຂອງປະຊາຊົນ, ຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ. ວັນທີ 1 ມິຖຸນາ ຂອງທຸກໆປີ ພວກເຮົາ ພ້ອມກັບບັນດາປະຊາຊາດໃນທົ່ວໂລກ ໄດ້ຈັດພິທີສະເຫລີມສະຫລອງວັນເດັກສາກົນ ຢ່າງຟົດຟື້ນ ເພື່ອຈຸດປະສົງ ໃນການສັນລະເສີນ ແລະ ປົກປ້ອງເດັກ ລວມທັງຢຸດຕິການໃຊ້ຄວາມຮຸນແຮງທຸກຮູບແບບ ລວມທັງເດັກ ລູກຫລານເຮົາໃນ ສປປ ລາວ ກໍຄືພາຍໃນແຂວງຄໍາມ່ວນ, ພວກເຮົາໃຫ້ຄວາມສຳຄັນ ໃນການປົກປ້ອງ ແລະ ພັດທະນາເດັກ, ແກ້ໄຂຄວາມທຸກຍາກຂອງເດັກໃນທຸກມິຕິ, ການແກ້ໄຂ ບັນຫາສິ່ງຫຍໍ້ທໍ້ທີ່ຕິດພັນກ່ຽວກັບເດັກ ເພື່ອສ້າງຄວາມໜັກແໜ້ນໃຫ້ເດັກໃນອານາຄົດ ທັງເປັນການທົບທວນຄືນ ບັນດາຂີດໝາຍຕ່າງໆ ໃນລະດັບຊາດ ແລະ ສາກົນ ກ່ຽວກັບບັນດາເປົ້າໝາຍການພັດທະນາແບບຍືນຍົງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດ ແລະ ແຜນດຳເນີນງານ ວຽກແມ່ ແລະ ເດັກ 2021-2025 ແລະ ພັນທະສາກົນໃນວຽກສິດທິເດັກ, ເພື່ອກຳນົດທິດທາງ ໃນການພັດທະນາປະເທດຊາດ ແລະ ຊັບພະຍາກອນມະນຸດ ໂດຍສຸມໃສ່ການພັດທະນາເດັກ ທີ່ເປັນໜໍ່ແໜງຂອງປະເທດຊາດ ເພື່ອສ້າງໃຫ້ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອານາຄົດ.

ທ່ານເຈົ້າແຂວງຄໍາມ່ວນ ຍັງໄດ້ຽກຮ້ອງມາຍັງອົງການຈັດຕັ້ງຂອງພັກ-ລັດ, ຂະແໜງການກ່ຽວຂ້ອງ ແລະ ທົ່ວປວງຊົນ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເພີ່ມທະວີ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກໍາລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ເອົາໃຈໃສ່ໂຄສະນາເຜີຍແຜ່ຢຸດຕິການຕັດໄມ້ທໍາລາຍປ່າ, ຫັນມາປູກຕົ້ນໄມ້ ເພື່ອເປັນຮົ່ມ, ເພື່ອຄວາມສວຍງາມ ແລະ ເພື່ອສ້າງເສດຖະກິດ, ບັນຫາສໍາຄັນປູກແລ້ວຕ້ອງປົກປັກຮັກສາເບິ່ງແຍງ ໃຫ້ມັນເຕີບໃຫຍ່, ສ້າງພື້ນທີ່ປອກຫລ້ອນ ໃຫ້ກາຍເປັນສີຂຽວ. ເປັນແບບຢ່າງໃນການປົກປັກຮັກສາສິ່ງແວດລ້ອມ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ຫລຸດຜ່ອນການນໍາໃຊ້ຖົງຢາງພາສຕິກ ເພື່ອຫລຸດຜ່ອນມົນລະພິດ ເພື່ອສ້າງໃຫ້ສະພາບແວດລ້ອມ ແລະ ສິ່ງມີຊິວິດໃຫ້ມີຄວາມຍືນຍົງ.

ໃນໂອກາດດຽວກັນ, ບໍລິສັດ ຊີໂນອາກຣີໂປຕາສ ຈໍາກັດ ໄດ້ປະກອບສ່ວນ 30 ລ້ານກີບ, ບໍລິສັດລາວຄາຍຢວນຂຸດຄົ້ນບໍ່ແຮ່ຈໍາກັດ 20 ລ້ານກີບ ແລະ ພາກສ່ວນອື່ນໆ ອີກຈໍານວນໜຶ່ງ ຕາງໜ້າຮັບໂດຍ ທ່ານແກ້ວອຸດອນ ບຸດສິງຂອນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments