Home ຂ່າວໜ້າໜຶ່ງ ຄະນະມິດຕະພາບລັດຖະສະພາ ລາວ-ສ ເກົາຫຼີ ຢ້ຽມຢາມ ສ ເກົາຫຼີ

ຄະນະມິດຕະພາບລັດຖະສະພາ ລາວ-ສ ເກົາຫຼີ ຢ້ຽມຢາມ ສ ເກົາຫຼີ

0

ຄະນະມິດຕະພາບລັດຖະສະພາ ລາວ – ສ ເກົາຫຼີ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາ ລາວ-ສ ເກົາຫຼີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ ເກົາຫຼີ ເມື່ອບໍ່ດົນມານີ້.

ການຢ້ຽມຢາມຄັ້ງນີ້, ຄະນະມິດຕະພາບລັດຖະສະພາລາວ – ສ ເກົາຫຼີ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Chung Woo Taik ຮອງປະທານສະພາແຫ່ງຊາດ ແຫ່ງ ສ ເກົາຫຼີ, ໃນໂອກາດດັ່ງກ່າວ ຮອງປະທານສະພາ ສ ເກົາຫຼີ ໄດ້ສະແດງຄວາມຕ້ອນຮັບ ຄະນະມິດຕະພາບລັດຖະສະພາ ລາວ – ສ ເກົາຫຼີ ຢ່າງອົບອຸ່ນ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານ ລະຫວ່າງ ສ ເກົາຫຼີ-ລາວ ກໍຄື ລະຫວ່າງສອງສະພາແຫ່ງຊາດ ທີ່ໄດ້ມີການພົວພັນປະສານງານ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມນັ້ນ, ທັງສອງປະເທດ ກໍໄດ້ມີການຮ່ວມມືກັນຫຼາຍດ້ານ ເປັນຕົ້ນດ້ານການລົງທຶນ, ການຄ້າ, ການສຶກສາ, ການທ່ອງທ່ຽວ, ພ້ອມທັງເນັ້ນຕໍ່ຄະນະມິດຕະພາບ ລັດຖະສະພາລາວ – ສ ເກົາຫຼີ ສືບຕໍ່ສົ່ງເສີມການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິບັນຍັດໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນກວ່າເກົ່າ.

ທ່ານ ລິນຄຳ ດວງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານສະພາແຫ່ງຊາດ ສ ເກົາຫຼີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ – ສ ເກົາຫຼີ ກໍຄື ສອງອົງການນິຕິບັນຍັດ ຂອງສອງປະເທດ. ທ່ານຫົວໜ້າຄະນະຜູ້ແທນລາວ ຍັງໄດ້ກ່າວສະໜັບສະໜູນການເປັນເຈົ້າພາບງານ World Expo 2030 ທີ່ເມືອງ Busan, ໄດ້ສະແດງຄວາມຂອບໃຈ ແລະ ໄດ້ຕີລາຄາສູງ ທີ່ ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ມາໂດຍຕະຫຼອດ ພ້ອມດຽວກັນນັ້ນ, ຍັງໄດ້ແຈ້ງ ກ່ຽວກັບການກະກຽມເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ຈະຈັດຂຶ້ນ ຢູ່ ສປປ ລາວ ໃນປີ 2024 ແລະ ຫວັງຢ່າງຍິ່ງວ່າ ສະພາແຫ່ງຊາດ ສ ເກົາຫຼີ ຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມໃຫຍ່ຄັ້ງນີ້.

ການຢ້ຽວຢາມ ສ ເກົາຫຼີ ຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດພົບປະ ແລະ ເຮັດວຽກ ກັບ ທ່ານ Kim Hack Young ປະທານຄະນະມິດຕະພາບລັດຖະສະພາ ສ ເກົາຫຼີ – ລາວ ພ້ອມດ້ວຍຄະນະ ຊຶ່ງໄດ້ປຶກສາຫາລືກັນ ກ່ຽວກັບການສົ່ງເສີມການຮ່ວມມື ຂອງສອງຄະນະມິດຕະພາບລັດຖະສະພາ ກໍຄືສອງສະພາແຫ່ງຊາດ ໃນຕໍ່ໜ້າ ໃຫ້ມີການແລກປ່ຽນ ການຢ້ຽມຢາມ ໄປມາຫາສູ່ກັນ ຢ່າງເປັນປົກກະຕິ; ຊຸກຍູ້ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ທີ່ໄດ້ເຊັນຮ່ວມກັນ ໃຫ້ມີປະສິດທິພາບ ປະສິດທິຜົນ ນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນ ຂອງສອງປະເທດ ແລະ ສືບຕໍ່ໂຄສະນາເຜີຍແຜ່ການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມຂອງສອງປະເທດ ທີ່ເປັນທ່າແຮງ ເພື່ອດຶງດູດນັກທຸລະກິດ ຂອງ ສ ເກົາຫຼີ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ Heongsung ແຂວງ Gangwon ຊຶ່ງເປັນເມືອງໜຶ່ງທີ່ມີຊື່ສຽງ ທາງດ້ານການຜະລິດກະສິກຳ, ຢ້ຽມຢາມ ສວນປູກພືດຜັກ Oseong ແບບທັນສະໄໝ (Smart Farm), ໂຮງງານຜະລິດເຂົ້າໜົມ Milwon Anheung ແລະ ແລະ ໃນໂອກາດດັ່ງກ່າວ ຄະນະຜູ້ແທນລາວ ກໍຍັງໄດ້ໄປຢ້ຽມຢາມໂຮງງານຜະລິດຍົນ ຂອງບໍລິສັດ KIA ທີ່ເມືອງ Hwaseong-si ແຂວງ Gyeonggi-do ຕື່ມອີກ.

ຂ່າວ-ພາບ: ສພຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version