Home ຂ່າວພາຍໃນ ໄຊຍະບູລີ-ນ່ານ ສືບຕໍ່ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ

ໄຊຍະບູລີ-ນ່ານ ສືບຕໍ່ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ

0

ໃນວັນທີ 25 ພຶດສະພາ ນີ້ ທີ່ຈັ່ງຫວັດນ່ານ ຣາຊະອານາຈັກໄທ ໄດ້ຈັດກອງປະຊຸມຄະນະກໍາມະການ ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ແຂວງໄຊຍະບູລີ-ຈັງຫວັດນ່ານ ຄັ້ງທີ 12 ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວິບູນ ແວດບັນດິດ ຜູ້ວ່າຣາຊະການ ຈັ່ງຫວັດນ່ານ, ໂດຍມີບັນດາທ່ານໃນຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຄັ້ງທີ່ຜ່ານມາ, ຜົນຂອງການຮ່ວມມືດັ່ງກ່າວເຮັດໃຫ້ຊາຍແດນຂອງແຂວງ ໄຊຍະບູລີ ແລະ ຈັ່ງຫວັດນ່ານ ມີຄວາມສະຫງົບປອດໄພຮອບດ້ານ, ເປັນຊາຍແດນແຫ່ງສັນຕິພາບ, ເອື້ອອໍານວຍໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ສົ່ງເສີມໃຫ້ປະຊາຊົນຕາມຊາຍແດນໄດ້ມີການຊື້-ຂາຍ, ການໄປ-ມາຫາສູ່ກັນ ແລະ ການປິ່ນປົວສຸຂະພາບໃຫ້ເປັນປົກກະຕິ ແລະ ຖືກຕ້ອງ, ການແລກປ່ຽນວັດທະນະທໍາ ແລະ ອື່ນໆມີການພັດທະນາດີຂຶ້ນ, ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນທັງສອງຝ່າຍກໍໄດ້ຮ່ວມກັນແກ້ໄຂຢ່າງທັນການ, ໂດຍລວມແລ້ວແມ່ນເຮັດໃຫ້ການເຂົ້າ-ອອກຊາຍແດນມີຄວາມຖືກຕ້ອງຕາມລະບຽບກົດໝາຍທີ່ລັດຖະບານ 2 ປະເທດວາງໄວ້ ແລະ ມີບັນຍາກາດດີຂຶ້ນ.

ກອງປະຊຸມດັ່ງກ່າວທັງສອງຝ່າຍຍັງໄດ້ຕົກລົງຮ່ວມມືກັນໃນຕໍ່ໜ້າຄື: ສືບຕໍ່ຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ສືບຕໍ່ກວດກາບັນດາຈຸດຕ່າງໆຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບຮຽບຮ້ອຍ, ຮ່ວມກັນຕ້ານ ແລະ ປາບປາມອາດຊະຍາກໍາ, ການໂຈລະກໍາພາຫະນະ, ວັດຖຸບູຮານທີ່ມີຄ່າ, ການລັກລອບຂົນສົ່ງສິນຄ້າທີ່ຜິດກົດໝາຍ, ການລັກລອບຄ້າສັດ, ຄ້າອາວຸດສົງຄາມ, ການຄ້າມະນຸດ ແລະ ອື່ນໆ, ຮ່ວມກັນປ້ອງກັນບໍ່ໃຫ້ປະຊາຊົນຂອງທັງສອງຝ່າຍນໍາສັດລ້ຽງ ແລະ ທໍາມາຫາກິນລ່ວງລໍ້າຕາມຊາຍແດນຂອງອີກຝ່າຍໃດຝ່າຍໜຶ່ງ, ຮ່ວມກັນປົກປັກຮັກສາຫຼັກໝາຍຊາຍແດນທີ່ປັກສໍາເລັດແລ້ວໃຫ້ຢູ່ໃນສະພາບເດີມ, ໃຫ້ທັງສອງຝ່າຍອໍານວຍຄວາມສະດວກ ແລະ ຄວາມປອດໄພໃຫ້ປະຊາຊົນທີ່ເຂົ້າ-ອອກເມືອງຖືກຕ້ອງຕາມກົດໝາຍ ແລະ ໃຫ້ປະຕິບັດກົດລະບຽບຢ່າງເຂັ້ມງວດ, ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງດໍາເນີນການຈັດສົ່ງບຸກຄົນທີ່ເຂົ້າເມືອງຜິດກົດໝາຍ, ຮ່ວມມືກັນດ້ານການທ່ອງທ່ຽວໂດຍສະໜັບສະໜູນໃຫ້ມີການແລກປ່ຽນດ້ານກິລາ, ສິລະປະວັດທະນະທໍາ, ເຂົ້າຮ່ວມບຸນປະເພນີ ແລະ ເທດສະການຕ່າງໆລະຫວ່າງແຂວງກັບຈັງຫວັດ, ເມືອງກັບອໍາເພີຊາຍແດນ, ຮ່ວມມືໃນການພັດທະນາດ້ານສາທາລະນະສຸກ ແລະ ປ້ອງກັນພະຍາດຕິດຕໍ່ຕາມຊາຍແດນ.

ຕອນທ້າຍຂອງກອງປະຊຸມກໍໄດ້ມີການລົງນາມບົດບັນທຶກດັ່ງກ່າວ, ຝ່າຍແຂວງໄຊຍະບູລີ ໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແລະ ຝ່າຍຈັງຫວັດ ນ່ານ ໂດຍທ່ານ ວິບູນ ແວດບັນດິດ ຜູ້ວ່າຣາຊະການ ໂດຍມີ ບັນດາຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version