Home ຂ່າວພາຍໃນ ກຽມຮັບສະພາບການປ່ຽນແປງຂອງລົມຟ້າອາກາດ?

ກຽມຮັບສະພາບການປ່ຽນແປງຂອງລົມຟ້າອາກາດ?

0

ການປ່ຽນແປງຂອງສະພາບລົມຟ້າອາກາດໄດ້ກະທົບຕໍ່ທົ່ວໂລກໃນປັດຈຸບັນ. ສະພາບອາກາດທີ່ຮ້ອນເອົ້າບໍ່ໄດ້ເກີດແຕ່ໃນປະເທດເຮົາ, ບາງປະເທດປີນີ້ອາກາດຮ້ອນຂຶ້ນເປັນປະຫວັດສາດ, ກະທົບການດໍາລົງຊີວິດຂອງຄົນ, ການປູກຝັງ-ລ້ຽງສັດ,​ເກີດໄຟໄໝ້ລາມປ່າ, ລາມຫາສັດສາວາສິ່ງ ກໍ່ຄືສິ່ງມີຊີວິດບົນໂລກ ເຊິ່ງນັກວິທະຍາສາດ ຫລາຍປະເທດຄາດຄະເນວ່າ ໃນທ້າຍປີນີ້ໂລກ ຈະເຂົ້າສະພາວະ ຂອງການປ່ຽນແປງຂອງລົມຟ້າອາກາດອັນທີ່ເອີ້ນວ່າ ແອນນີໂຍ (El Niño), ຈາກພາສາແອັສປາຍ ຫລື ສະເປນ ຄືການປ່ຽນແປງຂອງອຸນຫະພູມໜ້ານໍ້າມະຫາສະໝຸດປາຊີຟິກຕາເວັນອອກ, ອຸ່ນຂຶ້ນ ຫລື ເຢັນລົງຜິດປົກກະຕິ ) ຫລືໂລກຮ້ອນ, ໂລກຈະປະເຊີນສະພາບປ່ຽນແປງອຸນຫະພູມທີ່ເພີ່ມຂຶ້ນໂດຍສະເລ່ຍໃໝ່ໃນປີ 2023-2024 .

ປີນີ້ຫລາຍປະເທດເກີດສະພາບໄຟໄໝ້ລາມປ່າຮ້າຍແຮງ, ໃນປະເທດເຮົາ ແລະ ອ້ອມແອ້ມນີ້ກໍ່ມີ ດັ່ງພວກເຮົາຮູ້ນໍາກັນແລ້ວ, ເຊັ່ນດຽວກັນກັບສະພາບອາກາດຮ້ອນເອົ້າ ເຊິ່ງກະທົບການ ດໍາລົງຊີວິດ, ການປູກຝັງ-ລ້ຽງສັດ…ຫລາຍປະເທດສະດຸ້ງໄວ ໃນສະພາບດັ່ງກ່າວ ໂດຍກຽມຄວາມພ້ອມໃນການຮັບມື ບັນຫາທີ່ອາດຈະເກີດຂຶ້ນຮ້າຍແຮງ ໃນອະນາຄົດ ຄືການຕ້ານແລ້ງຕ້ານຖ້ວມ ເພາະການ ປ່ຽນແປງຂອງສະພາບອາກາດ ຄາດຄະເນຍາກ, ມີການກຽມພ້ອມແຕ່ຫົວທີ ເພື່ອຫລີກເວັ້ນຜົນກະທົບຮ້າຍແຮງ, ໝາຍວ່າບໍ່ສາມາດຫລີກໄດ້ຂາດຕົວ, ມີແຕ່ພະຍາຍາມໃຫ້ກະທົບໜ້ອຍ.

ປາກົດການແອນນີໂຍແມ່ນກະແສລົມທີ່ພັດໄປຫາທິດຕາເວັນຕົກ ຕາມທິດທາງເສັ້ນສູນສູດນັ້ນຄ່ອຍລົງ ແລະ  ນໍ້າອຸ່ນ ຈະຖືກຍູ້ໄປທາງທິດຕາເວັນອອກ, ເຮັດໃຫ້ອຸນຫະພູມ ໜ້ານໍ້າມະ ຫາສະໝຸດອຸ່ນເພີ່ມຂຶ້ນ ໂດຍເພີ່ມຂຶ້ນຢ່າງໜ້ອຍປະມານ 0,8 ອົງສາເຊ ຕາມຄ່າສະເລ່ຍ. ຕາມທີ່ພວກເຮົາໄດ້ຮັບຮູ້ຜ່ານຂ່າວຕ່າງໆ ທັງໃກ້ຄຽງ ແລະ ຕາເວັນຕົກ ອ້າງອີງຕາມການຄາດຄະເນ ຂອງ ນັກວິທະຍາສາດຫລາຍຄົນເຫັນວ່າ ປາກົດການເອລນີໂຍ ຈະຄ່ອຍເພີ່ມຄວາມຮ້າຍແຮງຂຶ້ນ ນັບແຕ່ກາງປີ 2023 ຂ້າມໄປເຖິງປີ 2024, ຖ້າຫາກວ່າການຄາດຄະເນດັ່ງກ່າວ ເປັນຄວາມຈິງກໍ່ໝາຍ ວ່າ ມະນຸດໂລກຈະປະເຊີນໜ້າ ກັບສະພາບແຫ້ງແລ້ງ, ໄຟໄໝ້ລາມປ່າ, ລົມຮ້ອນ…ທີ່ຈະເກີດຂຶ້ນໃນຫລາຍບ່ອນທົ່ວໂລກ. ພວກເຮົາຈະຫາວິທີຮັບສະພາບ?

ຢູ່ປະເທດເຮົາ ແລະ ອ້ອມແອ້ມໃນປີນີ້ ມີທັງໄຟໄໝ້ລາມປ່າເກີດຄວັນຂ້າມແດນ ກະທົບການບິນຂອງເຮືອບິນ, ການດໍາລົງຊີວິດ, ຊັບພະຍາກອນທໍາມະຊາດ-ສິ່ງມີຊີວິດ ໃນປ່າດົງພົງໄພ ເສຍຫາຍ ແລະ ອື່ນໆ, ໃນໄລຍະເດືອນເມສາມານີ້ ເຖິງວ່າພໍມີຝົນເລັກນ້ອຍເປັນໄລຍະ ບາງບ່ອນພົບພາຍຸຝົນ-ມີໝາກເຫັບຕົກ…ແຕ່ສ່ວນຫລາຍອາກາດຮ້ອນເອົ້າ ກວມເອົາພື້ນທີ່ສ່ວນຫລາຍ ບໍ່ ວ່າແຕ່ປະເທດເຮົາ. ອາກາດຮ້ອນທີ່ພວມເກີດຂຶ້ນ, ສໍາລັບພວກເຮົາກໍ່ອາດຈະໄຄກວ່າບາງປະເທດ ທີ່ແຫ້ງແລ້ງ ຫລື ຕາມຊາວບ້ານວ່າ ອຶດນໍ້າ. ພວກເຮົາຍັງພໍມີຢ່າງອຸດົມສົມບູນ ທັງນໍ້າກິນ ແລະ ນໍ້າໃຊ້, ແຕ່ກໍ່ມີຄໍາເຫັນຈໍານວນໜຶ່ງວ່າ ປາກົດການຮ້ອນໄດ້ສອນໃຫ້ເຮົາສະດຸ້ງຕື່ນ ໃນການຄິດຈະປະຢັດນໍ້າຄືແນວໃດ? ໃນອີກດ້ານການຜະລິດລະດູຝົນ ໂດຍສະເພາະປູກເຂົ້ານາປີໆນີ້ ຖ້າເກີດສະ ພາບຝົນຫ່າງ, ຈະເຮັດແນວໃດ?

ອີງຕາມຂໍ້ມູນຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ໂດຍ​ການ​ສັງ​ລວມ​ຂໍ້​ມູນ​ດ້ານ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພ້ອມ​ທັງ​ມີ​ການ​ສຶກ​ສາ-ວິ​ເຄາະ​ວິ​ໄຈ ​ຂອງ​ນັກ​ວິ​ຊາ​ການ​ຈາກ​ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ສົມ​ທຽບ​ໃສ່​ປີ​ແອນ​ນີ​ໂຍ​ ທີ່​ເກີດ​ຂຶ້ນໃນ​ໄລ​ຍະ 30 ປີ​ຜ່ານ, ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ​ແອນ​ນີ​ໂຍ ປະ​ລິ​ມານ​ນ້ຳ​ຝົນ​ໃນ​ຂອບ​ເຂດ​ຂອງ ສ​ປ​ປ ລາວ ໄດ້​ຕ່ຳ​ກ​ວ່າ​ເກນ​ປົກ​ກະ​ຕິ, ການ​ເລີ່ມ​ຕົ້ນ​ ແລະ ສິ້ນ​ສຸດ​ຂອງ​ລະ​ດູ​ຝົນ ​ແມ່ນ​ໄດ້​ຄາດ​ເຄື່ອນ​ເຊັ່ນ: ການ​ເລີ່ມ​ຕົ້ນ​ຂອງ​ລະ​ດູ​ຝົນ​ຊ້າ ກ​ວ່າ​ເກນ​ປົກ​ກະ​ຕິ (ເກນ​ປົກ​ກະ​ຕິຈະ​ເລີ່ມ​ຕົ້ນ​ແຕ່​ກາງ​ເດືອນພຶດ​ສະ​ພາ) ແລະ ສິ້ນ​ສຸດ​ກ່ອນ​ເກນ​ປົກ​ກະ​ຕິ (ເກນ​ປົກ​ກະ​ຕິ ຈະ​ສິ້ນ​ສຸດ​ໃນ​ກາງ​ເດືອນ​ຕຸ​ລາ).  ໃນຂະນະດຽວກັນ, ອຸນ​ຫະ​ພູມ​ອາ​ກາດກໍ່​ເຊັ່ນ​ດຽວ​ກັນ, ໃນ​ປີ​ແອນ​ນີ​ໂຍ ອຸນ​ຫະ​ພູມ​ອາ​ກາດ ​ໃນ​ຂອບ​ເຂດ ສ​ປ​ປ ລາວ ຈະ​ຮ້ອນ​ສູງ​ກວ່າ​​ປົກ​ກະ​ຕິ ແລະ ສະ​ພາບ​ຮ້ອນ​​ເອົ້າ​ແກ່​ຍາວ ​ເປັນ​ໄລ​ຍະ​ເວ​ລາ​ຫລາຍ​ວັນ​ຕິດ​ຕໍ່​ກັນ ໂດຍ​ສະ​ເພາະ​ແຕ່​ເຂດ​ພາກ​ເໜືອ ​ດ້ານ​ຕາ​ເວັນ​ຕົກ ລົງ​ຫາພາກ​ກາງ ແລະ ພາກ​ໃຕ້ ເຊິ່ງ​ເປັນ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ ຕໍ່​ສຸຂະ​ພາບ​ຂອງ​ຄົນ, ຂອງ​ສັດ ແລະ ການ​ປູກ​ຝັງ, ພ້ອມນີ້​ຍັງ​ເກີດ​ມີ​ສະ​ພາບ​ແຫ້ງ​ແລ້ງ, ໄຟ​ໄໝ້​ປ່າ​ເກີດ​ຂຶ້ນ. ໃນ​ປີ​ແອນ​ນີ​ໂຍ ຍັງ​ເຮັດ​ໃຫ້​ມີ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ ຢູ່​ບັນ​ດາ​ແຂວງ​ພາກ​ເໜືອ​ລົງ​ຫາ ພາກ​ກາງ ແລະ ພາກ​ໃຕ້ ​ເຊັ່ນ: ເກີດ​ມີ​ລົມ​ພາ​ຍຸ​ທ້ອງ​ຖິ່ນ, ມີ​ສະ​ພາ​ບ​ລົມ​ພັດ​ແຮງ, ຝົນ​ຕົກ​ໜັກ, ນ້ຳ​ຖ້ວມ​ຊຸ ນຳ​ອີກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຄາດຄະເນປະລິມານນໍ້າ ແຕ່ເດືອນພຶດສະພາຫາທ້າຍປີ 2023 ເຫັນວ່າ ໄລຍະເດືອນກໍລະກົດ-ກັນ ຍາ ທຸກພາກຈະມີນໍ້າປະລິມານ ຫລາຍກວ່າເກນປົົກກະຕິ, ແຕ່ໃນເດືອນພະຈິກ ແຕ່ລະພາກຈະຫລຸດລົງ. ຍັງມີການຄາດຄະເນ ພາຍຸໝູນເຂດຮ້ອນທີ່ຈະເກີດຂຶ້ນ ໃນໄລຍະເດືອນພຶດສະພາ ຫາ ຕຸລາ 2023 ຢູ່ເຂດດ້ານຕາເວັນຕົກ ຂອງມະຫາສະໜຸດປາຊີຟິກຕອນເໜືອ ຈະຫລາຍກວ່າເກນສະເລ່ຍ ເຊິ່ງຄາດຄະເນປະມານ 27–29 ຫົວ. ໃນນີ້ ຈະມີຄວາມແຮງເປັນພາຍຸໄຕ້ຝຸ່ນ ປະມານ 10–12 ຫົວ; ພາຍຸດັ່ງກ່າວຈະເຄື່ອນທີ່ຜ່ານ ສປປ ລາວ ປະມານ 2–4 ຫົວ ແລະ ສ່ວນໃຫຍ່ຈະຜ່ານພາກກາງຂຶ້ນຫາພາກເໜືອ.

ອ້າງອີງຕາມກົມອຸຕຸນິຍົມ ແລະ ອຸທົກກະສາດ, ສະພາບອາກາດໃນ ສປປ ລາວ ໄລຍະເດືອນພຶດສະພາ ຫາ ເດືອນພະຈິກ 2023 ຈະໄດ້ຮັບອິດທິພົນ ຈາກປະກົດແອນນີໂຍ ທີ່ຈະເຮັດໃຫ້ອາກາດ ຮ້ອນກວ່າປົກກະຕິ ແລະ ມີຝົນໜ້ອຍກວ່າເກນປົກກະຕິ ຢູ່ບັນດາແຂວງພາກເໜືອ ສ່ວນພາກກາງ ແລະ ພາກໃຕ້ ຈະມີຝົນໃກ້ຄຽງເກນປົກກະຕິ ຫລື ຫລາຍກວ່າເກນປົກກະຕິເລັກນ້ອຍ. ເຂດ ພາກເໜືອດ້ານຕາເວັນຕົກ ອາດຈະປະເຊີນກັບສະພາບໄພແຫ້ງແລ້ງ. ພ້ອມດຽວກັນ ຈະໄດ້ຮັບຜົນກະທົບ ຈາກພາຍຸໝູນເຂດຮ້ອນພັດຜ່ານນໍາອີກ ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ຢູ່ບາງທ້ອງຖິ່ນ.

ສະຫລຸບວ່າ ພວກເຮົາກໍ່ໄດ້ເຫັນບັນຫາ ແລະ ສະດຸ້ງໄວໃນບັນຫາທີ່ພວມເກີດ, ທັງໄດ້ກຽມພ້ອມພື້ນຖານຕາມເງື່ອນໄຂ ເພື່ອຮັບສະພາບ. ການກຽມພ້ອມແຕ່ຫົວທີ ແມ່ນສິ່ງສໍາຄັນການຕ້ານ ແລ້ງຕ້ານຖ້ວມ

* ຄ້ອງໃໝ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version