Home ຂ່າວກິລາ ໄອໂອຊີ ກຽມຈັດແຂ່ງຂັນສາທິດກິລາອີ-ສະປອດ ປະຈຳປີ 2023

ໄອໂອຊີ ກຽມຈັດແຂ່ງຂັນສາທິດກິລາອີ-ສະປອດ ປະຈຳປີ 2023

0

ການແຂ່ງຂັນຄັ້ງນີ້ ຈະເປັນການແຂ່ງຂັນກິລາແບບເໝືອນຈິງຂຶ້ນມາໂດຍໃຊ້ວິດີໂອເກມຕ່າງໆ ແທນກິລາທີ່ມີຢູ່ຈິງໃນການແຂ່ງຂັນ ແລະ ເປັນວິດີໂອເກມແນວຊິມູເລຊັນ ສະປອດ (Simulation Sport) ບັນຈຸທັງໝົດ 9 ເກມດ້ວຍກັນ ປະກອບມີ ການຍິງທະນູ (Tic Tac Bow), ເບັດບອນ (WBSC eBASEBALL: POWER PROS), ໝາກເສິກ (Chess.com), ລົດຖີບ (Zwift), ເຕັ້ນ (Just Dance), ການຂັບຂີ່ (Gran Turismo), ການແລ່ນເຮືອ (Virtual Regatta), ເທັນນິດ (Tennis Clash) ແລະ ເທຄວັນໂດ (Virtual Taekwondo).

ການແຂ່ງຂັນສາທິດກິລາອີສະປອດ ປະຈຳປີ 2023 ຈະມີຂຶ້ນໃນລະຫວ່າງວັນທີ 22-25 ມິຖຸນາ 2023 ແລະ ຈະມີການຖ່າຍທອດສົດໃຫ້ໄດ້ຊົມກັນທົ່ວໂລກ ໂດຍຕັ້ງແຕ່ວັນທີ 1 ມີນາ 2023 ຜູ້ຫຼິ້ນທັງມືອາຊີບ ແລະ ມືສະໝັກຫຼິ້ນຈາກທົ່ວໂລກ ຈະຖືກເຊີນໃຫ້ເຂົ້າມາຮ່ວມການແຂ່ງຂັນຮອບຄັດເລືອກ ໃນເກມທີ່ຕົນເອງຖະໜັດ ແລະ ຈະຈົບລົງດ້ວຍການຖ່າຍທອດສົດຮອບຊີງຊະນະເລີດ ຕາມວັນ ແລະ ເວລາທີ່ລະບຸໄວ້ໃນຂ້າງເທິງນັ້ນ ຜ່ານທາງລະບົບອອນລາຍ.

ສຳລັບງານມະຫະກຳກິລາໂອແລມປິກ ເກມ 2024 ທີ່ນະຄອນຫຼວງປາຣີດ ປະເທດຝຣັ່ງ ເປັນເຈົ້າພາບ ລະຫວ່າງວັນທີ 26 ກໍລະກົດ ຫາວັນທີ 11 ສິງຫາ 2024. ຊຶ່ງໃນເບື້ອງຕົ້ນກຳນົດແຂ່ງຂັນທັງໝົດ 48 ປະເພດກິລາ

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version