Home ຂ່າວຕ່າງປະເທດ ຝຣັ່ງ ແລະ ມົງໂກລີ ຊຸກຍູ້ການຮ່ວມມືດ້ານພະລັງງານ

ຝຣັ່ງ ແລະ ມົງໂກລີ ຊຸກຍູ້ການຮ່ວມມືດ້ານພະລັງງານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ເອັມມານູເອລ ມາຄອນ ປະທານາທິບໍດີ ຝຣັ່ງ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ເປັນເວລາອັນສັ້ນໆພຽງ 2 – 3 ຊົ່ວໂມງ. ທ່ານ ເອັມມານູເອລ ມາຄອນ ກາຍເປັນປະທານາທິບໍດີ ຝຣັ່ງ ຄົນທຳອິດທີ່ໄປຢ້ຽມຢາມປະເທດມົງໂກລີ ພາຍຫຼັງສິ້ນສຸດການເຂົ້າຮ່ວມໂຄງການດຳເນີນງານໃນກອງປະຊຸມສຸດຍອດ ບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ຍີ່ປຸ່ນ. ໃນກອງປະຊຸມກັບຄູ່ຕຳແໜ່ງ ມົງໂກລີ ທ່ານ ໂອ. ຄູເຣນສຸກ, ທ່ານ ເອັມມານູເອລ ມາຄອນ ໄດ້ເນັ້ນໜັກເຖິງບຸລິມະສິດເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບ ມົງໂກລີ, ພິເສດແມ່ນໃນຂົງເຂດພະລັງງານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version