Home ຂ່າວໜ້າໜຶ່ງ ລາວ-ມົງໂກລີ ເພີ່ມທະວີການຮ່ວມມືວຽກງານບໍລິການສະຖານທູດ

ລາວ-ມົງໂກລີ ເພີ່ມທະວີການຮ່ວມມືວຽກງານບໍລິການສະຖານທູດ

0

ໃນວັນທີ 22 ພຶດສະພາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ຄໍາພອນ ວົງສັນຕິ, ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບ ທ່ານ ນາງ ອິຈິນຫໍລໍ ບັດສຸກ (Ichinkhorloo Batsukh), ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ມົງໂກລີ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 21-23 ພຶດສະພາ 2023.

ໃນການພົບປະ, ທ່ານ ຄໍາພອນ ວົງສັນຕິ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນ ຈາກຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ມົງໂກລີ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການສືບຕໍ່ຮັດແຫນ້ນການຮ່ວມມື ລະຫວ່າງ ຫ້ອງການບໍລິການສະຖານທູດ ຂອງທັງສອງກະຊວງການຕ່າງປະເທດ ລາວ-ກົງໂກລີ ໃຫ້ມີບາດກ້າວອັນໃຫມ່ໃນອະນາຄົດ. ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນ ການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍ, ການຖ່າຍຖອດ-ແລກປ່ຽນບົດຮຽນຮ່ວມກັນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານຕ່າງໆ ໃນອະນາຄົດ.

ໃນຂະນະດຽວກັນ, ທ່ານ ນາງ ອິຈິນຫໍລໍ ບັດສຸກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ຢືນຢັນຄືນຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງ ມົງໂກລີ ເພື່ອປະສານສົມທົບກັນຢ່າງໃກ້ຊິດກັບຝ່າຍລາວ ໃນການສົ່ງເສີມການຮ່ວມມືທີ່ສອງຝ່າຍມີທ່າແຮງຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ມົງໂກລີ-ລາວ ໃຫ້ໄດ້ຮັບໝາກຜົນອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມນີ້, ກໍ່ໄດ້ເຊື້ອເຊີນຝ່າຍລາວ ໄປຢ້ຽມຢາມ ມົງໂກລີ ໃນໂອກາດທີ່ເຫມາະສົມ, ອວຍພອນໃຫ້ສາຍພົວພັນມິດຕະພາບ ມົງໂກລີ-ລາວ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ມີໝາກຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຈາກບໍລິການສະຖານທູດ ມົງໂກລີ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ​ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຜົນການພົບປະເຮັດວຽກສອງຝ່າຍ ລະຫວ່າງ ສອງຫ້ອງການບໍລິການສະຖານທູດ ມົງໂກລີ – ສປປ ລາວ, ເຊິ່ງການພົບປະໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ມີຜົນສຳເລັດຢ່າງຈົບງາມ. ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມເຈດຈຳນົງຂອງລັດຖະບານ ມົງໂກລີ ທີ່ມີຄວາມຍິນດີຈະສືບຕໍ່ຍົກສູງການພົວພັນຮ່ວມມືກັບ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ໂດຍສະເພາະ ການຊຸກຍູ້ສະໜັບສະໜູນວຽກງານຂອງສອງພາກສ່ວນດັ່ງກ່າວໃຫ້ກ້າວເຂົ້າສູ່ຜົນສຳເລັດອັນໃໝ່ໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version