Home ຂ່າວໜ້າໜຶ່ງ ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2023

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2023

0

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2023 ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023.

ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານໄດ້ລາຍງານໃຫ້ຮູ້ວ່າ: ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ດັ່ງລຸ່ມນີ້:

1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບວຽກງານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ຄວາມຄືບໜ້າການກະ ກຽມ ຈັດປີທ່ອງທ່ຽວລາວ ປີ 2024. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ. ພ້ອມກັນນີ້, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂວຽກງານຈຳນວນໜຶ່ງ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນຫາອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການປະຕິບັດນະໂຍບາຍປະຢັດ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການແກ້ໄຂຫາງສຽງບໍ່ດີໃນສັງຄົມ, ແຜນການຄຸ້ມຄອງ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ແຕ່ລະໄລຍະ, ການຕິດຕາມກວດກາ ແລະ ປະເມີນຄືນ ໂຄງການລົງທຶນຕ່າງໆ ລວມທັງ ການອະນຸຍາດ ໃຫ້ນັກລົງທຶນສຳປະທານ ໃນກິດຈະການທີ່ມີເນື້ອທີ່ຫຼາຍ ແລະ ອາຍຸສຳປະທານຫຼາຍປີ, ການຊົດເຊີຍ ແລະ ສ້າງອາຊີບທີ່ຍືນຍົງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາ. ນອກຈາກນັ້ນ ໃຫ້ຄະນະຮັບຜິດຊອບກະກຽມ ຈັດປີທ່ອງທ່ຽວລາວ ປີ 2024 ຄົ້ນຄວ້າຈັດກອງປະຊຸມສຳມະນາຮ່ວມກັບຜູ້ປະກອບການ ແລະ ຖອດຖອນບົດຮຽນຂອງບັນດາປະເທດ ທີ່ເຮັດໄດ້ດີໃນວຽກງານດັ່ງກ່າວ; ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ, ລວມທັງ ການກະກຽມທັດສະນະຕ່າງໆ ຕໍ່ບັນຫາທີ່ເກີດຂຶ້ນ ຢ່າງທັນການ. ສຳລັບຂໍ້ສະເໜີ ຂອງແຂວງຈຳນວນໜຶ່ງ ແມ່ນໃຫ້ຂະແໜງ ການກ່ຽວຂ້ອງ ຄົ້ນຄວ້າແກ້ໄຂ ແລ້ວແຈ້ງໃຫ້ແຂວງຊາບ. ຖ້າບັນຫາໃດເກີນສິດ ແມ່ນໃຫ້ຄົ້ນຄວ້າລາຍງານລັດຖະບານ ເພື່ອມີທິດຊີ້ນຳ ໃນຂັ້ນຕໍ່ໄປ.

2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວ ຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ. ກອງປະຊຸມ ຊີ້ນຳກະຊວງການຕ່າງປະເທດ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຮັດກຸມ, ລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ລວມທັງ ຊື່ດຳລັດ ໃຫ້ສັ້ນກະທັດຮັດ ແລະ ສອດຄ່ອງກັັບວຽກງານຕົວຈິງ. ພາຍຫຼັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ເພື່ອນໍາສະເໜີຕໍ່ລັດຖະບານ ພິຈາລະນາ ປະກາດນຳໃຊ້ ໃນຂັ້ນຕໍ່ໄປ.

3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນິຕິກຳ ກ່ຽວກັບການຈັດ ຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ. ກອງປະຊຸມ ຊີ້ນຳທະນາຄານ ແຫ່ງ ສປປ ລາວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ປັບປຸງໂຄງຮ່າງ ແລະ ຮຽບຮຽງ ເນື້ອໃນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງນິຕິກຳນີ້ ຈະກຳນົດເປັນນິຕິກຳປະເພດໃດ, ການຈັດລຽງເນື້ອໃນ ກໍ່ຄືໂຄງຮ່າງນິຕິກຳ, ການກຳນົດເນື້ອໃນ ແມ່ນເນັ້ນໜັກການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ແລະ ສະເໜີລັດຖະບານ ພິຈາລະນາ ປະກາດນຳໃຊ້ ໃນຂັ້ນຕໍ່ໄປ.

4. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົານິຕິກໍາ ຂົງເຂດແຮ່ທາດ ຄື: ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035; ແລະ ຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດ ກ່ຽວກັບແຮ່ທາດ. ຕໍ່ສອງຮ່າງນິຕິກຳດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງຍຸດທະສາດ ໃຫ້ສອດຄ່ອງ ແລະ ກົມກຽວກັບຍຸດທະສາດ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ເນື້ອໃນຂອງຍຸດທະສາດ ຕ້ອງໃຫ້ກຳນົດແຈ້ງ ກ່ຽວກັບບັນດາປະເພດຂອງແຮ່ທາດ; ສິ່ງສໍາຄັນ ແຮ່ທາດທີ່ສາມາດຂຸດຄົ້ນມານຳໃຊ້ໄດ້ ຕ້ອງເປັນແຮ່ທາດ ທີ່ມີເສດຖະກິດສູງ, ມີປະລິມານແຮ່ທາດຈໍານວນຫຼາຍ ສາມາດນໍາໃຊ້ໄດ້ຍາວນານ, ຮັບປະກັນຄວາມຍືນຍົງ ສິ່ງສໍາຄັນ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ, ລວມທັງ ໃຫ້ປະເມີນການຈັດຕັ້ງປະຕິບັດ ໂຄງການລົງທຶນ ກ່ຽວກັບແຮ່ທາດ ເພື່ອເປັນຂໍ້ມູນ ໃນການກຳນົດຍຸດທະສາດ. ສຳລັບຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດ ກ່ຽວກັບແຮ່ທາດ ແມ່ນໃຫ້ກຳນົດເນື້ອໃນ ມີຄວາມກົມກຽວໄປລວງດຽວກັນ, ກຳນົດບົດບາດການມີສ່ວນຮ່ວມ ໃນການຄຸ້ມຄອງກອງທຶນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ແຕ່ລະຂັ້ນ ຢ່າງຈະແຈ້ງ, ພ້ອມກັນນັ້ນ ກໍ່ຊຸກຍູ້ໃຫ້ພາກທຸລະກິດ ແລະ ເຈົ້າຂອງໂຄງການ ເປັນເຈົ້າການປະກອບສ່ວນປະຕິບັດພັນທະ ໃຫ້ແກ່ລັດຖະບານ ກໍ່ຄື ອົງການປົກຄອງທ້ອງຖິ່ນ ໃຫ້ຖືກຕ້ອງຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍງົບປະມານ ແລະ ນິຕິກຳ ທີ່ກ່ຽວຂ້ອງ.

ສຳລັບແຜນວຽກໃນເດືອນມິຖຸນາ ຈະມາເຖິງນີ້ ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:

1. ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະ ການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບຕາມບໍລິ ເວນຊາຍແດນ, ພ້ອມທັງ ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ນອກນັ້ນ ກໍ່ສືບຕໍ່ຕິດຕາມສະພາບໄຟໄໝ້ລາມປ່າ, ຖ້າເກີດມີຈຸດໃດ ກໍ່ຮີບຮ້ອນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ດັບມອດໄຟໃຫ້ໄວ.

2. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າ ເປັນຕົ້ນ: ບັນຫາປຸ້ນຈີ້, ຊີງຊັບ, ລັກຊັບ, ຄ້າຂາຍຢາເສບຕິດ, ຄ້າມະນຸດ, ອຸບັດເຫດ, ນັກເລງອັນຕະພານ, ກຸ່ມແກ້ງລັກລົດຈັກ ແລະ ຂີ່ລົດກວນເມືອງ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນ ແບບບໍ່ເກງກົວຕໍ່ກົດໝາຍບ້ານເມືອງ ແລະ ໃຫ້ມີມາດຕະການລົງໂທດໃຫ້ໜັກຂຶ້ນ ໂດຍສະເພາະ ກໍລະນີຜູ້ກະທຳຜິດ ທີ່ບໍ່ເຂັດບໍ່ຫຼາບ.

3. ວຽກງານເສດຖະກິດ: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນ ດັ່ງລຸ່ມນີ້:

– ສືບຕໍ່ຈັດຕັ້ງຜັນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດຖະບານ ກ່ຽວກັບການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ; ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນກ່ວາເກົ່າ ໂດຍສຸມໃສ່ການຫັນການເກັບລາຍຮັບ ເປັນທັນສະໄໝ ໂດຍສະເພາະ ການຫັນເປັນທັນສະໄໝ ໃນການເກັບຄ່າທຳນຽມ, ຄ່າບໍລິການ ແລະ ການເກັບລາຍຮັບຢູ່ ດ່ານສາກົນ; ສືບຕໍ່ສຸມໃສ່ປັບປຸງ ແລະ ສ້າງນິຕິກໍາໃໝ່ ກ່ຽວກັບການເກັບຖານລາຍຮັບໃໝ່ ເປັນຕົ້ນ: ອາກອນທີ່ດິນ, ຄ່າຊັກພິເສດ ໃນການສົ່ງອອກຊັບພະຍາກອນທໍາມະຊາດ, ອາກອນນໍາເຂົ້າສິນຄ້າຟູ່ມເຟືອຍທີ່ບໍ່ຈໍາເປັນ ແລະ ອື່ນໆ; ສືບຕໍ່ແກ້ໄຂບັນຫາຊ່ອງຫວ່າງລາຍຈ່າຍຊໍ້າຊ້ອນ ທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ.

– ສືບຕໍ່ປັບປຸງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂາດຕົວ 3 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ເພື່ອກະກຽມລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6, ສະໄໝທີ XI ແລະ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້. ພ້ອມກັນນີ້ ກໍສືບຕໍ່ກະກຽມສະຫຼຸບກາງສະໄໝ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ເແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX;

– ສືບຕໍ່ປະເມີນຄືນໂຄງການແຮ່ທາດທົດລອງ ແລະ ໂຄງການແຮ່ທາດປົກກະຕິ ໃຫ້ສຳເລັດ ແລະ ລາຍງານຜົນການກວດກາໃຫ້ລັດຖະບານຊາບ.

– ສຸມໃສ່ກວດກາ, ຕິດຕາມ ແລະ ຊຸກຍູ້ການສົ່ງອອກແຮ່ທາດ (ທັງທົດລອງ ແລະ ປົກກະຕິ), ໃນນັ້ນ ສຸມໃສ່ກວດກາຄຸນນະພາບແຮ່ເຫຼັກ ທີ່ສົ່ງອອກ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໃຊ້; ສຸມໃສ່ຊຸກຍູ້ຕິດຕາມການສົ່ງອອກແຮ່ຫາຍາກ ໂດຍໃຫ້ແຕ່ງໜ່ວຍງານຮັບຜິດຊອບຄັກແນ່; ສຸມໃສ່ຊຸກຍູ້ບັນດາໂຄງການພະລັງງານ ຢູ່ເຂດພາກໃຕ້ ເປັນຕົ້ນ ພະລັງງານແສງຕາເວັນ, ພະລັງງານລົມ ພະລັງງານຄວາມຮ້ອນ ທີ່ຈະສົ່ງອອກໃຫ້ກໍາປູເຈຍ ທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າຮ່ວມກັນແລ້ວ.

– ຄົ້ນຄວ້າມາດຕະການຕ່າງໆ ເພື່ອຄຸ້ມຄອງອັດຕາແລກປ່ຽນ ໃຫ້ໝັ້ນທ່ຽງ; ໃຫ້ຮີບຮ້ອນປັບປຸງ ຮ່າງຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ທີ່ຜ່ານກອງປະຊຸມລັດຖະບານເທື່ອນີ້ ໃຫ້ສຳເລັດ ແລະ ເຊັນປະກາດໃຊ້ໄວ. ຄຽງຄູ່ກັນນັ້ນ ກໍໃຫ້ຄົ້ນຄ້ວາມາດຕະການຕົວຈິງ ໃນການບັງຄັບໃຊ້ຄຳສັ່ງດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດສູງ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດສຳມະນາລະດົມຄວາມຄິດເຫັນຕໍ່ກັບມາດຕະການຕ່າງໆ ທີ່ປິ່ນອ້ອມໃຫ້ເປັນລະບົບຄົບຊຸດ.

– ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະແມ່ນກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງ ຂອງລາຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ ລວມທັງເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ.

– ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນ ກອງປະຊຸມທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ. ຄົ້ນຄ້ວາມາດຕະການນຳເຂົ້າສິນຄ້າ ທີ່ພວກເຮົາບໍ່ສົ່ງເສີມ ຫຼື ທີ່ພວກເຮົາສາມາດຜະລິດໄດ້ແລ້ວ ໂດຍຄົ້ນຄ້ວາມາດຕະການທາງດ້ານເສດຖະກິດ ທີ່ບໍ່ຂັດກັບລະບຽບການຄ້າສາກົນ ທີ່ເຮົາເປັນພາຄີ.

4. ວຽກງານວັດທະນະທຳ-ສັງຄົມ:

– ສືບຕໍ່ສຸມໃສ່ແກ້ໄຂສະພາບການຫວ່າງງານ ໂດຍເກັບກໍາຂໍ້ມູນຄວາມຕ້ອງການດ້ານແຮງງານ ຂອງແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ ພ້ອມທັງ ຍົກສູງການພັດທະນາສີມືແຮງງານ ຕິດພັນການດຸ່ນດ່ຽງແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ.

– ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ເພື່ອຈັດສຳມະນາລະດົມຄວາມຄິດເຫັນ ກ່ຽວກັບວິທີທາງ ແລະ ກິດຈະກຳຕົວຈິງ ໃນປີທ່ອງທ່ຽວລາວ ປີ 2024, ພ້ອມທັງ ສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ; ສືບຕໍ່ຕິດຕາມຫາງສຽງຂອງສັງຄົມ ຜ່ານສື່ມວນຊົນຕ່າງໆ ແລະ ຕອບໂຕ້ຂ່າວປອມທີ່ບິດເບືອນຄວາມຈິງ ລວມທັງຂ່າວທີ່ບໍ່ດີຕໍ່ການທ່ອງທ່ຽວລາວ ໃຫ້ທັນການ ແລະ ຊັດເຈນຂຶ້ນ.

– ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າມາດຕະການແກ້ໄຂບັນຫາຄູອາສາສະໝັກ ຢູ່ເຂດຊົນນະບົດລາອອກ ແລະ ບັນຫາການປະລະການຮຽນເພີ່ມຂຶ້ນ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ 1 ປີ 2023 ທີ່ຈະຈັດຂຶ້ນໃນທ້າຍເດືອນມິຖຸນາ ນີ້.

5. ການແກ້ໄຂບັນຫາໄຟໄໝ້ລາມປ່າ:

– ຮີບຮ້ອນສົມທົບກັບອົງການປົກຄອງທ້ອງຖິ່ນ ເປັນເຈົ້າການຕິດຕາມ, ປະເມີນ ບັນຫາສະພາບໄຟໄໝ້ລາມປ່າ ແລະ ມີມາດຕະການແກ້ໄຂຢ່າງທັນການກວ່າເກົ່າ, ໃຫ້ຖອດຖອນບົດຮຽນບໍ່ໃຫ້ມີສະພາບດັ່ງກ່າວ ເກີດຂຶ້ນອີກ. ພ້ອມກັນນັ້ນ ກໍໃຫ້ກວດຄືນສາເຫດຂອງໄຟໄໝ້ປ່າໃນແຕ່ລະບ່ອນຜ່ານມາ, ອັນໃດແມ່ນເກີດຈາກການບຸກລຸກປ່າທີ່ກົດໝາຍຫວງຫ້າມ ແມ່ນໃຫ້ມີມາດຕະການເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ທີ່ລະເມີດ.

– ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເປັນເຈົ້າການແຈ້ງໃຫ້ບັນດາເມືອງ ແລະ ບ້ານຕ່າງໆ ໃຫ້ມີການເຝົ້າລະວັງ, ພ້ອມທັງເພີ່ມທະວີການປູກຈິດສຳນຶກຂອງປະຊາຊົນ ເຫັນຜົນຮ້າຍ ແລະ ເຜີຍແຜ່ບັນດານິຕິກຳຂອງລັດຖະບານ ໃຫ້ປະຊາຊົນຢຸດຕິການຈູດປ່າໃນໄລຍະນີ້້ຢ່າງເດັດຂາດ, ຖ້າເກີດມີເຫດການໄຟໄໝ້ປ່າຢູ່ບ້ານໃດ ກໍມອບໃຫ້ເປັນເຈົ້າການຄວບຄຸມບໍ່ໃຫ້ແຜ່ລາມໄປເຂດອື່ນ ພ້ອມທັງ ໃຫ້ມີການສືບຮູ້ຜູ້ກະທຳຜິດ ເພື່ອເອົາມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ.

6. ວຽກງານການຕ່າງປະເທດ:

ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ລວມທັງ ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ສຸດຍອດຄະນະກໍາມາທິການແມ່ນ້ຳຂອງສາກົນ ຄັ້ງທີ IV, ຜົນການພົບປະລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ; ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ ກໍຄື ການກະກຽມຕ້ອນຮັບການນຳ ແລະ ຄະນະຜູ້ແທນຂັ້ນສູງ ຈາກຕ່າງປະເທດ ທີ່ຈະມາຢ້ຽມ ຢາມລາວ.

(ຂ່າວ-ພາບ: ສນຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version