Home ຂ່າວກິລາ ປະກາດແຕ່ງຕັ້ງສະຫະພັນກິລາເຕັ້ນແຫ່ງຊາດ ຢ່າງເປັນທາງການ

ປະກາດແຕ່ງຕັ້ງສະຫະພັນກິລາເຕັ້ນແຫ່ງຊາດ ຢ່າງເປັນທາງການ

0

ປະກາດຮັບຮອງການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ ຫຼື “Lao Dance Sport Federation” ຢ່າງເປັນທາງການ ໂດຍແມ່ນ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານ. ພ້ອມກັນນັ້ນ, ກໍຍັງມີຮອງປະທານ 2 ທ່ານ ແລະ ຄະນະບໍລິຫານງານອີກ 6 ທ່ານ.

ພິທີປະກາດຮັບຮອງການຈັດຕັ້ງດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 20 ພຶດສະພາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະຫະພັນກິລາເຕັ້ນແຫ່ງຊາດ ພ້ອມດ້ວຍບັນດາຄະນະນຳກະຊວງ, ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ, ຄູຝຶກ, ນັກກິລາ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ ແລະ ມວນຊົນ ຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງໃຫ້ຮູ້ວ່າ: ຕາງໜ້າກະຊວງ ສສກ ຂໍຜ່ານຂໍ້ຕົກລົງ ສະບັບເລກທີ 1516/ສສກ ລົງວັນທີ 22 ເມສາ 2022 ວ່າດ້ວຍການຮັບຮອງສ້າງຕັ້ງຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ ອີງຕາມກົດໝາຍວ່າດ້ວຍກິລາ-ກາຍະກຳ ສະບັບປັບປຸງ ສະບັບເລກທີ 74/ສພຊ, ລົງວັນທີ 25 ພະຈິກ 2019, ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບເລກທີ 633/ນຍ ລົງວັນທີ 19 ພະຈິກ 2021 ແລະ ອີງຕາມການຄົ້ນຄວ້າຂອງກົມກິລາລະດັບສູງ ສສກ ລັດຖະມົນຕີ ກະຊວງ ສສກ ຕົກລົງແຕ່ງຕັ້ງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານສະຫະພັນກິລາເຕັ້ນແຫ່ງຊາດ, ທ່ານ ຄຳພັນ ພົນທອງສີ ວ່າການຫົວໜ້າກົມສິລະປະການສະແດງ ເປັນຮອງປະທານ ແລະ ທ່ານ ວັນທະນາ ກຸນນະວັນ ທີ່ປຶກສາອົງການກອງທຶນເດັກ, ຫົວໜ້າພະແນກສື່ສານ ພີເອັດໄອ ເປັນຮອງປະທານ ແລະ ນາຍຄັງ ສ່ວນທ່ານ ອຸ່ນຫຼ້າ ພາອຸດົມ ຜູ້ອຳນວຍການບໍລິສັດ ຟັງລາວ ເປັນເລຂາທິການ. ນອກນັ້ນ ກໍຍັງມີ ຮອງເລຂາທິການ 1 ທ່ານ ແລະ ຄະນະກຳມະການອີກ 5 ທ່ານ.

ໃນໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ກິລາເຕັ້ນ ເປັນກິລາປະເພດໜຶ່ງທີ່ມີການເຄື່ອນໄຫວໃນທົ່ວໂລກ ແຕ່ລະທະວີບກໍມີຈຸດພິເສດໃນການເຕັ້ນແຕກຕ່າງກັນ, ຊຶ່ງການເຕັນໄດ້ເປັນເຄື່ອງມືໃນການສ້າງສຸຂະພາບໃຫ້ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ, ໄດ້ຖືກຮັບຮອງ ແລະ ຮັບຮູ້ ເປັນກິລາປະເພດໜຶ່ງ ຈາກຄະນະກຳມະການໂອແລມປິກສາກົນ (International Olympic Committee : IOC) ພ້ອມຖືກບັນຈຸຢູ່ໃນການແຂ່ງຂັນກິລາໂອແລມປິກເກມ ແລະ ເອຊຽນເກມ ຍ້ອນເຫັນໄດ້ຄວາມສຳຄັນຄືແນວນັ້ນ, ຄະນະກຳມະການໂອແລມປິກແຫ່ງຊາດລາວ ຈຶ່ງໄດ້ຊຸກຍູ້ໃຫ້ມີການຈັດຕັ້ງ ແລະ ສ້າງຕັ້ງສະຫະພັນເຕັ້ນແຫ່ງຊາດນີ້ຂຶ້ນ; ອີງຕາມການລາຍງານການເຄື່ອນໄຫວ ກ່ອນທີ່ຈະມີສະຫະພັນເຕັ້ນແຫ່ງຊາດ ແມ່ນພວກເຮົາໄດ້ເປັນສະມາຊິກຂອງສະຫະພັນເຕັ້ນໂລກ (World Dance Sport Federation) ຊຶ່ງເຫັນວ່າພວກເຮົາກໍໄດ້ມີໜໍ່ແໜງ ແລະ ມູນເຊື້ອແລ້ວໃນໄລຍະຜ່ານມາ, ເຫັນໄດ້ວ່າກິລາປະເພດນີ້ ມີການເຄື່ອນໄຫວ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໃນຫລາຍຂົງເຂດທັງຕົວເມືອງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນໃນແຕ່ລະປີ ໄດ້ຈັດການແຂ່ງຂັນປະກວດເຕັ້ນແຂ່ງຂັນ ເຮັດໃຫ້ຊາວໜຸ່ມເຍົາວະຊົນ ໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງຜົນປະໂຫຍດທາງດ້ານສຸຂະພາບກາຍ, ສຸຂະພາບຈິດ, ການເຮັດວຽກເປັນໝູ່ຄະນະ ແລະ ມີສັງຄົມກວ້າງຂວາງຂຶ້ນ.

ສະນັ້ນ, ເພື່ອເຮັດໃຫ້ທົ່ວສັງຄົມຮັບຮູ້ ພາລະບົດບາດ ແລະ ການເຄື່ອນໄຫວຂອງສະຫະພັນກິລາເຕັ້ນແຫ່ງຊາດ ຈຶ່ງເປັນໂອກາດດີ ທີ່ພວກເຮົາໄດ້ມາເຕົ້າໂຮມກັນຢູ່ທີ່ແຫ່ງນີ້ ເພື່ອເປັນທິດໃຫ້ ການຈັດຕັ້ງປະຕິບັດການພັດທະນາກິລາເຕັ້ນໃນຂົງເຂດທົ່ວປະເທດໃຫ້ມີຂະບວນການຟົດຟື້ນ, ມີການຝຶກແອບ, ຈັດການແຂ່ງຂັນພາຍໃນ ແລະ ກ້າວສູ່ການເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດ ທຸກການເຄື່ອນໄຫວຂອງສະຫະພັນ ໃຫ້ດຳເນີນພາຍໃຕ້ລະບຽບຂອງສະຫະພັນກິລາແຫ່ງຊາດ, ກົດໝາຍວ່າດ້ວຍກິລາ-ກາຍະກຳ ສະບັບປັບປຸງ, ກົດລະບຽບຂອງສະຫະພັນກິລາເຕັ້ນແຫ່ງຊາດລາວ, ກົດລະບຽບຂອງສະຫະພັນກິລາເຕັ້ນໂລກ ແລະ ກົດລະບຽບຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ວາງອອກ ຢ່າງເຂັ້ມງວດ; ສ້າງແຜນການ, ແຜນງານ, ແຜນບຸກຄະລາກອນ, ງົບປະມານ ແລະ ວັດຖຸປະກອນຕ່າງໆ ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ທ່ວງທັນຕໍ່ເວລາ ແລະ ສຳເລັດຜົນຕາມເວລາທີ່ກຳນົດ; ຊຸກຍູ້ ແລະ ສ້າງຕັ້ງ ສະມາຊິກສະຫະພັນເຕັ້ນແຂວງ, ນະຄອນຫຼວງ ແລະ ສະໂມສອນກິລາ ໃຫ້ເປັນໄປຕາມລະບຽບການທີ່ກຳນົດ. ພ້ອມນັ້ນ, ໃຫ້ເລັ່ງໃສ່ສ້າງບຸກຄະລາກອນບໍລິຫານ, ຄູຝຶກ, ນັກກິລາ ສ້າງເງື່ອນໄຂໃຫ້ມີການຝຶກແອບ ຝຶກຊ້ອມ ແລະ ມີການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ຕິດຕໍ່ພົວພັນ ກັບອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງສາຍພົວພັນອັນດີ ຊ່ວຍສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອໃຫ້ການພັດທະນາວຽກງານກິລາເຕັ້ນໃຫ້ເກີດຄວາມຍືນຍົງ; ໃຫ້ມີການຕິດຕາມ, ກວດການ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຢ່າງເປັນລະບົບ, ຕໍ່ເນື່ອງ, ປົກກະຕິ ພ້ອມລາຍງານໃຫ້ກັບກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຕາມລະບຽບການ ເນື່ອງຈາກເຮົາເປັນສະຫະພັນກິລາໃໝ່ ຈຶ່ງສະເໜີໃຫ້ຖອດຖອນບົດຮຽນການຄຸ້ມຄອງນຳພາ ແລະ ການເຄື່ອນໄຫວ ກັບ ບັນດາ ສະຫະພັນກິລາອື່ນໆ ທີ່ມີປະສົບການ ແລະ ບົດຮຽນມາກ່ອນ. ເຖິງຢ່າງໃດກໍດີ, ຂໍຮຽກຮ້ອງໃຫ້ສັງຄົມ, ອົງການຈັດຕັ້ງທຸກພາກສ່ວນ, ບຸກຄົນ, ນິຕິບຸກຄົນ ຈົ່ງໃຫ້ການຊຸກຍູ້, ແນະນຳ ແລະ ຊ່ວຍເຫຼືອ ເພື່ອໃຫ້ການເຄື່ອນ ໄຫວ ດຳເນີນໄປໄດ້ຢ່າງສະດວກ ແລະ ໂລ່ງລ່ຽນດີ ແລະ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ຂອງ ສະຫາຍປະທານ ພ້ອມກັບໝູ່ຄະນະ ຈະສາມາດສ້າງຜົນງານທີ່ຍິ່ງໃຫຍ່ ມາໃຫ້ແກ່ກິລາເຕັ້ນຂອງ ສປປ ລາວ ພວກເຮົາ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version