Home ຂ່າວກິລາ ແມນນິຊີ ຊະນະ ເຊວຊີ 1-0 ຄວ້າແຊ໋ມພຣີເມຍລີກ ອັງກິດ 3 ສະໄໝຕິດຕໍ່ກັນ ໄດ້ສຳເລັດ

ແມນນິຊີ ຊະນະ ເຊວຊີ 1-0 ຄວ້າແຊ໋ມພຣີເມຍລີກ ອັງກິດ 3 ສະໄໝຕິດຕໍ່ກັນ ໄດ້ສຳເລັດ

0

ການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2022-2023 ເມື່ອວັນທີ 21 ພຶດສະພາ 2023 ທີ່ສະໜາມເອຕິຮັດ ສະເຕດ້ຽມ, ສະໂມສອນ ແມນເຊັດເຕີ ຊິຕີ ທີມນຳຕາຕະລາງ ພົບກັບ ສະໂມສອນ ເຊວຊີ ທີມກາງຕາຕະລາງທີ່ຜົນງານບໍ່ດີປານໃດໃນລະດູການນີ້ ຊຶ່ງສະຖິຕິຄູ່ນີ້ພົບກັນ 5 ຄັ້ງຫຼັງສຸດ ແມນຊິຕີ ຊະນະທັງໝົດ ແລະ ຫຼ້າສຸດໃນເກມ ເອັບເອ ຄັບ ແມນຊິຕີ ຖະຫຼົ່ມໄປ 4-0.

ແມນເຊັດເຕີ ຊິຕີ ຍັງໂຊຟອມເກັ່ງຢ່າງຕໍ່ເນື່ອງ ແລະ ບໍ່ເສຍທີມໃດມາ 23 ເກມແລ້ວ ລວມທຸກລາຍການ ນັດຫຼ້າສຸດເປີດບ້ານຖະຫຼົ່ມ ຣີວ ມາດຣິດ 4-0 ຜ່ານເຂົ້າຊີງຊະນະເລີດ ໃນການແຂ່ງຂັນເຕະບານ ແຊ໋ມປ້ຽນລີກ ລະດູການ 2022-2023 ໄປພົບກັບ ສະໂມສອນ ອິນເຕີ ມິລານ ທີມດັງຈາກອີຕາລີ. ນັດນີ້ ທ່ານ ເປບ ກວາດິໂອລາ ຕັ້ງເປົ້າເກັບ 3 ແຕ້ມໃຫ້ໄດ້ ເພື່ອສະຫຼອງແຊ໋ມໃນບ້ານ ແລະ ຍັງຄົງຢູ່ໃນເສັ້ນທາງລຸ້ນ 3 ແຊ໋ມ ຄື: ພຣີເມຍລີກ ອັງກິດ (ໄດ້ແລ້ວ), ເອັບເອ ຄັບ ອັງກິດ (ເຂົ້າຊີງຊະນະເລີດກັບ ແມນເຊັດເຕີ ຢູໄນເຕັດ) ແລະ ຢູຟາ ແຊ໋ມປ້ຽນລີກ (ເຂົ້າຊີງຊະນະເລີດ ກັບ ອິນເຕີ ມິລານ).

ສ່ວນ ເຊວຊີ ບໍ່ມີຫຍັງຕ້ອງລຸ້ນສະພາບທີມຕົກຕ່ຳ 8 ເກມພາຍໃຕ້ການນຳທີມຂອງ ທ່ານ ແຟຣງ ແລມພາດເກັບໄຊໄດ້ພຽງເກມດຽວ ສະພາບໃນທີມມີບັນຫານັກເຕະຕົວຫຼັກບາດເຈັບຫຼາຍຄົນ.

ເກມໃນເຄິ່ງເວລາທຳອິດ ນາທີ 12 ແມນຊິຕີ ເຈົ້າຖິ່ນທີ່ນັດນີ້ສົ່ງຕົວສຳຮອງລົງສະໜາມເກືອບເຄິ່ງທີມໄດ້ປະຕູນຳໄປກ່ອນຢ່າງໄວ ຈາກຈັງຫວະ ໂຄນ ພານເມີ ໄດ້ບານກາງສະໜາມແລ້ວສົ່ງບານໃຫ້ ຮູລຽນ ອັນວາເຣດ ລາກບານເຂົ້າໄປຍິງບຽດເສົາເຂົ້າໄປ ແມນຊິຕີ ຂຶ້ນນຳ ເຊວຊີ 1-0 ແລະ ກໍຈົບເກມໃນເຄິ່ງເວລາທຳອິດດ້ວຍສະກໍນີ້.

ເຄິ່ງເວລາທີສອງ ທັງສອງທີມເປີດເກມບຸກເຂົ້າໃສ່ກັນຢ່າງສຸດມ່ວນ ແຕ່ບໍ່ມີສະກໍເພີ່ມ ເຮັດໃຫ້ຈົບເກມການແຂ່ງຂັນ ແມນເຊັດເຕີ ຊິຕີ ຊະນະ ເຊວຊີ 1-0 ເກັບເພີ່ມເປັນ 88 ແຕ້ມ ນຳຫ່າງ ອາເຊນອນ ເປັນ 7 ຄະແນນ ແຖມຍັງເຫຼືອເກມອີກ 2 ນັດ ໃນຂະນະທີ່ ອາເຊນອນ ເຫຼືອອີກເກມດຽວ ເຮັດໃຫ້ ແມນຊິຕີ ຄວ້າແຊ໋ມ ພຣີເມຍລີກ ອັງກິດ ລະດູການ 2022-2023 ແລະ ເປັນແຊ໋ມສະໄໝທີ 3 ຕິດຕໍ່ກັນ ແລະ ຍັງເປັນສະໄໝທີ 7 ຂອງສະໂມສອນ ອີກດ້ວຍ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version