Home ຂ່າວກິລາ ລັດຖະມົນຕີ ສສກ ເນັ້ນຄະນະນັກກິລາຄົນພິການລາວ ສືບຕໍ່ເອົາໃຈໃສ່ ສ້າງຜົນງານໃຫ້ດີທີ່ສຸດໃນ “ອາຊຽນ ພາຣາເກມ”

ລັດຖະມົນຕີ ສສກ ເນັ້ນຄະນະນັກກິລາຄົນພິການລາວ ສືບຕໍ່ເອົາໃຈໃສ່ ສ້າງຜົນງານໃຫ້ດີທີ່ສຸດໃນ “ອາຊຽນ ພາຣາເກມ”

0

ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເນັ້ນໜັກຕໍ່ຄະນະນັກກິລາຄົນພິການລາວ ຈຳນວນ 89 ຄົນ, ຍິງ 36 ຄົນ ຈາກ 7 ປະເພດກິລາ ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຝຶກຊ້ອມ ເພື່ອໄລ່ລ່າຄວາມຫວັງ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 10 ຫຼຽນທອງ ໃນງານມະຫະກຳກິລາຄົນພິການອາຊຽນ ຫຼື “ອາຊຽນ ພາຣາເກມ” ຄັ້ງທີ 12 ທີ່ຣາຊະອານາຈັກກຳປະເຈຍ ຮັບກຽດເປັນເຈົ້າພາບ.

ພິທີພົບປະໂອ້ລົມຄະນະນັກກິລາຄົນພິການລາວ ຊຸດກຽມເຂົ້າຮ່ວມ “ອາຊຽນ ພາຣາເກມ” ໄດ້ມີຂຶ້ນ ໃນຕອນແລງວັນທີ 22 ພຶດສະພາ 2023 ທີ່ຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານ ຄອລ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກິລາຄົນພິການແຫ່ງຊາດ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນ.

ໃນພິທີ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ ລາຍງານໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນກິລາ “ອາຊຽນ ພາຣາເກມ” ຄັ້ງທີ 12 ຄັ້ງນີ້, ສປປ ລາວ ຈະສົ່ງ 7 ປະເພດກິລາ ປະກອບມີ ແລ່ນ-ລານ (ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ), ລອຍນ້ຳ (ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ), ຍົກນ້ຳໜັກ (ລວມ 6 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ), ໂກນບານຍິງ (ລວມ 10 ຄົນ, ນັກກິລາ 6 ຄົນ), ບັອດເຊຍ (ລວມ 7 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ), ບານບ້ວງລໍ້ເລື່ອນຍິງ (ລວມ 13 ຄົນ, ນັກກິລາ 9 ຄົນ) ແລະ ກິລາບານເຕະຄົນພິການຕາ (ລວມ 15 ຄົນ, ນັກກິລາ 10 ຄົນ) ລວມຜູ້ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 36 ທ່ານ, ໃນນັ້ນ ກໍມີຄະນະນຳ 11 ທ່ານ, ຍິງ 6 ທ່ານ, ແພດ-ນັກຂ່າວ 5 ທ່ານ, ຍິງ 2 ທ່ານ, ຄູຝຶກ-ຜູ້ຊ່ວຍຄູຝຶກ 28 ທ່ານ, ຍິງ 7 ທ່ານ ແລະ ນັກກິລາທັງໝົດ 45 ຄົນ, ຍິງ 21 ຄົນ ສ່ວນຄວາມຫວັງໃນການເຂົ້າຮ່ວມງານດັ່ງກ່າວ ໄດ້ຕັ້ງເປົ້າໝາຍໄວ້ ຈະພະຍາຍາມສູ້ຊົນໃຫ້ໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 10 ຫຼຽນທອງ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະນຳຂອງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ບັນດາສະຫະພັນກິລາຄົນພິການແຫ່ງຊາດລາວ ທີ່ມີຄວາມຕັດສິນໃຈສູງໃນການປຸກລະດົມ, ຊຸກຍູ້ນັກກິລາ ເຂົ້າສູນຝຶກຊ້ອມ ເພື່ອເຂົ້າຮ່ວມ “ອາຊຽນ ພາຣາເກມ”. ເຖິງຢ່າງໃດກໍດີ, ຂໍຮຽກຮ້ອງມາຍັງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃນນາມກອງເລຂາປະສານງານ ຕ້ອງໄດ້ເອົາໃຈໃສ່ໃນການພົວພັນປະສານງານຢ່າງເອົາຈິງເອົາຈັງ ກັບປະເທດເຈົ້າພາບ, ກອງເລຂາຂອງຄະນະຈັດການແຂ່ງຂັນ ໃຫ້ເປັນປົກກະຕິ, ຕິດຕາມຂໍ້ມູນຂ່າວສານ ໃຫ້ທັນກັບສະພາບການ ແລະ ລາຍງານຂໍຄຳເຫັນຄະນະນຳກະຊວງ ແລະ ປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຢ່າງເປັນປົກກະຕິ; ໃຫ້ກອງເລຂາປະສານງານ ຕ້ອງສະ ໜອງຂໍ້ມູນຂ່າວສານດ້ານກົດລະບຽບ, ກະຕິກາຂອງການແຂ່ງຂັນແຕ່ລະປະເພດກິລາ ເພື່ອຜັນຂະຫຍາຍໃຫ້ບັນດາສະຫະພັນກິລາ 7 ປະເພດກິລາທີ່ຈະເຂົ້າຮ່ວມແຂ່ງຂັນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການຝຶກຊ້ອມ ແລະ ແຂ່ງຂັນ ແລະ ໃຫ້ບັນດາປະທານສະຫະພັນ, ເລຂາທິການ, ຄູຝຶກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ-ການເມືອງ, ຄວາມຮັບຜິດຊອບ, ນໍ້າໃຈຮັກຊາດຂອງນັກກິລາໃຫ້ສູງ ເພື່ອບຸກທະລຸທາງຈິດໃຈຂອງນັກກິລາ, ເອົາໃຈໃສ່ ແລະ ມີວິໄນໃນເວລາຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ ໃຫ້ສາມາດຍາດໄດ້ຫຼຽນຄຳມາສູ່ປະເທດຊາດຂອງພວກເຮົາ.

ພ້ອມກັນນັ້ນ, ກໍຂໍໃຫ້ບັນດາຄະນະນໍາ ແລະ ຄູຝຶກ ຈົ່ງພ້ອມກັນນຳເອົາຄວາມຮູ້ຄວາມສາມາດ, ປະສົບການຈາກການເຂົ້າຮ່ວມແຂ່ງຂັນໃນຄັ້ງຜ່ານມາ ມາໝູນໃຊ້ເຂົ້າໃນການຝຶກແອບ-ຝຶກຊ້ອມ ຂອງນັກກິລາ ໃຫ້ໄດ້ສະຖິຕິທີ່ດີ ແນໃສ່ເກັບກຳຜົນງານການແຂ່ງຂັນຂອງນັກກິລາ ໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບຫຼຽນຄຳ ຕາມຄາດໝາຍທີ່ວາງໄວ້; ໃຫ້ເອົາໃຈໃສ່ໃນການຕິດຕາມ, ການເບິ່ງແຍງສຸຂະພາບ, ການດຳລົງຊີວິດຂອງນັກກິລາຢ່າງເປັນລະບົບ ຖືກກັບລັກສະນະວິທະຍາສາດການກິລາ ໃນເວລາເຂົ້າສູນຝຶກຊ້ອມ ແລະ ການເຂົ້າຮ່ວມແຂ່ງຂັນ ຢ່າງໃກ້ສິດເປັນປົກກະຕິ; ໃຫ້ກອງເລຂາ ຕ້ອງໄດ້ເອົາໃຈໃສ່ ກະກຽມຄວາມພ້ອມຮອບດ້ານ ໃນການເດີນທາງເຂົ້າຮ່ວມການແຂ່ງຂັນເຊັ່ນ: ເຄື່ອງນຸ່ງ, ຊຸດແຂ່ງຂັນ, ອາຫານການກິນທີ່ຈຳເປັນ, ຢາປົວພະຍາດ, ໜັງສືເດີນທາງ, ອຸປະກອນຮັບໃຊ້ການຝຶກແອບ, ອຸປະກອນການແຂ່ງຂັນ ແລະ ອື່ນໆ ທີ່ຕິດພັນກັບການເດີນທາງເຂົ້າຮ່ວມແຂ່ງຂັນຄັ້ງນີ້.

ແນວໃດກໍຕາມ, ມີຄວາມເຊື່ອໝັ້ນສູງ ຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ຈະພ້ອມພຽງກັນ ຮ່ວມແຮງຮ່ວມໃຈກັນໃນກະກຽມນັກກິລາເຂົ້າສູນຝຶກຊ້ອມ ແລະ ກະກຽມ ເຂົ້າຮ່ວມ “ອາຊຽນ ພາຣາເກມ” ຄັ້ງທີ 12 ໃນຄັ້ງນີ້. ຄຽງຄູ່ກັນນັ້ນ ກໍຕ້ອງໄດ້ສືບຕໍ່ຂົນຂວາຍປຸກລະດົມ ການຊ່ວຍເຫຼືອຈາກອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນການຝຶກຊ້ອມຂອງນັກກິລາພວກເຮົາ ແລະ ສສກ ກໍພ້ອມແລ້ວທີ່ຈະໃຫ້ການຊຸກຍູ້, ສະໜັບສະໜູນ ແລະ ສ້າງເງື່ອນໄຂທີ່ເໝາະສົມ ໃນການອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາກິລາ-ກາຍະກຳຄົນພິການລາວ ຢ່າງຮອບດ້ານໃນຕໍ່ໜ້າ ເວົ້າລວມ, ເວົ້າສະເພາະການເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ ໃຫ້ດຳເນີນໄປຕາມແຜນການທີ່ວາງໄວ້.

ໃນພິທີດັ່ງກ່າວ ກໍມີ 3 ພາກສ່ວນ ກໍຄື ສະຖາບັນ ສຸດສະກະ ມອບເງິນ 17 ລ້ານກີບ, ໂຮງພິມສຶກສາ ມອບເງິນ 10 ລ້ານກີບ ແລະ ລັດວິສາຫະກິດອຸປະກອນການສຶກສາ-ກິລາ ກໍໄດ້ມອບເງິນ 5 ລ້ານກີບ ເພື່ອຊຸກຍູ້ທັບນັກກິລາຄົນພິການລາວ ເຂົ້າຮ່ວມແຂ່ງຂັນສ້າງຜົນງານໃນງານດັ່ງກ່າວບັນລຸເປົ້າໝາຍທີ່ວາງໄວ້ອີກດ້ວຍ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version