Home ຂ່າວກິລາ ຄະນະຊີ້ນໍາພາກສະໜາມຊ້ອມຮົບ ລາວ-ຈີນ ຈັດກິດຈະກໍາແຂ່ງຂັນນກິລາສາມັກຄີ

ຄະນະຊີ້ນໍາພາກສະໜາມຊ້ອມຮົບ ລາວ-ຈີນ ຈັດກິດຈະກໍາແຂ່ງຂັນນກິລາສາມັກຄີ

0

ໃນໄລຍະຂອງການຊ້ອມຮົບຮ່ວມ ລາວ-ຈີນ ຄັ້ງນີ້, ຄະນະຊີ້ນໍາພາກສະໜາມ ພ້ອມດ້ວຍນາຍ ແລະ ພົນທະຫານທັງສອງກອງທັບ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ນອກຈາກຈະໄດ້ແລກປ່ຽນບົດຮຽນທາງດ້ານວິຊາການທະຫານເຊິ່ງກັນ ແລະ ກັນແລ້ວ, ນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຈີນ ກໍໄດ້ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາມິດຕະພາບຂຶ້ນ ເມື່ອບໍ່ດົນມານີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກໍາບັງມິດຕະພາບ 2023”, ສະຫາຍ ພົນຕີ ຢາງເຫວີນຫຼິນ ຮອງຫົວໜ້າແມ່ທັບ 75 ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍອະນຸກໍາມະການ, ຕະຫຼອດຮອດນາຍ ແລະ ພົນທະຫານທັງສອງກອງທັບເຂົ້າຮ່ວມ.

ສຳລັບກິລາທີ່ນໍາມາແຂ່ງຂັນມີ 2 ປະເພດກິລາ ຄື: ກິລາເຕະບານ ແລະ ກິລາດຶງເຊືອກ. ຜ່ານການແຂ່ງຂັນກິລາຕົວຈິງເຫັນໄດ້ເຖິງນໍ້າໃຈນັກກິລາຂອງ ທັງສອງກອງທັບ ຮູ້ໄດ້, ຮູ້ເສຍ ສ່ວນກອງເຊຍທັງສອງຝ່າຍກໍໄດ້ສົ່ງກໍາລັງ, ແຮງໃຈເຊຍນັກກິລາຂອງຕົນດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ການຈັດກິດຈະກໍາແຂ່ງຂັນກິລາຄັ້ງນີ້ ທັງເປັນການແລກປ່ຽນບົດຮຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງນາຍ-ພົນທະຫານສອງ ກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ມີຄວາມສຳພັນ ແລະ ເຂົ້າໃຈກັນເລິກເຊິ່ງ, ບົນຈິດໃຈເພີ່ມພູມຄູນສ້າງ ແລະ ສົ່ງເສີມສາຍສໍາພັນໄມຕີຈິດຂອງ ສອງຊາດລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ໂດຍ: ອາຫວຸ້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version