Home ຂ່າວກິລາ ສຸດຍອດສາວບຣາຊິວ ຊະນະໂຄລົມເບຍ ສ້າງປະຫວັດສາດຄອງແຊ້ມ ເຕະບານຍິງ ຊິງແຊ້ມອາເມຣິກາໃຕ້ 5 ສະໄໝຕິດຕໍ່ກັນ

ສຸດຍອດສາວບຣາຊິວ ຊະນະໂຄລົມເບຍ ສ້າງປະຫວັດສາດຄອງແຊ້ມ ເຕະບານຍິງ ຊິງແຊ້ມອາເມຣິກາໃຕ້ 5 ສະໄໝຕິດຕໍ່ກັນ

0

ການແຂ່ງຂັນຄັ້ງທີ 10 ປະເທດເອກົວດໍຣ ເປັນເຈົ້າພາບ ໄດ້ສຳເລັດໃນທ້າຍອາທິດຜ່ານມາ, ຄູ່ຊິງຊະນະເລີດ ເປັນຄູ່ຊິງໜ້າເກົ່າ ສາວ ບຣາຊິວ (ເບຣຊິນ) ແຊ້ມເກົ່າ 4 ສະໄໝຊ້ອນ ພົບກັບ ໂຄລົມເບຍ (ໂຄໂລມບີ) ທີ່ເຂົ້າຊິງເປັນຄັ້ງທີ 4 ຈາກ 5 ຄັ້ງຫລັງສຸດ, ຜົນປະກົດວ່າ: ເບຣຊິນ ເອົາຊະນະດ້ວຍການດວນຈຸດໂທດ 5–4 ເວລາປົກກະຕິສະເໝີກັນ 3-3 ຕໍ່ເວລາພິເສດອີກ 30′ ນາທີ ສະເໝີກັນ 4–4.

ເບຣຊິນ ສ້າງປະຫວັດສາດເປັນທີມທຳອິດ ຄອງແຊ້ມ ເຕະບານຍິງ ຊິງແຊ້ມອາເມຣິກາໃຕ້ 5 ສະໄໝຕິດຕໍ່ກັນ.

ສ່ວນຄູ່ຊິງທີ 3 ອາເຈນຕິນ້າ (ອາກຊັງຕິນ) ຊະນະດວນຈຸດໂທດ ອູຣູໄກວ 5–4 ເວລາປົກກະຕິສະເໝີກັນ 2–2.

ລາງວັນນັກກິລາດີເດັ່ນ ເປັນຂອງ Marta ກອງໜ້າອາຍຸ 39 ປີ ຈາກທີມແຊ້ມ.

ລາງວັນດາວຍິງສູງສຸດ Claudia Martínez ຈາກປາຣາໄກວ ແລະ Amanda Gutierres ຈາກເບຣຊິນ ລວມ 6 ປະຕູ.

ລາງວັນຕົວຜູ້ຮັກສາປະຕູດີເດັ່ນ Katherine Tapia ຈາກໂຄໂລມບີ.

ລາງວັນ ທີມມາລະຍາດດີເດັ່ນໄດ້ແກ່ ທີມຊາດອາກຊັງຕິນ.

News: ຂ່າວກິລາ Lao National TV

Photo: CONMEBOL

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version