Home ຂ່າວຕ່າງປະເທດ ປະຊາຊົນອີຕາລີຫຼາຍກວ່າ 36.000 ຄົນ ຕ້ອງອົບພະຍົບຈາກອຸທົກກະໄພຄັ້ງໃຫຍ່

ປະຊາຊົນອີຕາລີຫຼາຍກວ່າ 36.000 ຄົນ ຕ້ອງອົບພະຍົບຈາກອຸທົກກະໄພຄັ້ງໃຫຍ່

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ພຶດສະພາຜ່ານມາ, ສະຖານະການອຸທົກກະໄພຄັ້ງໃຫຍ່ໃນອີຕາລີຍັງຄົງຢູ່ໃນຂັ້ນວິກິດ ເຮັດໃຫ້ປະຊາຊົນເສຍຊີວິດແລ້ວ 14 ຄົນ ແລະ ອີກຫຼາຍກວ່າ 36.000 ຄົນຕ້ອງອົບພະຍົບອອກຈາກບ່ອນຢູ່ອາໄສ.

ກ່ຽວກັບສະຖານະການອຸທົກກະໄພໃນແຄ້ວນເອມີເລຍ-ໂຣມັນຢາ ທາງພາກເໜືອຂອງອີຕາລີ ຊຶ່ງເປັນຜົນມາຈາກຝົນທີ່ຕົກຢ່າງໜັກ ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຫຼາຍກວ່າ 20 ສາຍລົ້ນຄູກັນນ້ຳໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນເປັນເວລາຫຼາຍກວ່າ 1 ອາທິດ ເຮັດໃຫ້ມີຈຳນວນຜູ້ເສຍຊີວິດເພີ່ມຢ່າງ ໜ້ອຍ 14 ຄົນ ຂະນະທີ່ປະຊາຊົນຫຼາຍກວ່າ 36.000 ຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນ. ຂະນະທີ່ເຈົ້າໜ້າທີ່ກູ້ໄພ ແລະ ທະຫານ ຍັງກະຈາຍກຳລັງຊ່ວຍກັນອົບພະຍົບຜູ້ປະສົບໄພທີ່ຍັງຄົງຕິດຄ້າງຢູ່ຕາມບ້ານເຮືອນທ່າມກາງອຸປະສັກຈາກດິນຖະຫຼົ່ມທີ່ເກີດຂຶ້ນແລ້ວຫຼາຍກວ່າ 305 ຄັ້ງ ແລະ ຖະໜົນຫົນທາງຢ່າງໜ້ອຍ 500 ສາຍຖືກຕັດຂາດ.

ທາງດ້ານ ທ່ານ ຈໍເຈຍ ເມໂລນີ ນາຍົກລັດຖະມົນຕີອີຕາລີ ຕັດສິນໃຈເດີນທາງອອກຈາກກອງປະຊຸມສຸດຍອດຜູ້ນໍາກຸ່ມປະເທດອຸດສາຫະກຳຂັ້ນນຳ 7 ແຫ່ງ (G7) ກ່ອນກຳນົດ ເພື່ອກຽມລົງພື້ນທີ່ປະສົບອຸທົກກະໄພ. ທັງນີ້, ຂໍ້ມູນຈາກໜ່ວຍງານດ້ານສິ່ງແວດລ້ອມຫຼາຍແຫ່ງໃນອີຕາລີໄດ້ກ່າວເຕືອນໄປໃນທິດທາງດຽວກັນວ່າ ອີຕາລີກຳລັງປະເຊີນກັບຄວາມສ່ຽງຫຼາຍຂຶ້ນ ທັງໄພແຫ້ງແລ້ງ ແລະ ນ້ຳຖ້ວມ ຊຶ່ງເປັນຜົນມາຈາກຄວາມປ່ຽນແປງຂອງສະພາບອາກາດ ໂດຍປະຊາຊົນຢ່າງໜ້ອຍ 6,8 ລ້ານຄົນອາໄສຢູ່ໃນພື້ນທີ່ທີ່ມີຄວາມສ່ຽງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version