Home ຂ່າວກິລາ ຍິນດີນຳໂປແລນ ຊະນະອີຕາລີ 3 ເຊັດລວດຄອງແຊ້ມ ບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ ເນຊັ່ນລີກ 2025 ເປັນສະໄໝທີ 2

ຍິນດີນຳໂປແລນ ຊະນະອີຕາລີ 3 ເຊັດລວດຄອງແຊ້ມ ບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ ເນຊັ່ນລີກ 2025 ເປັນສະໄໝທີ 2

0

ການແຂ່ງຂັນ ຮອບສຸດທ້າຍ ຫລື ຮອບ 8 ທີມສຸດທ້າຍ ປະຈຳປີ 2025 ປະເທດຈີນ ເປັນເຈົ້າພາບ ແຂ່ງຂັນຢູ່ໜິງໂປ ໃນທ້າຍອາທິດຜ່ານມາ.

ຄູ່ຊິງຊະນະເລີດ: ໂປແລນ (ໂປໂລຍ) ອັນດັບ 1 ຂອງໂລກ ພົບກັບ ອີຕາລີ ອັນດັບ 2 ຂອງໂລກ ທີ່ເຂົ້າຊິງເປັນຄັ້ງທຳອິດ, ຜົນປະກົດວ່າ: ໂປໂລຍ ທີ່ສ້າງຜົນງານເດັ່ນມາຕັ້ງແຕ່ຮອບ 8 ທີມສຸດທ້າຍ ດ້ວຍການຊະນະຄູ່ແຂ່ງ 3 ເຊັດລວດ, ນັດນີ້ ກໍຍັງຜົນງານເດັ່ນເອົາຊະນະ ອີຕາລີ 3–0 ເຊັດ: 25–22, 25–19 ແລະ 25–14. ໂປໂລຍ ໄດ້ແຊ້ມເປັນສະໄໝທີ 2 ຕໍ່ຈາກປີ 2023.

ສ່ວນຄູ່ຊິງທີ 3 ເບຣຊິນ ອັນດັບ 3 ຂອງໂລກ ຊະນະ ສະໂລເວເນຍ (ສະໂລເວນີ) ອັນດັບ 7 ຂອງໂລກ 3–1 ເຊັດ.

ລາງວັນ MVP ນັກກິລາດີເດັ່ນ ເປັນຂອງ Jakub Kochanowski ຈາກໂປໂລຍ ທີມແຊ້ມ.

ຕົວຕົບວົງໃນດີເດັ່ນຄັ້ງນີ້ ເປັນຂອງ Kewin Sasak ຈາກໂປໂລຍ.

ລາງວັນຕົວຕົບວົງນອກດີເດັ່ນໄດ້ແກ່: Wilfredo León ຈາກໂປໂລຍ ແລະ Alessandro Michieletto ຈາກອີຕາລີ.

ລາງວັນຊູບານດີເດັ່ນ Simone Giannelli ຈາກອີຕາລີ.

ລາງວັນ ລີເບີໂຣ້ ດີເດັ່ນ Maique Nascimento ຈາກເບຣຊິນ.

ລາງວັນກັນຕົວດີເດັ່ນ ຫລື ບ໋ອກດີເດັ່ນໄດ້ແກ່: Jan Kozamernik

ຈາກສະໂລເວນີ ແລະ Jakub Kochanowski ຈາກໂປໂລຍ.

ການແຂ່ງຂັນປີນີ້ ລວມທັງໝົດ 116 ນັດ ທັງຮອບຄັດເລືອກ ແລະ ຮອບສຸດທ້າຍ ມີຜູ້ຊົມທັງໝົດ 413,916 ຄົນ ສະເລ່ຍນັດໜຶ່ງ ປະມານ 3,568 ຄົນ.

News: ຂ່າວກິລາ Lao National TV

Photo: FIVB

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version