Home ຂ່າວພາຍໃນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດຢ່າງສົມກຽດ

ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດຢ່າງສົມກຽດ

0

ເມື່ອບໍ່ດົນມານີ້ ທີ່ກອງຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ນຳໂດຍ ສະຫາຍນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຫົວໜ້າຄະນະປະຕິບັດງານພິເສດແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ຈັດພິທີວາງພວງມາລາເພື່ອຈາລຶກບຸນຄຸນ, ຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ໄຫວ້ອາໄລເຖິງດວງວິນຍານນັກຮົບທະ ຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ, ເພື່ອປະຊາຊົນໃນການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ, ບຸນຄຸນ ແລະ ຄຸນງາມຄວາມດີຂອງພວກສະຫາຍນັ້ນ, ພັກ-ລັດ ແລະ ປະຊາ ຊົນບັນດາເຜົ່າຂໍຈາລຶກໄວ້ໃນປຶ້ມປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວຕະຫຼອດໄປ.

ໃນວັນທີ 18 ພຶດສະພາ ຜ່ານມາ, ຄະນະປະຕິບັດງານພິເສດທັງສອງຝ່າຍກໍໄດ້ຈັດພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ເພື່ອກັບຄືນປະເທດຢ່າງສົມກຽດທີ່ດ່ານສາກົນລາວ-ບາວ. ຝ່າຍຫວຽດນາມນໍາໂດຍ ສະຫາຍ ຮ່ວາງນາມ ຮອງເຈົ້າແຂວງ ປະທານຄະນະປະຕິບັດງານພິເສດແຂວງກວາງຈິ ສສ ຫວຽດນາມ.

ໃນພິທີຄະນະປະຕິບັດງານພິເສດທັງສອງຝ່າຍສະຫວັນນະເຂດ-ກວາງຈິ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດໃນປາງສົງຄາມຢູພື້ນທີ່ຂອງແຂວງສະຫວັນະເຂດ ຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແຕ່ກໍສາມາດຂຸດຄົ້ນໄດ້ 9 ອັດຖິໃນສົກປີ 2022-2023 ນີ້, ຍ້ອນຄະນະປະຕິບັດງານພິເສດ 2 ແຂວງສະຫວັນນະເຂດ-ກວາງຈິໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດໃນການຊອກຄົ້ນຕາມຕົວເມືອງທີ່ມີເປົ້າໝາຍ, ອຳນາດການປົກຄອງໃນແຕ່ລະເມືອງທີ່ລົງຊອກຄົ້ນແມ່ນໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານໄດ້ເປັນຢ່າງດີ.

ຂ່າວ-ພາບ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version