Home ສຶກສາ ເດັກນ້ອຍໃນວັນນີ້ ຄືຜູ້ສືບທອດທີ່ດີຂອງຊາດໃນວັນໜ້າ

ເດັກນ້ອຍໃນວັນນີ້ ຄືຜູ້ສືບທອດທີ່ດີຂອງຊາດໃນວັນໜ້າ

0

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງເປັນວັນທີ່ມີຄວາມໝາຍ, ຄວາມສຳຄັນຫຼາຍ ສຳລັບເດັກນ້ອຍທຸກຄົນ ຊຶ່ງເດັກນ້ອຍໃນວັນນີ້ຈະກາຍເປັນຜູ້ໃຫຍ່ໃນວັນໜ້າ ແລະ ຖ້າຫາກເດັກໄດ້ຮັບການເບິ່ງແຍງດູແລ ແລະ ສຶກສາອົບຮົມບົ່ມສອນຢ່າງເໝາະສົມເຂົາເຈົ້າກໍຈະກາຍເປັນຊັບພະຍາກອນມະນຸດທີ່ແຂງແຮງ, ມີສະຕິປັນຍາທີ່ດີ, ມີອະນາຄົດທີ່ແຈ່ມໃສສາມາດເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຊຶ່ງຍາມໃດພັກ-ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານການພັດທະນາສຸຂະພາບ ແລະ ການສຶກສາສໍາລັບເດັກນ້ອຍ, ຮັບປະກັນສິດພື້ນຖານຂອງເດັກດ້ວຍການສ້າງທຸກເງື່ອນໄຂໃຫ້ເດັກໄດ້ຮັບການພັດທະນາຢ່າງຮອບດ້ານແນໃສ່ໃຫ້ເດັກມີຄວາມສົມບູນທາງທາງຮ່າງກາຍ, ຈິດໃຈ, ມັນສະໝອງ, ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ, ເປັນອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ. ໃນນັ້ນ, ພັກ-ລັດຖະບານ ຍັງໄດ້ຖືໂອກາດດັ່ງກ່າວ ຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍຮູບການຕ່າງໆໂດຍມີຈຸດປະສົງເພື່ອປູກຈິດສຳນຶກທົ່ວປວງຊົນໃຫ້ລະນຶກເຖິງຄວາມສຳຄັນຂອງເດັກນ້ອຍລາວບັນດາເຜົ່າຮ່ວມກັບເດັກທົ່ວໂລກ.

ດັ່ງທີ່ທ່ານຮູ້ແລ້ວວ່າ: ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ, ເປັນຄັງສົມບັດລວມຂອງຊາດ ແລະ ເປັນມໍລະດົກອັນລ້ຳເລີດທີ່ບໍ່ສາມາດປະເມີນມູນຄ່າໄດ້. ເດັກນ້ອຍຂອງຊາດໃດເຂົາເຈົ້າກໍເປັນຜູ້ສືບທອດພາລະກິດຂອງຊາດນັ້ນຍັງ ເປັນຜູ້ສືບສານຮີດຄອງ, ວັດທະນະທຳ, ເຕັກນິກວິທະຍາສາດທີ່ບັນພະບູລຸດສ້າງໄວ້ໃຫ້ຍືນຍົງ ແລະ ຂະຫຍາຍຕົວກໍເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລກ້າວໜ້າຍິ່ງໆຂຶ້ນ. ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ກໍຄືຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນຜູ້ສືບທອດທີ່ດີໃນວັນໜ້າ. ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຄົນຕັດສິນຊາຕາກຳຕໍ່ປະເທດຊາດກໍຄືຄວາມຢູ່ດີກິນດີ ແລະ ຮັ່ງມີຜາສຸກຂອງປະຊາຊົນກໍຄືຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ. ສະນັ້ນ, ທຸກພາກສ່ວນໃນສັງຄົມຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ຄອບຄົວຂອງເດັກ ຈົ່ງພ້ອມກັນເອົາໃຈໃສ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ ແລະ ພໍ່ແມ່ຜູ້ປົກຄອງຈົ່ງເອົາໃຈໃສ່ເບິ່ງແຍງລ້ຽງດູເດັກໃຫ້ເຕີບໃຫຍ່, ເອົາໃຈໃສ່ຮັກສາຄວາມປອດໄພຂອງເດັກ, ຊຸກຍູ້ ແລະ ສົ່ງເສີມການພັດທະນາເດັກຢ່າງຮອບດ້ານ, ປົກປ້ອງເດັກຈາກໄພອັນຕະລາຍຕ່າງໆ, ອຳນວຍຄວາມສະດວກໃຫ້ເດັກໄດ້ຮັບການສຶກສາ, ໄດ້ເຂົ້າຮຽນໃຫ້ເປັນຄົນດີຂອງຄອບຄົວ, ສັງຄົມ ແລະ ເປັນຜູ້ສືບທອດພາລະກິດຂອງປະເທດຊາດ.

ເນື່ອງໃນໂອກາດວັນທີ 1 ມິຖຸນາ 2023 ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໃກ້ຈະ ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນີ້, ຂໍອວຍພອນໄຊໃຫ້ເດັກນ້ອຍລາວທຸກຄົນ ໃນຂອບເຂດທົ່ວປະເທດຈົ່ງມີສຸຂະພາບທີ່ແຂງແຮງ, ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນນັກຮຽນດີຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງຊາດ. ທີ່ສຳຄັນຈົ່ງເອົາໃຈໃສ່ສຶກສາຮ່ຳຮຽນໃຫ້ມີວິຊາຄວາມຮູ້, ມີສະຕິປັນຍາ, ມີຄຸນສົມບັດກາຍເປັນພົນລະເມືອງໜຸ່ມແໜ້ນມີຄຸນນະພາບຂອງປະເທດຊາດ.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version