Home ຂ່າວພາຍໃນ ເມືອງສາມັກຄີໄຊ ເລົ່າຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ

ເມືອງສາມັກຄີໄຊ ເລົ່າຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ

0

ແຫລ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ສະຫະພັນກຳມະບານ ເມືອງສາມັກຄີໄຊ ຈັດປາຖະກາຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ (1ພຶດສະພາ 1886-1ພຶດສະພາ 2023) ໃນວັນທີ 17 ພຶດສະພາ 2023 ໃຫ້ບັນດາການນຳອ້ອມຂ້າງເມືອງ ພ້ອມດ້ວຍສະມາຊິກກຳມະບານ ໂດຍການປາຖະກະຖາ ຂອງທ່ານ ນາງ ດວງມີໄຊ ສິດທະປະເສີດ ປະທານແນວລາວສ້າງຊາດເມືອງ.

ທ່ານ ນາງ ດວງມີໄຊ ສິດທະປະເສີດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະກອນ ພາຍໃຕ້ການປົກຄອງຂອງພວກນາຍທຶນ ຊົນຊັ້ນກໍາມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພ ຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງ ໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14 ຫາ 15 ຊົ່ວໂມງ, ການອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ສະຫວັດດີການ-ສັງຄົມ. ສະນັ້ນ, ຈຶ່ງພາໃຫ້ຂໍ້ຂັດແຍ່ງນັບມື້ນັບຮຸນແຮງຂຶ້ນ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຕ້ອງຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນ ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ, ຊົນຊັ້ນກຳມະກອນໄດ້ສາມັກຄີຕໍ່ສູ້ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນ ຢູ່ບັນດາປະເທດທຶນນິຍົມ ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ ປີ 1886 ເປັນວັນກຳມະກອນສາກົນ. ນັບແຕ່ນັ້ນມາວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ສະເພາະຢູ່ ສປປ ລາວ ໃນທຸກໆປີ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ຈຶ່ງໄດ້ຈັດຕັ້ງສະເຫລີມສະຫລອງ ເພື່ອລະນຶກເຖິງມູນເຊື້ອການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ທັງເປັນການປົກປັກຮັກສາສັນຕິພາບ ແລະ ເປັນຂີດໝາຍອັນສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ.

ຂ່າວ-ພາບ: ສຸກມີໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version