Home ຂ່າວພາຍໃນ ສ້າງຄວາມເປັນເອກະພາບການດຳເນີນຄະດີອາຍາ ຕິດພັນກັບວຽກງານຕ້ານການຄ້າມະນຸດ

ສ້າງຄວາມເປັນເອກະພາບການດຳເນີນຄະດີອາຍາ ຕິດພັນກັບວຽກງານຕ້ານການຄ້າມະນຸດ

0

ຊຸດຝຶກອົບຮົມວຽກງານການດຳເນີນຄະດີອາຍາ ແລະ ປະ ມວນກົດໝາຍອາຍາ ທີ່ຕິດພັນກັບວຽກງານຕ້ານການຄ້າມະນຸດ ໃຫ້ພະນັກງານໄອຍະການບັນດາແຂວງພາກເໜືອ ຈັດຂຶ້ນໃນວັນທີ 16-18 ພຶດສະພາ 2023 ທີ່ແຂວງຫລວງພະບາງ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍ ທັງຮັບປະກັນການປະຕິບັດໜ້າທີ່ດ້ວຍຄວາມໂປ່ງໄສ, ຍຸຕິທໍາ ແລະ ຖືກຕ້ອງຕາມກົດໝາຍ ໂດຍການເປັນປະທານຮ່ວມຂອງ ທ່ານ ວິລະສິດ ສິງກາວົງໄຊ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ຊາຣີນ ທູລາດາຣ ຫົວໜ້າຫ້ອງການອົງການ ໄອໂອເອັມ ປະຈຳ ສປປ ລາວ (IOM), ມີບັນດາຄູຝຶກຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກເໜືອ, ອົງການໄອຍະການທະຫານພາກເໜືອ, ອົງການໄອຍະການປະຊາຊົນບັນດາແຂວງພາກເໜືອ, ກະຊວງກະສິກຳ ແລະ ປ່າ ໄມ້, ພະແນກກະສິກຳ ແລະ ປ່າໄມ້ ບັນດາແຂວງພາກເໜືອ, ກົມພາສີ ກະຊວງການເງີນ ແລະ ເຈົ້າໜ້າທີ່ ພາສີປະຈໍາຢູ່ບັນດາແຂວງພາກເໜືອ ເຂົ້າຮ່ວມ.

ບົດຮຽນທີ່ນໍາມາຖອນຖອດໃນຄັ້ງນີ້, ປະກອບມີ: ຄວາມຮັບຮູ້ທົ່ວໄປກ່ຽວກັບ ການຕິດຕາມກວດກາການດໍາເນີນຄະດີຄ້າມະນຸດ; ປະມວນກົດໝາຍອາຍາກ່ຽວກັບການຄ້າມະນຸດ (ອົງປະກອບຂອງການກະທໍາຜິດ ການຄ້າມະນຸດ); ການສັ່ງຟ້ອງ ແລະ ການເຂົ້າຮ່ວມປະຊຸມສານ ໃນຄະດີການຄ້າມະນຸດ. ທັງນີ້, ກໍເພື່ອຝຶກໃຫ້ພະນັກງານໄອຍະການຮູ້ເຖິງວິທີການໂຕ້ຖຽງໃນທີ່ປະຊຸມສານ.

ການຄ້າມະນຸດ, ເປັນອາຊະຍາກໍາ ເປັນໄພໃກ້ຕົວທີ່ອັນຕະລາຍຮ້າຍແຮງ ແລະ ມີຜົນກະທົບໂດຍກົງຕໍ່ສິດທິພື້ນຖານຂອງພົນລະເມືອງ ຊຶ່ງຍາມໃດ ພັກ ແລະ ລັດ ກໍໄດ້ເອົາໃຈໃສ່ ໃນການປ້ອງກັນ, ສະກັດກັ້ນການຄ້າມະນຸດ ໃສ່ຜູ້ກະທຳຜິດໃນສະຖານຄ້າມະນຸດ, ການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ດ້ວຍການປະສານສົບທົບລະຫວ່າງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ, ຕ່າງ ປະເທດພາກພື້ນ ແລະ ສາກົນ ໂດຍສະເພາະ ກໍແມ່ນພາລະບົດບາດໜຶ່ງຂອງອົງການໄອຍະການປະຊາ ຊົນ ໃນຖານະເປັນອົງການປົກປ້ອງກົດໝາຍ, ເປັນອົງການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ຮັບປະກັນໃຫ້ການດຳເນີນຄະດີອາຍາ, ລວມທັງຄະດີການຄ້າມະນຸດ ໄດ້ດຳເນີນ ຢ່າງຮອບດ້ານຄົບຖ້ວນ, ພາວະວິໄສ ເພື່ອບໍ່ໃຫ້ປະຊາຊົນ, ນັກຮຽນ-ນັກສຶກສາ ຕົກເປັນເຫຍື່ອຂອງການຄ້າມະນຸດ.

ໂອກາດນີ້, ຄະນະປະທານ ຍັງໄດ້ຊີ້ນຳຜູ້ທີ່ເຂົ້າຮ່ວມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການແລກປ່ຽນບົດຮຽນນຳຄູ-ອາຈານ ເພື່ອນໍາເອົາບົດຮຽນ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ ວຽກງານທີ່ຕົນຮັບ ຜິດຊອບ, ທັງຮັບປະກັນການດຳເນີນຄະດີການຄ້າມະນຸດ ໃຫ້ຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ຖືກຕ້ອງຕາມກົດໝາຍ ເພື່ອນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ແລະ ປົກປ້ອງສິດ, ຜົນປະ ໂຫຍດອັນຊອບທໍາ ຂອງຜູ້ຖືກເຄາະຮ້າຍ ເພື່ອຮັບປະກັນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີຜົນສໍາເລັດ ປະກອບສ່ວນເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ຍຸຕິິທໍາ ແລະ ສີວິໄລ.

ຊຸດອົບຮົມຄັ້ງນີ້, ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກໂຄງການ IOM.

ຂ່າວ: ອອປສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version