Home ຂ່າວພາຍໃນ ສະໜາມບິນໜອງຄ້າງກາຍເປັນຂີດໝາຍໃໝ່ທີ່ສໍາຄັນຕໍ່ຜົນປະໂຫຍດໂດຍກົງຂອງຊາວແຂວງຫົວພັນ

ສະໜາມບິນໜອງຄ້າງກາຍເປັນຂີດໝາຍໃໝ່ທີ່ສໍາຄັນຕໍ່ຜົນປະໂຫຍດໂດຍກົງຂອງຊາວແຂວງຫົວພັນ

0

ສະໜາມບິນໜອງຄ້າງກາຍເປັນຂີດໝາຍໃໝ່ທີ່ສໍາຄັນທີ່ສຸດ ຕໍ່ກັບການຮ່ວມມືຂອງສອງປະເທດ ລາວ – ຫວຽດນາມ ເປັນຜົນປະໂຫຍດໂດຍກົງຂອງຊາວແຂວງຫົວພັນ. ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນໄດ້ກ່າວໃນພິທີມອບ-ຮັບຜົນສໍາເລັດການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ວ່າ: ສະໜາມບິນໜອງຄ້າງໄດ້ກາຍເປັນຂີດໝາຍ ໃໝ່ທີ່ສໍາຄັນທີ່ສຸດ ຕໍ່ກັບການຮ່ວມມືຂອງສອງປະເທດ ລາວ – ຫວຽດນາມ ຊຶ່ງເປັນຜົນປະໂຫຍດໂດຍກົງຂອງຊາວແຂວງຫົວພັນທີ່ໄດ້ຄອງຄອຍມາເປັນເວລາດົນນານ ແລະ ເປັນທ່າແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ຜົນສໍາເລັດດັ່ງກ່າວຈະກາຍເປັນຄາດໝາຍໃໝ່ທີ່ສໍາຄັນຢ່າງສູງເຂົ້າໃນວຽກງານຄົມມະນາຄົມໃນອະນາຄົດໃຫ້ນັບມື້ ມີທ່າກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ, ການຄົມມະນາຄົມ-ຂົນສົ່ງທາງອາກາດ ເປັນການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃນປັດຈຸບັນໃຫ້ນັບມື້ມີທ່າກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.

ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຄະນະຄຸ້ມຄອງໂຄງການ, ທີ່ປຶກ ສາ, ບໍລິສັດຜູ້ຮັບເໝົາ, ພາກສ່ວນກ່ຽວຂ້ອງຕ່າງໆ ລວມທັງປະຊາຊົນບັນດາບ້ານອ້ອມຂ້າງໂຄງການດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໃຫ້ແຂວງຫົວພັນໄດ້ຮັບການພັດທະນາໃນທຸກໆດ້ານ ໂດຍສະເພາະແມ່ນການກໍ່ສ້າງໂຄງການສະໜາມບິນໜອງຄ້າງແຫ່ງນີ້ຈົນມີຜົນສໍາເລັດ ແລະ ກ້າວມາເຖິງການມອບ-ຮັບຢ່າງເປັນທາງການ, ແຂວງຫົວພັນໄດ້ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການໃນການບູລະນະ, ປົກປັກຮັກສາ ແລະ ການບໍລິການດ້ານຕ່າງໆຢູ່ພາຍໃນ ແລະ ພາຍນອກສະໜາມບິນໃຫ້ດີທີ່ສຸດ ພ້ອມທັງເປັນເຈົ້າການເພື່ອເສີມຂະຫຍາຍເນື້ອໃນກິດຈະການຂອງສອງປະເທດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນສູງຂຶ້ນ.

ທ່ານ ວັນໄຊ ແພງຊຸມມາ ໄດ້ກ່າວຕື່ມວ່າ: ແຂວງຫົວພັນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງປະເທດລາວ, ທິດຕາເວັນອອກຕິດກັບແຂວງແທັງຮວາ ແລະ ແຂວງເຊີນລາ, ທິດໃຕ້ຕິດກັບແຂວງເຫງະອານ ແຫ່ງ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບແຂວງຊຽງຂວາງ, ທິດເໜືອຕິດກັບແຂວງຫຼວງພະບາງ ເປັນແຂວງພູດອຍ ຢູ່ຫ່າງໄກຈາກນະຄອນຫຼວງວຽງຈັນ 600 ກ່ວາກິໂລແມັດ; ການພັດທະນາເສດຖະກິດ – ສັງຄົມຂອງແຂວງຫົວພັນ ໃນໄລຍະຜ່ານມາເຫັນວ່າມີຄວາມຊັກຊ້າ ແລະ ພົບຄວາມຫຍຸ້ງຍາກຫຼາຍເສັ້ນທາງຄົມມະນາຄົມຂົນສົ່ງ ທາງບົກ, ທາງອາກາດ, ມາຮອດໄລຍະປີ 2012-2013 ກົມການເມືອງສູນກາງພັກ, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບໃຫ້ມີການກໍ່ສ້າງສະໜາມບິນແຫ່ງນີ້ຂຶ້ນ ໂດຍນໍາໃຊ້ທຶນກູ້ຢືມຈາກ ບໍລິສັດ ຮຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ ແຫ່ງ ສສ ຫວຽດນາມ, ເພື່ອແນໃສ່ເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາເສດຖະກິດ-ສັງຄົມ ຮັບໃຊ້ໜ້າທີ່ການເມືອງ ແລະ ການບໍລິການດ້ານອື່ນໆຂອງແຂວງຫົວພັນໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ໂດຍ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version