Home ຂ່າວຕ່າງປະເທດ ປັບເພີ່ມການເຕີບໂຕດ້ານເສດຖະກິດຂອງ EU ແລະ ເຂດໃຊ້ເງິນເອີໂຣ

ປັບເພີ່ມການເຕີບໂຕດ້ານເສດຖະກິດຂອງ EU ແລະ ເຂດໃຊ້ເງິນເອີໂຣ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ບົດລາຍງານການຄາດຄະເນເສດຖະກິດປີ 2023. ຍ້ອນໄດ້ຮັບຜົນສະທ້ອນຈາກລາຄາພະລັງງານຫຼຸດລົງ, ບັນຫາດ້ານການສະໜອງດີຂຶ້ນ ແລະ ຕະຫຼາດແຮງງານໄດ້ຟື້ນຟູຄືນຢ່າງແຂງແຮງ, ຄະນະກຳມາທິການສະຫະພາບເອີຣົບ ໄດ້ຕົກລົງປັບເພີ່ມຄາດໝາຍການເຕີບໂຕດ້ານເສດຖະກິດຂອງສະຫະພາບເອີຣົບ ແລະ ເຂດໃຊ້ເງິນເອີໂຣໃນປີນີ້ ແລະ ປີໜ້າໃຫ້ສູງຂຶ້ນ.

ທ່ານ ປາວໂລ ເກນຕີໂລນີ ກ່າວວ່າ: ຄະນະກຳມາທິການສະຫະພາບເອີຣົບໄດ້ປັບເພີ່ມຄາດໝາຍການເຕີບໂຕດ້ານເສດຖະກິດຂອງສະຫະພາບເອີຣົບຂຶ້ນເປັນ 1% ໃນປີ 2023 ແລະ ເປັນ 1,7% ໃນປີ 2024. ຈັງຫວະການເຕີບໂຕຂອງເຂດໃຊ້ເງິນເອີໂຣກໍຄ້າຍຄືກັນ ໂດຍຄາດວ່າຈັງຫວະການເຕີບໂຕໃນປີ 2023 ແມ່ນ 1,1% ແລະ ປີ 2024 ແມ່ນ 1,6%. ໃນຂະນະດຽວກັນ, ຄະນະກຳມາທິການສະຫະພາບເອີຣົບໄດ້ປັບການຄາດເນຕໍ່ລະດັບເງິນເຟີ້ຂອງເຂດໃຊ້ເງິນເອີໂຣ ໂດຍຄາດວ່າ ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣໃນປີ 2023 ແມ່ນ 5,8% ແລະ ປີ 2024 ແມ່ນ 2,8%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version