Saturday, May 18, 2024
Homeຂ່າວຕ່າງປະເທດທາງລົດໄຟ ຈີນ-ລາວ ເຮັດໃຫ້ລາຄາໝາກຖຸລຽນຈີນ ຖືກລົງກວ່າເກົ່າ

ທາງລົດໄຟ ຈີນ-ລາວ ເຮັດໃຫ້ລາຄາໝາກຖຸລຽນຈີນ ຖືກລົງກວ່າເກົ່າ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ໝາກຖຸລຽນ ຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຈີນຫລາຍ, ແຕ່ບໍ່ໄດ້ຂາຍດີປານໃດຢູ່ຕະຫລາດຈີນ ຍ້ອນລາຄາແພງຫລາຍ. ແຕ່ວ່າ, ເມື່ອເຂົ້າສູ່ເດືອນພຶດສະພາປີນີ້, ລູກຄ້າຈີນ ທີ່ມັກກິນໝາກຖຸລຽນ ພັດມີ ຂ່າວດີ ແລ້ວ. ຍ້ອນວ່າ, ລາຄາໝາກຖຸລຽນໃນຕະຫລາດຈີນປີນີ້ ໄດ້ຖືກລົງກວ່າແຕ່ກ່ອນຫລາຍແລ້ວ.

ລູກຄ້າຫລາຍທ້ອງຖິ່ນຂອງຈີນກ່າວວ່າ: ລາຄາໝາກຖຸລຽນ ໂລໜຶ່ງຕ່ຳກວ່າ 40 ຢວນ, ຊື້ໝາກຖຸລຽນໜ່ວຍໜຶ່ງ ຕ້ອງຈ່າຍປະມານ 100 ຢວນເທົ່ານັ້ນ. ສ່ວນລະຫວ່າງເດືອນພຶດສະພາ ຫາເດືອນສິງຫາ, ເປັນລະດູທີ່ໝາກຖຸລຽນປ້ອນເຂົ້າຕະຫລາດ, ໝາກຖຸລຽນ ທີ່ມີຄຸນນະພາບດີ ແລະ ລາຄາຖືກ ຈະເຂົ້າສູ່ຕະຫລາດຢ່າງຫລວງຫລາຍ ແລະ ລາຄາອາດຈະຕ່ຳລົງອີກ.

ເປັນຫຍັງລາຄາໝາກຖຸລຽນໃນຕະຫລາດຈີນປີນີ້ຕ່ຳລົງ? ສາເຫດຕົ້ນຕໍກໍແມ່ນ: ທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ແລ້ວ.

ໄທ ແມ່ນປະເທດສົ່ງອອກໝາກຖຸລຽນໃຫຍ່ອັນດັບໜຶ່ງສຳລັບຈີນ. ພຽງແຕ່ປີ 2022 ປີດຽວ, ຈີນໄດ້ນຳເຂົ້າໝາກຖຸລຽນ 780.000 ໂຕນຈາກໄທ ເຊິ່ງໄດ້ກວມ 95% ຂອງຍອດຈຳນວນນຳເຂົ້າໝາກຖຸລຽນຂອງຈີນ ແລະ ມີມູນຄ່າເຖິງ 4 ຕື້ໂດລາ. ໃນໄລຍະດຽວກັນ, ຍອດມູນຄ່ານຳເຂົ້າໝາກໄມ້ຂອງຈີນເປັນພຽງ 14,6 ຕື້ໂດລາເທົ່ານັ້ນ, ໝາກຖຸລຽນໄດ້ກວມເຖິງ 27,3%, ເປັນໝາກໄມ້ທີ່ນຳເຂົ້າຫລາຍທີ່ສຸດໃນຕະຫລາດຈີນ.

ທີ່ຈິງແລ້ວ, ລາຄາໝາກຖຸລຽນແພງບໍ່ແມ່ນຍ້ອນວ່າມີຜົນຜະລິດໜ້ອຍ, ຫາກແມ່ນຍ້ອນວ່າ ການຄົມມະນາຄົມບໍ່ສະດວກ. ນັກທຸລະກິດສົ່ງອອກໝາກຖຸລຽນໄທກ່າວວ່າ: ນັບແຕ່ໄດ້ເປີດນຳໃຊ້ທາງລົດໄຟ ຈີນ-ລາວແລ້ວ, ການຂົນສົ່ງໝາກຖຸລຽນເຂົ້າຕະຫລາດຈີນໃຊ້ເວລາໜ້ອຍລົງຫລາຍ, ແຕ່ກ່ອນຂົນສົ່ງທາງທະເລຈະຕ້ອງການເວລາປະມານ 7 ວັນ ແລະ ຂົນສົ່ງທາງບົກປະມານ 5 ວັນ, ດຽວນີ້ຂົນສົ່ງຜ່ານທາງລົດໄຟໄປເຖິງນະຄອນຄຸນມິງຂອງປະເທດຈີນໃຊ້ເວລາພຽງແຕ່ 3 ວັນເທົ່ານັ້ນ. ຕາມຂ່າວແຈ້ງວ່າ ຂະບວນລົດໄຟໝາກຖຸລຽນ ຈາກສະຖານີມາບຕາພຸດຂອງປະເທດໄທ ຫານະຄອນກວາງໂຈ່ວຂອງຈີນ ໄດ້ໃຊ້ເວລາສັ້ນທີ່ສຸດໃນການຂົນສົ່ງໝາກໄມ້ຈາກປະເທດໄທ ຫາປະເທດຈີນ, ອັດຕາເສຍຫາຍໃນການຂົນສົ່ງກໍໄດ້ຫລຸດລົງຢ່າງຈະແຈ້ງ. ປະສິດທິພາບໃນການຂົນສົ່ງໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ຕົ້ນທຶນການຂົນສົ່ງກໍໄດ້ຫລຸດລົງ 30% ຫາ 50%.

ນອກຈາກໝາກຖຸລຽນແລ້ວ, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກມ່ວງຈາກໄທ, ລາວ, ຫວຽດນາມ ແລະ ສິງກະໂປ ກໍໄດ້ເຂົ້າເຖິງລະດູເກັບກ່ຽວແລ້ວ. ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ໝາກຖຸລຽນ, ໝາກມີ້, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກພຸກເປັນຕົ້ນໄດ້ປ້ອນເຂົ້າຕະຫລາດເປັນຈຳນວນຫລວງຫລາຍ, ແຕ່ລະມື້, ຈະມີຂະບວນລົດໄຟຂົນສົ່ງໝາກໄມ້ຂະບວນໜຶ່ງແລ່ນຜ່ານທາງລົດໄຟ ຈີນ-ລາວ ແລ້ວເຂົ້າສູ່ປະເທດຈີນ ແລະ ຂົນຍ້າຍໄປເຖິງຕົວເມືອງໃຫຍ່ແຫ່ງຕ່າງໆຂອງຈີນ.

ຮອດວັນກຳມະກອນສາກົນປີນີ້, ໝາກໄມ້ເຂດຮ້ອນທີ່ໄດ້ຂົນສົ່ງເຂົ້າສູ່ຕະຫລາດຈີນໂດຍຜ່ານທາງລົດໄຟ ຈີນ-ລາວ ໄດ້ບັນລຸເຖິງ 11.000 ໂຕນ, ໄດ້ເຮັດໃຫ້ໝາກໄມ້ໃນຕະຫລາດຈີນມີຄວາມອຸດົມສົມບູນກວ່າເກົ່າ. ຕາມຂ່າວແຈ້ງວ່າ ລະດູການຄຶກຄັກຂອງການຂົນສົ່ງໝາກໄມ້ຕາມທາງລົດໄຟ ຈີນ-ລາວ ຈະແກ່ຍາວໄປເຖິງທ້າຍເດືອນມິຖຸນາໜ້ານີ້. ການຂົນສົ່ງໝາກໄມ້ຕ່າງໆຈາກອາຊີຕາເວັນອອກສຽງໃຕ້ ເຊັ່ນ: ໝາກຖຸ ິລຽນ, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກພຸກເປັນປປປຕົ້ນ ຈະເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນັບແຕ່ເປີດນຳໃຊ້ທາງລົດໄຟ ຈີນ-ລາວ ເປັນຕົ້ນມາ, ຕົ້ນທຶນການຄ້າລະຫວ່າງ ຈີນ ແລະບັນດາປະເທດອາຊຽນໄດ້ຫລຸດລົງຢ່າງຫລວງຫລາຍ, ດ້ານໜຶ່ງໄດ້ຊຸກຍູ້ການພັດທະນາກະສິກຳຂອງລາວ, ໄທ ແລະ ປະເທດສະມາຊິກອາຊຽນອື່ນໆ, ອີກດ້ານໜຶ່ງ, ກໍໄດ້ເຮັດໃຫ້ລູກຄ້າຈີນສາມາດຊົມໃຊ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄາຖືກຈາກປະເທດເຫລົ່ານີ້, ທາງລົດໄຟ ຈີນ-ລາວ ເປັນເສັ້ນທາງທີ່ສ້າງຜົນປະໂຫຍດເຊິ່ງກັນ ແລະກັນໃຫ້ແກ່ຈີນ ແລະ ບັນດາປະເທດສະມາຊິກອາຊຽນແທ້ໆ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments