Home ຂ່າວໜ້າໜຶ່ງ ສະຫະພັນກຳມະບານ ສະພາແຫ່ງຊາດ ປາຖະກະຖາ 2 ວັນສຳຄັນ

ສະຫະພັນກຳມະບານ ສະພາແຫ່ງຊາດ ປາຖະກະຖາ 2 ວັນສຳຄັນ

0

ສະຫະພັນກຳມະບານ ສະພາແຫ່ງຊາດ ຈັດປາຖະກະຖາ ວັນສ້າງຕັ້ງກຳມະບານ ຄົບຮອບ 67 ປີ ແລະ ວັນກຳມະກອນສາກົນ ຄົບຮອບ 137 ປີ ແລະ ສະຫລຸບວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໃນວັນທີ 12 ພຶດສະພາ 2023 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ອຳໄພ ຈິດມານົນ ປະທານຄະນະບໍລິຫານ ງານສະຫະພັນກຳມະບານສະພາແຫ່ງຊາດ, ມີສະມາຊິກກຳມະບານສະພາແຫ່ງຊາດ ເຂົ້າຮ່ວມ. ທ່ານ ອຳໄພ ຈິດມານົນ ໄດ້ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ເຊິ່ງປີນີ້ຄົບຮອບ 137 ປີ, ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນໃນທົ່ວໂລກ ເພາະເປັນມື້ແຫ່ງການເຕົ້າໂຮມພະລັງຂອງຊົນຊັ້ນກຳມະກອນຕໍ່ສູ້ກັບຊົນຊັ້ນນາຍທຶນ ເພື່ອທວງເອົາຜົນປະໂຫຍດອັນຊອບທຳ ຂອງຕົນຢູ່ໃນທົ່ວໂລກ ເຊິ່ງໃນປີ 1764 ໄດ້ເກີດມີຂະບວນຕໍ່ສູ້ດຸເດືອດຂອງກຳມະກອນຢູ່ປະເທດອັງກິດ ເພື່ອທວງເອົາຜົນປະໂຫຍດ ແລະ ແລກເອົາຄ່າແຮງງານ ຫລື ເງິນເດືອນທີ່ບໍ່ໄດ້ຮັບຄວາມເອົາໃຈໃສ່ ດ້ານສະຫວັດດີການສັງຄົມແຕ່ຢ່າງໃດ ເຮັດໃຫ້ຊີວິດການເປັນຢູ່ຂອງກຳມະກອນມີຄວາມຫຍຸ້ງຍາກລຳບາກ, ຂະບວນລຸກຮືຂຶ້ນຂອງກຳມະກອນໄດ້ແຜ່ລາມເປັນບໍລິເວນກວ້າງໄປທົ່ວໂລກ.

ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີຂະບວນນັດຢຸດງານຄັ້ງໃຫຍ່ຂອງ ກໍາມະກອນໃນໂຮງຈັກ, ໂຮງງານ ຈຳນວນ 5.000 ກວ່າແຫ່ງ ໃນອາເມລິກາ ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງໃຫ້ໄດ້ພັກຜ່ອນ ແລະ 8 ຊົ່ວໂມງ ໃຫ້ໄດ້ມີໂອກາດຮໍ່າຮຽນ, ທວງໃຫ້ ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງກຳມະກອນ. ຈາກສະພາບການຄືແນວນັ້ນ, ໃນວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ ປະເທດຝຣັ່ງ ເຊິ່ງໄດ້ ຕົກລົງຮັບຮອງເອົາ ວັນທີ 1 ພຶດສະພາ ໃຫ້ກາຍເປັນບຸນປາງໃຫຍ່ອັນສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈຳທຸກໆ ປີ. ຈາກນັ້ນ, ທ່ານ ຄຳແມ່ນ ວິລະກຸນ ກຳມະການຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫລຸບວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022 ແລະ ທິດທາງ ແຜນການ ປະຈຳປີ 2023 ໃນຕໍ່ໜ້າ.

ຂ່າວ-ພາບ: ວຽງສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version