Home ຂ່າວໜ້າໜຶ່ງ ກະຊວງ ຖວທ ກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

ກະຊວງ ຖວທ ກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

0

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມເພື່ອປຶກສາຫາລື ການກະກຽມຄວາມພ້ອມເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27, ກອງປະຊຸມ ປິ່ນອ້ອມ ແລະ ງານວາງສະແດງການທ່ອງທ່ຽວອາຊຽນ ໃນວັນທີ 12 ພຶດສະພາ 2023 ເພື່ອລາຍງານ ແລະ ຮ່ວມກັນປຶກສາຫາລື, ແລກປ່ຽນຄຳຄິດເຫັນ ຕໍ່ບັນດາໜ້າວຽກງານ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງບັນດາອະນຸກຳມະການກ່ຽວຂ້ອງ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖວທ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານນາງ ສວນສະຫວັນ ວິຍະເກດ ໄດດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 27 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22-27 ມັງກອນ 2024 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງວຽງຈັນ ຊຶ່ງກອງປະຊຸມດັ່ງກ່າວ, ຈະປະກອບມີກອງປະຊຸມເຈົ້າໜ້າທີ່ອາວຸໂສການທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ພ້ອມທັງຈະມີງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ການພົບປະ, ຊື້-ຂາຍ ລາຍການທ່ອງທ່ຽວ (Buyers meet Sellers) ຂອງຜູ້ປະກອບການທຸລະກິດທ່ອງທ່ຽວອາຊຽນ ແລະ ສາກົນ, ການຈັບຄູ່ປຶກສາຫາລືທຸລະກິດການທ່ອງທ່ຽວ (Business Matching) ແລະ ຈັດລາຍການທ່ອງທ່ຽວ. ພ້ອມນັ້ນ, ຍັງຈະມີ ພິທີມອບ-ຮັບລາງວັນການທ່ອງທ່ຽວອາຊຽນດີເດັ່ນ ປະຈຳປີ 2023 ພ້ອມທັງມີພິທີເປີດ-ປິດ ມະຫາກໍາການທ່ອງທ່ຽວອາຊຽນ (ATF) 2024 ແລະ ມອບ-ຮັບທຸງໃຫ້ປະເທດທີ່ຈະ ເປັນເຈົ້າພາບຕໍ່ໄປ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ມະຫາກໍາການທ່ອງທ່ຽວອາຊຽນ 2024 ເປັນງານທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດ ຂອງບັນດາປະເທດສະມາຊິກອາຊຽນ ທີ່ໄດ້ຜັດປ່ຽນກັນເປັນເຈົ້າພາບ. ໃນປີ 2024 ທີ່ຈະມາເຖິງນີ້, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານດັ່ງກ່າວ, ຖືເປັນເຫດການສຳຄັນຢ່າງຍິ່ງ ຊຶ່ງໃນປີ 2024 ແມ່ນເປັນຄັ້ງທີ 3 ທີ່ໄດ້ຮັບກຽດຈັດ (ຜ່ານມາເຄີຍຈັດ ໃນປີ 2004 ແລະ ປີ 2013).

ຈາກຜົນສຳເລັດດັ່ງກ່າວ, ເຫັນວ່າບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໄດ້ຮັບການເຊີດຊູສູງຂຶ້ນ ໂດຍສະເພາະ ວຽກງານການທ່ອງທ່ຽວ ຂອງ ສປປ ລາວ ຄ່ອຍໆເປັນທີ່ຍອມຮັບຂອງນັກທ່ອງທ່ຽວ ຢູ່ໃນພາກພື້ນ ແລະ ສາກົນ ຊຶ່ງສະແດງອອກ ມີນັກທ່ອງທ່ຽວສາກົນ ເດີນທາງເຂົ້າມາທ່ຽວ ສປປ ລາວ ຢ່າງຫລວງຫລາຍໃນຊຸມປີຜ່ານມາ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version