Home ຂ່າວພາຍໃນ ປະທານ ສນຊ ຕ້ອນຮັບເຂົ້າຢ້ຽມພົບປະ ປະທານກອງທຶນການສຶກສາສາກົນໂຄດາມະ

ປະທານ ສນຊ ຕ້ອນຮັບເຂົ້າຢ້ຽມພົບປະ ປະທານກອງທຶນການສຶກສາສາກົນໂຄດາມະ

0

ໃນວັນທີ 10 ພຶດສະພາ ນີ້, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ໂຄດາມະ ປະທານກອງທຶນການສຶກສາສາກົນໂຄດາມະ ແລະ ຄະນະໂພຊະນາການແຫ່ງຊາດຍີ່ປຸ່ນ ທີ່ສູນກາງແນວລາວສ້າງຊາດ.

ໃນການເຂົ້າຢ້ຽມພົບປະໃນຄັ້ງນີ້ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບດ້ານໂພຊະນາການຂອງປະເທດຍີ່ປຸ່ນ, ເພື່ອຂະຫຍາຍຄວາມຮູ້ດ້ານໂພຊະນາການໃນການໃຊ້ຊີວິດປະຈໍາວັນໃຫ້ຖືກຕ້ອງຕາມຫຼັກການເພື່ອຮັກສາສຸຂະພາບໃຫ້ແຂງແຮງ, ອາຍຸຍືນ ແລະ ໄດ້ປຶກສາຫາລືໃນການຮ່ວມມືກັນດ້ານວຽກງານໂພຊະນາການ ນອກນັ້ນ, ຍັງໄດ້ປຶກສາກັບກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮ່ວມມືກັນເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການຢູ່-ການກິນອາຫານ ຖືກຕ້ອງຕາມຫຼັກການດ້ານໂພຊະນາການ.

ໂອກາດນີ້, ທ່ານປະທານ ສນຊ ຍັງໄດ້ຕີລາສູງດ້ານວຽກງານໂພຊະນາການ ຊຶ່ງມີຄວາມສໍາຄັນຫຼາຍທີ່ສຸດ ເປັນຕົ້ນແມ່ນການກິນອາຫານໃຫ້ຖືກຕ້ອງຕາມຫຼັກການຫຼັກວິທີ ແລະ ສະໜັບສະໜູນຕໍ່ການສະເໜີຮ່ວມມືນໍາ 2 ກະຊວງດັ່ງກ່າວ ແລະ ທ່ານປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ຄະນະທີ່ໄດ້ນໍາບົດຮຽນ ແລະ ປະສົບການຂອງປະເທດຍີ່ປຸ່ນໃຫ້ໄດ້ຮັບຮູ້ໃນຄັ້ງນີ້.

(ຂ່າວ-ພາບ: ສນຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version