Home ຂ່າວກິລາ ນັກກິລາບານເຕະຊາຍ-ຍິງ ທີມຊາດລາວ ທີ່ເຂົ້າຮ່ວມຊີເກມ ຄັ້ງທີ 32 ກັບເຖີງປະ ເທດລາວແລ້ວ

ນັກກິລາບານເຕະຊາຍ-ຍິງ ທີມຊາດລາວ ທີ່ເຂົ້າຮ່ວມຊີເກມ ຄັ້ງທີ 32 ກັບເຖີງປະ ເທດລາວແລ້ວ

0

ຕອນຄ່ຳວັນທີ 10 ພຶດສະພາ 2023, ຄະນະນຳ,ຄະນະຄູຝຶກ ແລະ ນັກກິລາບານ ເຕະ ທີມຊາດລາວ ທັງຊາຍ ແລະ ຍິງ ໄດ້ເດີນທາງເຖີງນະຄອນຫລວງວຽງຈັນຮຽບ ຮ້ອຍແລ້ວ ພາຍຫຼັງສຳເລັດເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາ ຊີເກມ ຄັ້ງທີ 32 ທີ່ຣາຊອານາຈັກກຳປູເຈຍ ໄດ້ຮັບກຽດເປັນເຈົ້າພາບ.

ສໍາລັບຜົນງານຂອງນັກກິລາບານເຕະຊາຍທີມຊາດລາວ ໃນຊີເກມຄັ້ງນີ້ ຖືກຈັດຢູ່ກຸ່ມ B ເຊີ່ງປະກອບມີ: ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ ແລະ ລາວ. ຜ່ານການແຂ່ງຂັນໃນຮອບແບ່ງກຸ່ມທັງ 4 ນັດ, ທີມຊາດລາວ ສະເໝີ 1 ນັດ ແລະ ເສຍ 3 ນັດ, ມີ 1 ຄະແນນ, ຢູ່ອັນດັບສຸດທ້າຍຂອງຕາຕະລາງ.

ສ່ວນນັກກິລາບານເຕະຍິງທີມຊາດລາວ ຈັດຢູ່ກຸ່ມ B ເຊີ່ງປະກອບມີ: ກໍາປູເຈຍ ເຈົ້າພາບ, ໄທ, ສິງກະໂປ ແລະ ລາວ. ຜ່ານການແຂ່ງຂັນໃນຮອບແບ່ງກຸ່ມ ທັງ 3 ນັດ ເສຍທັງ 3 ນັດ, ບໍ່ມີຈັກຄະແນນ, ຢູ່ອັນດັບສຸດທ້າຍຂອງຕາຕະລາງ.

ພາບ: ສຕລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version