Home ຂ່າວພາຍໃນ ສື່ມວນຊົນເຄື່ອນໄຫວເກັບກໍາຂ່າວຄວາມຄືບໜ້າການປະຕິບັດໂຄງການຕ່າງໆຢູ່ແຂວງຜົ້ງສາລີຂອງອົງການອາຫານໂລກປະຈໍາລາວ

ສື່ມວນຊົນເຄື່ອນໄຫວເກັບກໍາຂ່າວຄວາມຄືບໜ້າການປະຕິບັດໂຄງການຕ່າງໆຢູ່ແຂວງຜົ້ງສາລີຂອງອົງການອາຫານໂລກປະຈໍາລາວ

0

ອົງການອາຫານໂລກປະຈໍາລາວໄດ້ນໍາພາຄະນະສື່ມວນຊົນລາວປະກອບມີສື່ເອເລັກໂຕນິກ ແລະສື່ສີ່ງພິມຈາກຫລາຍພາກສ່ວນ ເຄື່ອນໄຫວເກັບກຳກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການຕ່າງໆຢູ່ພາກສະໜາມຢູ່ແຂວງຜົ້ງສາລີ ໃນລະຫວ່າງວັນທີ 9-13 ພຶດສະພາ 2023 ເພື່ອເຮັດໃຫ້ສື່ມວນຊົນມີຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບພາລະບົດບາດ, ວິໄສທັດ ແລະ ຍຸດທະສາດຂອງອົງການອາຫານໂລກ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ, ປັບປຸງການຂາດສານອາຫານ ແລະຊ່ວຍເຫລືອຜູ້ປະສົບໄພໃນລາວ ແນໃສ່ເຮັດໃຫ້ສື່ມວນຊົນນໍາເອົາຂໍ້ມູນຂ່າວສານກໍ່ຄືການເຄື່ອນໄຫວວຽກງານຂອງອົງການອາຫານໂລກ ໂດຍສະເພາະຜົນປະໂຫຍດທີ່ປະຊາຊົນໄດ້ຮັບຈາກໂຄງການດັ່ງກ່າວເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ.

ທ່ານ ນາງ ອິດິໂກະ ຮາໂມດ, ຜູ້ຮັບຜິດຊອບດ້ານວຽກງານການສື່ສານ ແລະການຮ່ວມມື ຂອງອົງການອາຫານໂລກປະຈໍາລາວ ໃຫ້ສໍາພາດວ່າ: ສື່ມວນຊົນລາວມີບົດບາດສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວ ສານດ້ານຕ່າງໆໃຫ້ສັງຄົມ ກໍ່ຄືພາກລັດຖະບານຮັບຮູ້ໄດ້ຢ່າງຈະແຈ້ງເຖິງຜົນສໍາເລັດ ແລະສີ່ງທ້າທາຍຂອງການເຄື່ອນໄຫວວຽກງານອົງການອາຫານໂລກຢູ່ແຂວງຜົ້ງສາລີກໍ່ຄືບັນດາແຂວງເປົ້າ ໝາຍຢູ່ໃນລາວ ເພື່ອໃຫ້ທຸກພາກສ່ວນມີສ່ວນຮ່ວມ ແລະຊຸກຍູ້ສົ່ງເສີມໃຫ້ບັນດາໂຄງການຂອງອົງການອາຫານໂລກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແນໃສ່ເຮັດໃຫ້ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫລີກໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

ໃນການເຄື່ອນໄຫວຢູ່ແຂວງຜົ້ງສາລີຄັ້ງນີ້ຄະນະສື່ມວນຊົນລາວໄດ້ລົງເກັບກຳຂໍ້ມູນກ່ຽວກັບການຈັດຈັດຕັ້ງປະຕິບັດໂຄງ ການອາຫານທ່ຽງຢູ່ໂຮງຮຽນອະນຸບານ, ປະຖົມບ້ານຫາດສາ, ໂຄງການສະໜອງ ທືນໃຫ້ປະຊາຊົນເພື່ອຄໍ້າປະກັນດ້ານສະ ບຽງອາຫານໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດຢູ່ບ້ານ ໜອງກິນນາລີ ເມືອງຜົ້ງສາລີ ທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ແລະໂຄງການອື່ນໆອີກຈໍານວນໜື່ງ. ອົງການອາຫານໂລກປະຈໍາລາວໄດ້ສະໜອງການຊ່ວຍເຫລືອແກ່ປະຊາຊົນລາວເປັນເວລາຫລາຍກວ່າ 4 ທົດສະວັດແລ້ວ ຊື່ງນອກ ຈາກການຊ່ວຍເຫລືອໂດຍກົງດ້ານສະ ບຽງອາຫານຍັງໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແຜນງານອາຫານທ່ຽງຂອງລັດຖະບານ ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ,ໂພສະນາການ ແລະການເຂົ້າເຖິງການສຶກສາຂອງເດັກນ້ອຍໃນເຂດຊົນນະບົດຫ່າງໄກສອກຫລີກຜ່ານໂຄງການອາຫານທ່ຽງແຫ່ງຊາດ, ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ແລະສະໜັບສະໜູນລັດຖະບານລາວໃນການຊ່ວຍເຫລືອສຸກເສີນຕໍ່ໄພພິບັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version