Home ຂ່າວໜ້າໜຶ່ງ ປະທານອົງການກວດສອບແຫ່ງລັດຕ້ອນຮັບ ທູດ ສ ເກົາຫຼີ ເຂົ້າຢ້ຽມພົບປະ

ປະທານອົງການກວດສອບແຫ່ງລັດຕ້ອນຮັບ ທູດ ສ ເກົາຫຼີ ເຂົ້າຢ້ຽມພົບປະ

0

ໃນວັນທີ 10 ພຶດສະພາ ນີ້ ທີ່ອົງການກວດສອບແຫ່ງລັດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ໃນໂອກາດ ທ່ານທູດມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ຄົນໃໝ່ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດການກວດສອບແຫ່ງລັດ.

ໃນໂອກາດກາດດັ່ງກ່າວ ທ່ານ ຈອງ ຢອງຊູ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ຊຶ່ງເປັນການພົບປະກັນຢ່າງເປັນທາງການຄັ້ງທໍາອິດ ພ້ອມທັງເປັນການລິເລີ່ມການຮ່ວມມືທີ່ດີຂອງທັງສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສ ເກົາຫຼີ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຄົບຮອບ 28 ປີ (25 ຕຸລາ 1995 ຫາ 25 ຕຸລາ 2023)

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະເເດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈອງ ຢອງຊູ ຊຶ່ງໃນໄລຍະຜ່ານມາໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂົງເຂດເປັນຕົ້ນແມ່ນ ການຊ່ວຍເຫຼືອທາງດ້ານ ການສຶກສາ, ສາທາລະນະສຸກ, ການພັດທະນາ ຊົນນະບົດ, ກະສິກໍາ, ພະລັງງານ ແລະ ອື່ນໆ. ການຮ່ວມມື ແລະ ການພົວພັນທາງດ້ານເສດຖະກິດ 2 ປະເທດ ລວມທັງ ການລົງທຶນ, ການທ່ອງທ່ຽວ, ການຄ້າ ກໍມີຄວາມພົ້ນເດັ່ນຫຼາຍ. ນອກນັ້ນ ສະພາກວດສອບ ແລະ ກວດກາ ສ ເກົາຫຼີ ກໍໄດ້ໃຫ້ການສະໜັບສະໜູນການຝຶກອົບຮົມໃຫ້ພະນັກງານອົງການກວດສອບແຫ່ງລັດ ໃນຫຼາຍຄັ້ງບໍ່ວ່າຈະເປັນຮູບແບບການສື່ສານອອນລາຍ ແລະ ແບບເຊິ່ງໜ້າ

ໂດຍເຫັນໄດ້ບົດບາດຄວາມສໍາຄັນຂອງວຽກງານການກວດສອບແຫ່ງລັດ ໃນການປະກອບສ່ວນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ທ່ານ ວຽງທະວີສອນ ເທບພະຈັນ ກໍໄດ້ຖືໂອກາດດັ່ງກ່າວແຈ້ງສະພາບການພັດທະນາ, ການເຄື່ອນໄຫວວຽກງານການກວດສອບແຫ່ງລັດ ແລະ ຍຸດທະສາດການພັດທະນາ ວຽກງານການກວດສອບແຫ່ງລັດຮອດປີ 2025 ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຍຸດທະສາດ ດັ່ງກ່າວ ໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍຄືສາກົນກໍາລັງຟື້ນຕົວຈາກຂໍ້ຈໍາກັດຂອງພະຍາດໂຄວິດ-19.

ໃນໂອກາດດຽວກັນການໂອ້ລົມຂອງສອງຝ່າຍ ແມ່ນໄດ້ຕີລາຄາສູງຕໍ່ການພົບປະໃນຄັ້ງນີ້ ແລະ ເພື່ອເປັນການສືບຕໍ່ ເສີມຂະຫຍາຍສາຍພົວພັນລະ ຫວ່າງ ສອງລັດຖະບານກໍຄືສອງອົງການກວດສອບແຫ່ງລັດ ສປປ ລາວ ເເລະ ສະພາກວດສອບ ແລະ ກວດກາ ສ ເກົາຫຼີ, ອົງການກວດສອບແຫ່ງລັດໄດ້ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ໃນຂົງເຂດວຽກງານທີ່ເຫັນວ່າມີຄວາມເປັນໄປໄດ້ ເປັນຕົ້ນ: ສ້າງຄວາມເຂັ້ມແຂງ ພັດທະ ນາດ້ານບຸກຄະລາກອນຜ່ານທຶນຝຶກອົບຮົມຂອງ ສະພາກວດສອບ ແລະ ກວດ ກາ ສ ເກົາຫຼີ, ສ້າງຄວາມເຂັ້ມເເຂງໃຫ້ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບແຫ່ງລັດ ສປປ ລາວ ເປັນຕົ້ນການພັດທະນາດ້ານຫຼັກສູດການກວດສອບ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ ແລະ ຄວາມສາມາດທາງດ້ານການເປັນຄູຝຶກ, ແລກປ່ຽນບົດຮຽນກ່ຽວກັບການນຳໃຊ້ລະບົບເຄື່ອງມືທີ່ທັນສະໄໝເຂົ້າໃນການດຳເນີນການກວດສອບແຫ່ງລັດ.

(ຂ່າວ: ອົງການກວດສອບແຫ່ງລັດ – ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version