Home ຂ່າວພາຍໃນ ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງປົກປັກຮັກສາມໍລະດົກທາງດ້ານວັດທະນະທຳຄັ້ງທີ 2.

ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງປົກປັກຮັກສາມໍລະດົກທາງດ້ານວັດທະນະທຳຄັ້ງທີ 2.

0

ໃນຕອນເຊົ້າວັນທີ 9 ພຶດສະພາ 2023 ນີ້ ທີ່ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ ແລະ ຄວາມດຶງດູດໃຫ້ແກ່ວຽກງານທ່ອງທ່ຽວຢູ່ແຂວງສະຫວັນນະເຂດ ຫຼືເອື້ອນວ່າ ຈໍາປາ (CHAMPA) ຄັ້ງທີ 2 ໂດຍເປັນປະທານຂອງ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ,ມີທ່ານ ຝຣັງຊົວ ຊາວີເອ ດຸຍປ໊ອກ ຜູ້ອຳນວຍການ AFD ປະຈຳລາວ ,ມີເຈົ້ານະຄອນໄກສອນພົມວິຫານ,ເຈົ້າເມືອງໄຊບູລີ ຮອງເຈົ້າເມືອງຈຳພອນ,ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ ຈາກກະຊວງ ຖວທ ,ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໂອກາດນີ້ ທ່ານ ໂພສີສ້ອຍ ກຸທິລາດ ມີຄຳເຫັນວ່າ: ໂຄງການນີ້ ເປັນໂຄງການອະນຸລັກ,ປົກປັກຮັກສາ ມໍລະດົກທາງດ້ານວັດທະນະທຳ ແລະສ້າງຄວາມດຶງດູດໃຫ້ກັບເຂດພື້ນທີ່ຂອງ ວັດພູຈຳປາສັກ ທີ່ເປັນມໍລະດົກໂລກ ແລະ ແຂວງສະຫວັນນະເຂດ ຫຼື ໂຄງການຈຳປາ (CHAMPA)ເຊິ່ງໄດ້ຮັບການສຶກສາ ສຳຫລວດແລະ ປະເມີນຄວາມເປັນໄປໄດ້ໃນປີ 2019 ເຊິ່ງໃນແຜນເບື້ອງຕົ້ນແລ້ວຕ້ອງໄດ້ເລີ່ມຕົ້ນໂຄງການແຕ່ປີ 2020 ແຕ່ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ຈຶ່ງເຮັດໃຫ້ກິດຈະກຳຈໍານວນໜຶ່ງ ໄດ້ມາເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2021 ເຊິ່ງເຫັນວ່າ ກິດຈະກຳຂອງໂຄງການຢູ່ແຂວງສະຫວັນນະເຂດບໍ່ທັນຫຼາກຫຼາຍ ແຕ່ກໍນັບວ່າເປັນການເລີ່ມຕົ້ນທີ່ດີ ເຊິ່ງຜົນການຈັດຕັ້ງປະຕິບັດໂຄງການນີ້ ຈະຖືກນໍາມາສະເໜີໃນກອງປະຊຸມຄະນະຊີ້ນຳໂຄງການໃນຄັ້ງນີ້ ແລະ ຈະໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການຈຳປາສະຫວັນໃນປີ 2022 ແລະ ແຜນປະຕິບັດປີ 2023,ຈາກນັ້ນຈະໄດ້ປຶກສາຫາລືໃນລາຍລະອຽດ ແລະ ຮ່ວມກັນຮັບຮອງ ເອົາບັນດາກິດຈະກຳທີ່ຈະໄດ້ຮັບເງິນເພີ່ມຈາກອົງການ AFD ເຊິ່ງຈະໄດ້ຈັດຕັ້ງປະຕິບັດ ເປັນ ໄລຍະ2ຕໍ່ໄປ.

ຈາກນັ້ນ ທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວໜ້າພະແນກ ຖວທ ແຂວງ ກໍໄດ້ລາຍງານຄວາມຄືບໜ້າຂອງໂຄງການໃນໄລຍະ1ປີຜ່ານມາ ເຊິ່ງໃຫ້ຮູ້ວ່າ ໂຄງການຈຳປາ (CHAMPA) ເປັນເປົ້າໝາຍຫຼັກຂອງໂຄງການ ເພື່ອຮັກສາມໍລະດົກວັດທະນະທຳ ແລະ ເສີມສ້າງຄວາມດຶງດູດໃຫ້ແກ່ ດິນແດນວັດພູຈໍາປາສັກ ແລະ ສະຫວັນນະເຂດ ໂດຍສະເພາະເມືອງຈຳປາສັກ ແລະ ນະຄອນໄກສອນພົມວິຫານ ເພື່ອປັບປຸງຜົນປະໂຫຍດທາງດ້ານການທ່ອງທ່ຽວ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາຊຸມຊົນທ້ອງຖິ່ນ, ເຊິ່ງມີ 3 ອົງປະກອບຄື: ການຍົກລະດັບຄວາມຮູ້ທາງດ້ານວັດທະນະທໍາ ແລະ ມໍລະດົກ,ການທ່ອງທ່ຽວຕົວເມືອງ ,ການພັດທະນາທ້ອງຖິ່ນ ແລະ ການຄຸ້ມຄອງໂຄງການ,ເຊິ່ງມີອາຍຸໂຄງການ 5 ປີ ແຕ່ປີ 2020 ເຖິງປີ 2025,ສຳລັບຄວາມຄືບໜ້າໃນໄລຍະປີ 2022 ສາມາດປະຕິບັດໄດ້ ຄື: ຂຸດຄົ້ນວັດຖຸບູຮານໂຄງການ ໜອງເຮືອທອງ ຢູ່ເມືອງໄຊບູລີ, ສ້ອມແປງບູລະນະຫໍພິພິຕະພັນແຂວງສະຫວັນນະເຂດ, ກໍ່ສ້າງສ້ອມແປງວັດຕາແຫຼວເກົ່າ ເມືອງຈຳພອນ, ນອກນີ້ສະມາຊິກຄະນະປະສານງານໂຄງການ ແລະ ພັກນັກງານ ພະແນກ ຖວທ ແຂວງ ທີ່ກ່ຽວຂ້ອງກັບໂຄງການ ກໍໄດ້ປັງປຸງແຜນພັດທະນາການທ່ອງທ່ຽວ, ເຄື່ອງມືການສື່ສານ ແລະ ການຕະຫຼາດ ແລະ ກິດຈະກໍາ ທາງດ້ານວັດທະນະທຳ ,ນອກຈາກນີ້ກໍຍັງໄດ້ບໍາລຸງພາສາອັງກິດ,ຝຶກອົບຮົມການໃຊ້ລະບົບໄອທີ,ການໂຄສະນາການຈັດສັນຕົວເມືອງເກົ່າ ແລະ ອື່ນໆ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version