Home ຂ່າວການເມືອງ ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ AMM ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ ອິນໂດເນເຊຍ

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ AMM ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ ອິນໂດເນເຊຍ

0

ໃນວັນທີ 09 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ (APSC) ຄັ້ງທີ 26 ແລະ ກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 33, ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການສ້າງປະຊາຄົມອາຊຽນ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການປຶກສາຫາລືກະກຽມຮ່າງວິໄສທັດປະຊາຄົມອາຊຽນຫລັງປີ 2025  ແລະ ໄດ້ປຶກສາຫາລືການຮ່ວມມືພາຍນອກຂອງອາຊຽນ ລວມທັງການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງປະເທດຕ່າງໆ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ ຄັ້ງທີ 26 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ 2025.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 33 ໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ‘ຂໍ້ສະເໜີແນະກ່ຽວກັບການຮັດແໜ້ນຂີດຄວາມສາມາດ ແລະ ປະສິດທິພາບດ້ານສະຖາບັນຂອງອາຊຽນ’ ແລະ ໄດ້ຮັບຮອງເອົາ ‘ແຜນດຳເນີນງານ ສຳລັບການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ’ . ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ລວມທັງເອກະສານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ຈະຈັດຂຶ້ນໃນວັນທີ 10-11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ.

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version