Home ຂ່າວພາຍໃນ ແຂວງໄຊສົມບູນ ໄຂກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V...

ແຂວງໄຊສົມບູນ ໄຂກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢ່າງເປັນທາງການ

0

ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງໄຊສົມບູນ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກ, ຄະນະປະຈໍາພັກ, ກຳມະການພັກແຂວງ, ຄະນະປະຈໍາສະພາແຫ່ງຊາດ ເຂດເລືອກຕັ້ງທີ18 ພ້ອມດ້ວຍເລຂາໜ່ວຍພັກພະແນກການການ, ອົງການ, ກົມກອງ ຕະລອດຮອດເລຂາພັກເມືອງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດກ່າວເປີດກອງປະຊຸມ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍສໍາຄັນຂອງຂອງປະຊຸມ ຊຶ່ງເປັນການສ້າງການຫັນປ່ຽນທີ່ແຂງແຮງ ແລະ ຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ຄວາມຮັບຮູ້, ທັດສະນະ, ແນວຄິດ ແລະ ການກະທຳ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໂດຍແນໃສ່ສ້າງໃຫ້ເຂົາເຈົ້າມີຫຼັກໝັ້ນການເມືອງໜັກແໜ້ນ, ຢຶດໝັ້ນອຸດົມການຂອງພັກ, ມີນໍ້າໃຈສະຫຼະ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການບໍລິຫານຄຸ້ມຄອງຂອງລັດ ພ້ອມທັງເປັນເຈົ້າການປະກອບສ່ວນຢ່າງແຂງແຮງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມຈະເລີນຍິ່ງຂຶ້ນ. ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈາກສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ໂດຍມະຕິກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາຫຼາຍເນື້ອໃນສໍາຄັນ ໃຫ້ແຕ່ລະພາກສ່ວນນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດ ຢູ່ໃນຂົງເຂດວຽກງານຂອງຕົນ ເປັນຕົ້ນແມ່ນການຍຶດໝັ້ນ ແລະ ໝຸນໃຊ້ ທິດສະດີມາກ-ເລນິນ ຢ່າງປະດິດສ້າງ ຕິດພັນກັບການຄົ້ນຄ້ວາຜັນຂະຫຍາຍແນວຄິດ ໄກສອນ ພົມວິຫານ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ການບູລະນະແນວທາງ, ແຜນນະໂຍບາຍ ຂອງພັກ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ ໃນແຕ່ລະໄລຍະ, ຕ້ອງເຮັດວຽກງານການເມືອງ-ແນວຄິດ ໃຫ້ຕິດແໜ້ນກັບວຽກງານຈັດຕັ້ງພັກ-ພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງ ແລະ ການເວົ້າຕ້ອງໄປຄຽງຄູ່ກັບການກະທຳ ເພື່ອເປັນແບບຢ່າງນໍາໜ້າ ໃນການສ້າງການຫັນປ່ຽນ ຢ່າງແທ້ຈິງ. ພ້ອມນີ້ ກອງປະຊຸມ ຍັງຈະໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ແຕ່ປີ 2014-2022 ແລະ ທິດທາງແຜນການຮອດປີ 2025 ຂອງແຂວງໄຊສົມບູນ ພ້ອມທັງມີຄໍາຖາມເຈາະຈິ້ມ, ຊີ້ແຈງ-ອະທິບາຍ ແລະ ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນ ຈາກແຕ່ລະພາກສ່ວນ. ໂດຍກອງປະຊຸມ ຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງສໍາເລັດ.

#medialaos

#xaysomboun

ພາບ-ຂ່າວ: ພາພອນ ນະວົງໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version