Home ຂ່າວພາຍໃນ ພິທີ ຝຶກອົບຮົມຂອງໂຄງການປັບປຸງ ແລະ ຂະຫຍາຍຕາໜ່າງໂທລະໂຄ່ງ ທົ່ວປະເທດ ໄລຍະ 2 ທີ່ແຂວງໄຊສົມບູນ

ພິທີ ຝຶກອົບຮົມຂອງໂຄງການປັບປຸງ ແລະ ຂະຫຍາຍຕາໜ່າງໂທລະໂຄ່ງ ທົ່ວປະເທດ ໄລຍະ 2 ທີ່ແຂວງໄຊສົມບູນ

0

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2023 ນີ້ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຝຶກອົບຮົມຂອງໂຄງການປັບປຸງ ແລະ ຂະຫຍາຍຕາໜ່າງໂທລະໂຄ່ງ ທົ່ວປະເທດ ໄລຍະ 2 ທົ່ວແຂວງໄຊສົມບູນ ຢູ່ທີ່ຫ້ອງປະຊຸມພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການເປັນປະທານຂອງທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍທີມງານ, ມີທ່ານ ໄມພອນ ເສນາມົນນີ ຫົວໜ້າຂະແໜງຖະແຫລງຂ່າວ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 5 ເມືອງ ຕະຫລອດຮອດພະນັກງານພາຍໃນ ເຂົ້າຮ່ວມ.

ໃນໂອກາດກ່າວເປີດພິທີ ທ່ານ ສົມສັກ ສະກຸນຄຳ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມ ໃຫ້ແກ່ບັນດາເມືອງ, ບ້ານ ເປົ້າໝາຍ ຂອບເຂດທົ່ວປະເທດ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ຢ່າງທົ່ວເຖິງ ໂດຍສະເພາະແມ່ນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ສາມາດນຳໃຊ້ໂທລະໂຄ່ງ ເພື່ອນຳເອົາຂໍ້ມູນຂ່າວສານທີ່ຈຳເປັນ, ຮິບດ່ວນ ຈາກສຸນກາງ, ຈາກແຂວງ ແລະ ຈາກທ້ອງຖິ່ນ ແຈ້ງຂ່າວໃຫ້ປະຊາຊົນໄດ້ຮັບຊາບຢ່າງວ່ອງໄວ ແລະ ທັນການ. ຊຶ່ງຈຸດປະສົງ ໃນການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ຮັບຜິດຊອບເຕັກນິກມີຄວາມຊຳນານ, ຮູ້ຈັກການນຳໃຊ້ອຸປະກອນຢ່າງຖືກຕ້ອງ ເພື່ອນຳໃຊ້ອຸປະກອນດັ່ງກ່າວໃຫ້ມີຄວາມທົນທານ ແລະ ຍາວນານ. ພ້ອມນັ້ນຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ຄວາມຮູ້ພື້ນຖານ ການນຳໃຊ້ເຕັກນິກ, ການຕິດຕັ້ງໂທລະໂຄ່ງ, ການຕິດຕັ້ງຈານຮັບດາວທຽມ ແລະ ການນຳໃຊ້ອຸປະກອນໂທລະໂຄ່ງ ໃຫ້ຖືກຕ້ອງຕາມຫລັກການ ເພື່ອໃຫ້ການນຳໃຊ້ໄດ້ຍາວນານ.

#medialaos

#xaysomboun

ພາບ-ຂ່າວ: ສີລິພອນ ສົງຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version