Home ຂ່າວພາຍໃນ ຊຸກຍູ້ການລົງທຶນຂອງພາກເອກະຊົນເຂົ້າໃນສະຫວັດດີການຂອງພະນັກງານ

ຊຸກຍູ້ການລົງທຶນຂອງພາກເອກະຊົນເຂົ້າໃນສະຫວັດດີການຂອງພະນັກງານ

0

ເມື່ອບໍ່ດົນມານີ້, ສະຖານທູດເຢຍລະມັນ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາ ກອນ (UNFPA) ປະຈຳ ສປປ ລາວ ໄດ້ໂຮມເອົາບັນດາໜ່ວຍທຸລະກິດ ເພື່ອແລກປ່ຽນປະສົບການ, ປຶກສາຫາລືກ່ຽວກັບການລົງທຶນດ້ານຊັບພະຍາກອນມະນຸດ ໂດຍສະເພາະ ການລົງທຶນທີ່ມີເປັນມິດຕໍ່ແມ່ຍິງ ແລະ ເດັກຍິງລະຫວ່າງບັນດາຂະແໜງການທຸລະກິດຕ່າງໆ ແລະ ເພື່ອຊຸກຍູ້ການລົງທຶນຂອງພາກເອກະຊົນເຂົ້າໃນສະຫວັດດີການຂອງພະນັກງານ ໂດຍຜ່ານມາດຖານທີ່ເປັນມິດຕໍ່ການດໍາເນີນທຸລະກິດຂອງ ນາງນ້ອຍ(ຕົວແທນຂອງເດັກຍິງ).

“ມາດຖານທີ່ເປັນມິດຕໍ່ການດໍາເນີນທຸລະກິດຂອງ ນາງນ້ອຍ” ແມ່ນການລິເລີ່ມທີ່ສ້າງສັນໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ແລະ ຄູ່ຮ່ວມງານ ຂຶ້ນໃນປີ 2020. ມາດຖານດັ່ງກ່າວຊ່ວຍກໍານົດການດໍາເນີນງານສໍາລັບພາກທຸລະກິດ ເພື່ອປົກປ້ອງສະຫວັດດີການຂອງຜູ້ອອກແຮງງານຂອງຕົນ ໂດຍສຸມໃສ່ ແກ້ໄຂບັນຫາອຸປະສັກທີ່ເດັກຍິງ ແລະ ໄວໜຸ່ມຍິງພົບພໍ້ ໂດຍສະເພາະບັນຫາການຂາດສານອາຫານ, ການສຶກສາທີ່ຈຳກັດ, ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການກ່ຽວກັບສຸຂະ ພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການຮຽນຮູ້ທັກສະຊີວິດທີ່ສຳຄັນ.

ທ່ານ ນາງ ອານແນັດ ໂນບຣ໋ອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ກ່າວວ່າ: ເຢຍລະມັນ ໄດ້ຊຸກຍູ້ການລົງທຶນໃນແມ່ຍິງ ແລະ ເດັກຍິງ ຢ່າງເຕັມສ່ວນ ເຊິ່ງສະແດງໃຫ້ເຫັນຜ່ານນະໂຍບາຍການຕ່າງປະເທດດ້ານແມ່ຍິງຂອງພວກເຮົາ. ການຮ່ວມມືກັບ UNFPA ໃນຄັ້ງນີ້ ແລະ ຄັ້ງຕໍ່ໆໄປແມ່ນເພື່ອປຶກສາຫາລືໂອ້ລົມກັບບັນດາທຸລະກິດ ວ່າຈະສ້າງສະພາບແວດລ້ອມການເຮັດວຽກທີ່ເປັນມິດກັບແມ່ຍິງແນວໃດ ແລະ ເຊື່ອວ່າຕອນນີ້ແມ່ນໄລຍະເວລາທີ່ສໍາຄັນທີ່ລັດຖະບານຕ້ອງໄດ້ລົງມືປະຕິບັດຕົວຈິງ ເພື່ອຢຸດຕິຄວາມບໍ່ເທົ່າທຽມຂອງແມ່ຍິງ.

ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: ໃນທົ່ວໂລກ ສາມາດເຫັນໄດ້ໃນຕົວຈິງວ່າ ບັນດາທຸລະກິດທີ່ປະສົບຜົນສໍາເລັດ ແລະ ຍືນຍົງທີ່ສຸດແມ່ນ ທຸລະກິດທີ່ລົງທຶນໃສ່ພະນັກງານຂອງຕົນ, ແມ່ນທຸລະກິດທີ່ກ້າທີ່ຈະໃຫ້ແມ່ຍິງເປັນສ່ວນໜຶ່ງຂອງຄະນະຜູ້ບໍລິຫານ, ໃຫ້ແມ່ຍິງມີສິດໃນການຕັດສິນໃຈ ແລະ ຄໍານຶງເຖິງຊຸມຊົນ. ການລົງທຶນໃນພະນັກງານບໍ່ເປັນພຽງແຕ່ເປັນສິ່ງທີ່ຄວນຈະເຮັດ ຫລື ເຮັດເພື່ອການກຸສົນເທົ່ານັ້ນ ແຕ່ເປັນການຕັດສິນໃຈທີ່ສະຫລາດສໍາລັບທຸລະກິດ.

ຂໍ້ມູນສາກົນໄດ້ສະແດງໃຫ້ເຫັນວ່າ: ການລົງທຶນໃນສະຫວັດດີການຂອງພະນັກງານ ແມ່ນການລົງທຶນທີ່ສະຫລາດທີ່ໃຫ້ຜົນຕອບແທນສູງ ທັງໃນດ້ານການຜະລິດ ແລະ ຜົນກໍາໄລ ໂດຍສະເພາະໃນ ສປປ ລາວ ທີ່ມີແຮງງານໃໝ່ຫລາຍກວ່າ 84.000 ຄົນຈະເຂົ້າສູ່ຕະຫລາດແຮງງານໃນແຕ່ລະປີຈົນເຖິງໃນປີ 2030, ໃນນັ້ນຈໍານວນເຄິ່ງໜຶ່ງເປັນໄວໜຸ່ມຍິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version