Home ຂ່າວພາຍໃນ ຮ່ວມກັນລົງທຶນໃສ່ວຽກງານຜະດຸງຄັນເພື່ອສຸຂະພາບທີ່ດີ ແລະ ໂລກທີ່ປອດໄພ

ຮ່ວມກັນລົງທຶນໃສ່ວຽກງານຜະດຸງຄັນເພື່ອສຸຂະພາບທີ່ດີ ແລະ ໂລກທີ່ປອດໄພ

0

ທ່ານ ບີຢອນ ແອນເດີສັນ ຜູ້ອໍານວຍການສະຫະປະຊາຊາດ ກອງທຶນປະຊາກອນ ປະຈຳ ພາກພື້ນອາຊີ-ປາຊີຟິກ ໄດ້ມີຄຳຄິດຄວາມເຫັນ ເນື່ອງໃນໂອກາດວັນຜະດຸງຄັນສາກົນ ວັນທີ 5 ເດືອນພຶດສະພາ 2023 ວ່າ: ການປັບປຸງສຸຂະພາບຂອງແມ່ ແລະ ເດັກເກີດໃໝ່ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງເປົ້າໝາຍການພັດທະນາແບບຍືນຍົງ, ໃນຖານະປະຊາກອນໂລກ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ທີ່ສາມາດປ້ອງກັນໄດ້. ເຖິງວ່າຈະມີຄວາມຈຳເປັນ ເພື່ອເພີ່ມທະວີການລົງທຶນໃສ່ວຽກງານຜະດຸງຄັນກໍ່ຕາມ, ແຕ່ອາຊີບນີ້ກໍຍັງຂາດທຶນຮອນຢ່າງໜັກໜ່ວງ ຊຶ່ງສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ແມ່, ເດັກ ແລະ ທົ່ວສັງຄົມ.

ອົງການອະນາໄມໂລກ ໃຫ້ຮູ້ວ່າ: ໃນປີ 2020, ແມ່ຍິງ 287.000 ຄົນເສຍຊີວິດໃນໄລຍະການຖືພາ ແລະ ໄລຍະການເກີດລູກ ໂດຍ 94% ຂອງການເສຍຊີວິດເຫລົ່ານີ້ເກີດຂຶ້ນໃນບ່ອນທີ່ມີຊັບພະຍາກອນຕໍ່າ, ໃນແຕ່ລະມື້, ແມ່ຍິງປະມານ 800 ຄົນເສຍຊີວິດຈາກສາເຫດທີ່ສາມາດປ້ອງກັນໄດ້ທີ່ກ່ຽວຂ້ອງກັບການຖືພາ ແລະ ການເກີດລູກ. ຄວາມຈິງທີ່ໂຫດຮ້າຍນີ້ ແມ່ນການເຕືອນວ່າ ການລົງທຶນໃນການຜະດຸງຄັນບໍ່ແມ່ນທາງເລືອກເທົ່ານັ້ນ, ແຕ່ແມ່ນຄວາມຈໍາເປັນອັນຮີບດ່ວນ ເນື່ອງຈາກຜະດຸງຄັນມີທັກສະ ແລະ ຄວາມຊ່ຽວຊານໃນການເບິ່ງແຍງທີ່ຈໍາເປັນ ສໍາລັບແມ່ຍິງໃນໄລຍະທີ່ສໍາຄັນໃນຊີວິດຂອງພວກເຂົາ ແລະ ການສືບຕໍ່ລົງທຶນໃສ່ການຍົກລະດັບດ້ານທັກສະ ແລະ ການຝຶກອົບຮົມພວກເຂົາ ໂດຍສະເພາະໃນການຄຸ້ມຄອງອາການແຊກຊ້ອນໃນໄລຍະການຖືພາ ແລະ ໄລຍະການເກີດລູກ ແລະ ຫລັງເກີດລູກ.

ທ່ານ ບີຢອນ ແອນເດີສັນ ຍັງໃຫ້ຮູ້ອີກວ່າ: ການເບິ່ງແຍງຂອງຜະດຸງຄັນ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ສາມາດຫລີກລ້ຽງການຕາຍຂອງແມ່ຫລາຍກວ່າ 40% ພາຍໃນປີ 2035. ເຖິງຢ່າງໃດກໍຕາມ ອີງຕາມບົດລາຍງານສະຖານະການວຽກງານຜະດຸງຄັນຂອງໂລກ(ປີ 2021), ທົ່ວໂລກພວມຜະເຊີນກັບການຂາດແຄນຜະດຸງຄັນ 900.000 ຄົນ, ດ້ວຍກໍາລັງແຮງງານທີ່ມີຢູ່ພາຍໃຕ້ເງື່ອນໄຂທີ່ທ້າທາຍ. ເພື່ອປິດຊ່ອງຫວ່າງທີ່ສຳຄັນນີ້, ສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືໄດ້ເລີ່ມຕົ້ນດຳເນີນຂໍ້ລິເລີ່ມຕ່າງໆ ເພື່ອເສີມຂະຫຍາຍກຳລັງແຮງງານຜະດຸງຄັນ ເປັນຕົ້ນ ພັນທະມິດເພື່ອປັບປຸງການສຶກສາດ້ານຜະດຸງຄັນ ກ້າວໄປສູ່ການບໍລິການສຸຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນທີ່ມີຄຸນນະພາບ ໂດຍການໃຫ້ ຄວາມສຳຄັນຕໍ່ການຝຶກອົບຮົມ, ການສຶກສາ ແລະ ການປະກອບອາຊີບຂອງຜະດຸງຄັນທັງຫລາຍ.

ປະຊາຄົມໂລກຍັງລົງທຶນບໍ່ພຽງພໍໃສ່ການສຶກສາ, ລະບຽບການ ແລະ ການນຳໃຊ້ ຜະດຸງຄັນໃຫ້ພຽງພໍ, ເຊິ່ງຍັງມີຫລາຍຢ່າງທີ່ຕ້ອງໄດ້ດຳເນີນການ ຍ້ອນວ່າໃນຫລາຍບ່ອນທີ່ມີຊັບພະຍາກອນຕ່ຳ ຜະດຸງຄັນໄດ້ຮັບການຝຶກອົບຮົມບໍ່ໄດ້ດີເທົ່າທີ່ຄວນ, ບໍ່ໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບຄ່າແຮງງານຕ່ຳ. ສະນັ້ນ, ການສ້າງຄວາມເຂັ້ມ ແຂງໃຫ້ແກ່ຜະດຸງຄັນ ສາມາດສ້າງຜົນໄດ້ຮັບໃນທາງບວກທີ່ຍືນຍົງໂດຍການຊ່ວຍຊີວິດ, ສ້າງຄອບຄົວທີ່ມີສຸຂະພາບດີຂຶ້ນ ແລະ ຊຸກຍູ້ຊຸມຊົນໃຫ້ມີຄວາມເຂັ້ມແຂງ ແລະ ມັນຮອດເວລາແລ້ວທີ່ເຮົາຕ້ອງຮ່ວມກັນປະຕິບັດຜະດຸງຄັນຢ່າງຕັ້ງໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version