Home ຂ່າວຕ່າງປະເທດ ສ.ອາເມລິກາ ຈະຢຸດຕິຂໍ້ບັງຄັບການສັກວັກຊິນໂຄວິດ-19

ສ.ອາເມລິກາ ຈະຢຸດຕິຂໍ້ບັງຄັບການສັກວັກຊິນໂຄວິດ-19

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 3 ເດືອນພຶດສະພາ ເຈົ້າໜ້າທີ່ທຳນຽບຂາວຂອງ ສ.ອາເມລິກາ ລາຍງານວ່າ: ຝ່າຍບໍລິຫານພາຍໃຕ້ການນໍາ ຂອງປະທານາທິບໍດີໂຈໄບເດນ ຈະຢຸດຕິຂໍ້ກຳນົດ ຂອງລັດຖະບານກາງ ກ່ຽວກັບການສັກວັກຊິນ ປ້ອງກັນພະຍາດ ໂຄວິດ-19 ທີ່ເຫລືອສ່ວນໃຫຍ່ໃນອາທິດໜ້າ. ໂດຍຈະຍົກເລິກຂໍ້ກຳນົດທີ່ບັງຄັບ ສຳລັບນັກເດີນທາງຕ່າງປະເທດ, ຄົນງານ ແລະ ຜູ້ຮັບເໝົາ ຂອງລັດຖະບານກາງ, ບຸກຄະລາກອນການດູແລສຸຂະພາບ ແລະ ນັກສຶກສາກຸ່ມຜູ້ນໍາ ທີ່ ສັກວັກຊິນປ້ອງກັນໂຄວິດ -19 ຕັ້ງແຕ່ ວັນທີ 11 ພືດສະພານີ້, ຊຶ່ງເປັນວັນທີ່ພາວະສຸກເສີນ ທາງສາທາລະນະສຸກ ດ້ານພະຍາດ ໂຄວິດ-19 ຂອງປະເທດໄດ້ສິ້ນສຸດລົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version