Home ຂ່າວຕ່າງປະເທດ ຣັດເຊຍ-ສປຊ ຈະປຶກສາຫາລືການສົ່ງອອກຜະລິດຕະພັນກະສິກຳ

ຣັດເຊຍ-ສປຊ ຈະປຶກສາຫາລືການສົ່ງອອກຜະລິດຕະພັນກະສິກຳ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ, ສຳນັກຂ່າວສານ TASS ລາຍ​ງານ​ວ່າ: ລັດຖະບານຣັດເຊຍ ຈະພົບປະກັບຜູ້ຕາງໜ້າສະຫະປະຊາ​ຊາດ (ສປຊ) ປະຈຳມົດສະກູ ໃນວັນທີ 5 ພຶດສະພາ ເພື່ອປຶກສາຫາລື ກ່ຽວກັບການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍທີ່ກ່ຽວຂ້ອງເຖິງການຊຸກຍູ້ການສົ່ງອອກປຸ໋ຍ ແລະ ຜະລິດຕະພັນກະສິກຳ ຂອງ​ຣັດເຊຍ ອອກ​ສູ່ ຕະຫລາດໂລກ. ຈາກ​ນັ້ນ ທ່ານ ນາງ ມາ​ເຣຍ ຊາ​ກາ​ໂຣວາ (Maria Zakharova), ໂຄສົກກະຊວງການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ: ການປຶກສາຫາລືຮອບຕໍ່ໄປ ກ່ຽວກັບການປະຕິບັດບົດບັນທຶກຊ່ວຍຈຳ ລະຫວ່າງຣັດເຊຍ ແລະ ສປຊ ມີການເຂົ້າຮ່ວມ ຂອງທ່ານ ນາງ ຣີ​ເບ​ກາ ກຣິນ​ແພນ (Rebeca Grynspan) ເລຂາທິການໃຫຍ່ອົງການ ສປຊ ເພື່ອການຄ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version