Home ຂ່າວພາຍໃນ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຢ້ຽມຢາມຄອບຄົວຕົວແບບການປູກຜັກຫອມ

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຢ້ຽມຢາມຄອບຄົວຕົວແບບການປູກຜັກຫອມ

0

ເມື່ອບໍ່ດົນມານີ້, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍປະທານສະຫະພັນແມ່ຍິງແຂວງສາລະວັນ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມຄອບ ຄົວຕົວແບບການປູກຜັກຫອມຂອງຄອບຄົວທ່ານນາງ ໄກ່ ໄຊຍະວົງ ບ້ານວັງເປືອຍ ເມືອງເລົ່າງາມ ແຂວງສາລະວັນ. ເປັນກຽດຕ້ອນຮັບຂອງທ່ານ ສຸກັນ ແສນທະວີສຸກ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີທ່ານນາງ ວຽງໄຊ ແກ້ວວິໄລວົງ ປະທານສະຫະພັນແມ່ຍິງເມືອງ ພ້ອມຄະນະໃຫ້ການຕ້ອນຮັບ.

ທ່ານນາງ ໄກ່ ໄຊຍະວົງ ອາຍຸ 55 ປີ ເປັນຄອບຄົວຕົວແບບໃນການປູກຜັກຫອມຂາຍສົ່ງໄປຫຼາຍແຂວງ ໂດຍສະເພາະແຂວງຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ ແລະ ນະຄອນ ຫຼວງວຽງຈັນ. ມື້ໜຶ່ງສາມາດຕັດຜັກຫອມຂາຍໄດ້ 150-200 ກິໂລກຣາມ, ຂາຍໃນລາລາຄາ 1 ກິໂລກຣາມ 10.000 ກີບ. ທ່ານນາງ ໄກ່ ໄຊຍະວົງ ເປັນຄົນທີ່ມີຄວາມອົດທົນ ດຸໝັ່ນຂະຫຍັນພຽນໃນການທໍາມາຫາກິນເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີດີຂຶ້ນເລື້ອຍໆ.

ໂອກາດນີ້, ທ່ານນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ໄປທ່ຽວຊົມທໍາມະຊາດນໍ້າຕົກຕາດເລາະ, ຕາດຮັງ ແລະ ສະຖານທີ່ທ່ອງທ່ຽວສຳຄັນຕ່າງໆຂອງເມືອງເລົ່າງາມ ຕື່ມອີກ.

ຂ່າວ-ພາບ: ພອນໄຊ ແກ້ວມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version