Home ຂ່າວພາຍໃນ ການຮ່ວມມືລາວ-ຈີນ ຢູ່ໃນໄລຍະດີທີ່ສຸດ

ການຮ່ວມມືລາວ-ຈີນ ຢູ່ໃນໄລຍະດີທີ່ສຸດ

0

ສະຖາບັນການເມືອງ – ການປົກຄອງແຫ່ງຊາດລາວ (ສມປຊ) ຮ່ວມກັບວິທະຍຸໂທລະພາບສູນກາງຈີນ CMG ປະຈໍາລາວ ໄດ້ຈັດສາຍຮູບເງົາດີເດັ່ນລາວ-ຈີນ ຂຶ້ນໃນວັນທີ 2 ພຶດສະພາ ນີ້ ທີ່ ສມປຊ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 62 ປີ (25 ເມສາ 1961 – 25 ເມສາ 2023) ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າສະຖາບັນ ສມປຊ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ ພ້ອມດ້ວຍຄູ-ອາຈານ, ນັກສຶກສາຈໍານວນ 300 ກວ່າທ່ານເຂົ້າຮ່ວມຊົມ.

ໃນໂອກາດນີ້, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ ໄດ້ກ່າວວ່າ: ຮູບເງົາທີ່ນຳມາສາຍໃນມື້ນີ້ມີ 2 ເລື່ອງ ພາກເປັນພາສາລາວ ຊຶ່ງຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ເລື່ອງທຳອິດມີຊື່ວ່າ “ຄຽງຂ້າງກັນ” ເປັນຮູບເງົາສາລະຄະດີເລື່ອງສັ້ນທີ່ເລົ່າເຖິງຄວາມຮັກແພງ ແລະ ໄມຕີຈິດມິດຕະພາບອັນດີງາມລະຫວ່າງສອງອ້າຍນ້ອງທີ່ເປັນຄູສອນກັບລູກສິດໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນສາຍທາງແຫ່ງມິດຕະພາບ ແລະ ຮູບເງົາທີສອງເລື່ອງ: “ຂ້າມແມ່ນ້ຳຢ່າລູ້ໄປ” ຊຶ່ງແມ່ນຮູບເງົາທີ່ສະທ້ອນໃຫ້ເຫັນເຖິງນໍ້າໃຈສາກົນກໍາມະຊີບຂອງກອງທັບ ແລະ ປະຊາຊົນຈີນ ເພື່ອຊ່ວຍເຫຼືອ ສປປ ເກົາຫຼີ ໃນການຕໍ່ສູ້ປົດປ່ອຍຊາດ, ສະແດງໃຫ້ເຫັນທະຫານຈີນເພື່ອປົກປ້ອງສັນຕິພາບ ຄວາມຍຸຕິທຳ ປົກປ້ອງບ້ານເກີດເມືອງນອນ ແລະ ປະເທດຊາດ ບໍ່ຢ້ານນອງເລືອດ ແລະການເສຍສະຫຼະຊີວິດຂອງຕົນ, ທັງສະແດງໃຫ້ເຫັນລັດທິສາກົນກຳມະຊີບຂອງຄົນຈີນທີ່ບໍ່ຢ້ານມະຫາອຳນາດ, ຮ່ວມມືກັບຜູ້ທີ່ຮູ້ໃຈກັນ ແລະ ເດີນຕາມເສັ້ນທາງດຽວກັນໄປຕໍ່ຕ້ານກັບຜູ້ຮຸກຮານ. ຮູບເງົາສອງເລື່ອງນີ້ເປັນການສ່ອງແສງໃຫ້ເຫັນຮູບປະທຳຂອງມິດຕະພາບລາວ-ຈີນ, ຈີນ-ລາວ.

ພາຍຫລັງຊົມຮູບເງົາ, ທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າສະຖາບັນ ສມປຊ ກໍໄດ້ຕີລາຄາສູງການພົວພັນມິດຕະພາບລະຫວ່າງສອງຊາດລາວ-ຈີນ ວ່າແມ່ນການພົວພັນທີ່ຢູ່ໃນໄລຍະດີທີ່ສຸດ ແລະ ຂອບໃຈມາຍັງ CMG ທີ່ໄດ້ນໍາເອົາຮູບເງົາທັງ 2 ເລື່ອງມາສາຍໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ຮັບຊົມ ຊຶ່ງເປັນຮູບເງົາທີ່ມີຄຸນຄ່າ ແລະ ສະທ້ອນໃຫ້ເຫັນວັດທະນະທໍາຈີນ ເພື່ອໃຫ້ປະຊາຊົນລາວເຂົ້າໃຈປະເທດຈີນຫຼາຍຂຶ້ນ ຊຶ່ງເປັນການປະກອບສ່ວນເຂົ້າໃນວຽກງານການຮ່ວມມືລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ.

ຂ່າວ: ຊີອາໄອ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version