Home ຂ່າວໜ້າໜຶ່ງ ອົງການກວດສອບປະຈໍາພາກກາງ ຕີລາຄາວຽກງານຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາ

ອົງການກວດສອບປະຈໍາພາກກາງ ຕີລາຄາວຽກງານຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາ

0

ກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກ ງານຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນ ການຮອດປີ 2025 ຂອງອົງການກວດສອບປະຈໍາພາກກາງ ຈັດຂຶ້ນວັນທີ 2 ພຶດສະພາ 2023 ຢູ່ທີ່ອົງການດັ່ງກ່າວ ເປັນປະທານຂອງ ທ່ານ ຄຳມອນ ບົວພັນ ປະທານອົງການກວດສອບປະຈຳພາກກາງ ມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຕະຫຼອດຮອດ ຮອງປະທານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນໄລຍະ 5 ປີຜ່ານນັບແຕ່ 2016-2020 ອົງການກວດ ສອບປະຈຳພາກກາງ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນ ໄດ້ສຳເລັດການກວດ ສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 36 ຄັ້ງ ໄດ້ສຳເລັດການກວດສອບລັດວິສາຫະກິດ 16 ເປົ້າໝາຍ ກວດ ສອບໂຄງການລົງທຶນຂອງລັດ 8 ເປົ້າໝາຍ ແລະ ອື່ນໆ ສ່ວນໃນແຜນ ການຕໍ່ໜ້າຈະໄດ້ເອົາໃຈໃສ່ສຶບຕໍ່ຈັດຕັ້ງປະຕິບັດວຽກງານໃຫ້ມີການຂະຫຍາຍຕົວຫຼາຍກວ່າເກົ່າ ເຊິ່ງຈະໄດ້ສຸ່ມໃສ່ 6 ງານຈຸດສຸມ.

ໃນກອງປະຊຸມຍັງໄດ້ມີພິທີປະດັບຫຼຽນໄຊແຮງງານ ຫຼຽນກາແຮງງານ ມອບໃບຍ້ອງຍໍລັດຖະບານແລະ ໃບຍ້ອງຍໍທ່ານເຈົ້າຄອງ ນວ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ກໍ່ຄືພະນັກງານຂອງອົງ ການກວດສອບປະຈຳພາກກາງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version