Home ຂ່າວຕ່າງປະເທດ ເຢຍລະມັນ ຊ່ວຍຫຼຸດໂລກຮ້ອນດ້ວຍການຂາຍປີ້ລົດໂດຍສານແບບລາຍເດືອນ

ເຢຍລະມັນ ຊ່ວຍຫຼຸດໂລກຮ້ອນດ້ວຍການຂາຍປີ້ລົດໂດຍສານແບບລາຍເດືອນ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 2 ພຶດສະພາ ຜ່ານມາ, ເຢຍລະມັນ ໄດ້ເປີດຂາຍປີ້ລົດໂດຍສານສາທາລະນະຮູບແບບລາຍເດືອນ ຊຶ່ງສາມາດໃຊ້ໄດ້ທົ່ວປະເທດ ລາຄາປີ້ຈະຢູ່ທີ່ 49 ເອີໂຣ. ບັນດາຜູ້ກຳນົດນະໂຍບາຍຂອງເຢຍລະມັນກ່າວວ່າ ປີ້ຈ່າຍລາຍເດືອນແບບໃໝ່ເປັນການປະຕິຮູບ ແລະ ຫວັງວ່າມັນຈະຊ່ວຍບັນເທົາທຸກໃຫ້ກັບຜູ້ບໍລິໂພກທ່າມກາງພາວະເງິນເຟີ້ທີ່ເພີ່ມສູງຂຶ້ນລວມເຖິງກະຕຸ້ນໃຫ້ປະຊາຊົນໃຊ້ບໍລິການຂົນສົ່ງສາທາລະນະເພີ່ມຂຶ້ນ ເພື່ອຮັກສາສິ່ງແວດລ້ອມ. ປີ້ເຢຍລະມັນ (Deutschland ticket) ຄື ປີ້ຈ່າຍລາຍເດືອນສຳລັບບໍລິການລະບົບຂົນສົ່ງສາທາລະນະເກືອບທຸກຮູບແບບໃນເຢຍລະມັນ ຊຶ່ງເຮັດໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງລະບົບລົດເມ, ລົດໄຟໃຕ້ດິນ, ລົດໄຟທ້ອງຖິ່ນ ແລະ ລົດໄຟພາກພື້ນໄດ້ຢ່າງບໍ່ຈຳກັດ ຍົກເວັ້ນບໍລິການລົດໄຟຄວາມໄວສູງທາງໄກ. ສະມາຄົມບໍລິສັດຂົນສົ່ງແຫ່ງເຢຍລະມັນ (VDV) ໄດ້ຄາດຄະເນວ່າ ຈະມີປະຊາກອນປະມານ 16 ລ້ານຄົນທີ່ຊີ້ປີ້ຮູບແບບ ໃໝ່ນີ້ ຫຼັງຈາກປີ້ຖືກຈຳໜ່າຍແລ້ວປະມານ 750.000 ໃບ ໂດຍບໍ່ນັບຜູ້ທີ່ຈະປ່ຽນຈາກການສະໝັກບໍລິການຂົນສົ່ງໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ວິທີການຈັດຫາເງິນທຶນສຳລັບນະໂຍບາຍໃໝ່ນີ້ເປັນເລື່ອງທີ່ມີການປຶກສາຫາລືກັນມາຫຼາຍເດືອນ ຊຶ່ງລັດຖະບານກາງກັບລັດຕ່າງໆຂອງເຢຍລະມັນບັນລຸຂໍ້ຕົກລົງທີ່ຈະສະໜັບສະໜູນເງິນຊ່ວຍເຫຼືອ 1.500 ລ້ານເອີໂຣ ໃນການຈັດຫາເງິນທຶນ ເພື່ອຫຼີກລ່ຽງການເພີ່ມພາລະໜີ້ຂອງຜູ້ໃຫ້ບໍລິການລົດໄຟແຫ່ງຊາດ.

ທັງນີ້, ທ່ານ ໂຟນເດີ ວິສຊິງ ລັດຖະມົນຕີຄົມມະນາຄົມເຢຍລະມັນ ບໍ່ໄດ້ປະຄວາມເປັນໄປໄດ້ຂອງການຂຶ້ນລາຄາປີ້ຮູບແບບໃໝ່ໃນອະນາຄົດ ເພື່ອເຮັດໃຫ້ແນ່ໃຈວ່າ ມັນຍັງຄົງມີສັກກະຍະພາບທາງດ້ານການເງິນ ແຕ່ໃນຂະນະດຽວກັນ ການເຮັດໃຫ້ປະຊາຊົນເຊົາໃຊ້ລົດສ່ວນຕົວ ແລະ ຫັນມາໃຊ້ລະບົບຂົນສົ່ງສາທາລະນະມັນຈະເປັນເລື່ອງທີ່ເວົ້າງ່າຍກວ່າປະຕິບັດ ເນື່ອງຈາກຜູ້ໂດຍສານຈຳນວນຫຼາຍໃນພື້ນທີ່ຫ່າງໄກບໍ່ມີໂຄງສ້າງພື້ນຖານທາງລົດໄຟທີ່ສາມາດທົດແທນລົດໃຫຍ່ໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version