Home ຂ່າວພາຍໃນ ກະຊວງ ຖວທ ມອບອຸປະກອນໂທລະໂຄ່ງ 60 ຊຸດ ໃຫ້ແຂວງຫຼວງພະບາງ

ກະຊວງ ຖວທ ມອບອຸປະກອນໂທລະໂຄ່ງ 60 ຊຸດ ໃຫ້ແຂວງຫຼວງພະບາງ

0

ວັນທີ 24 ເມສາ 2023 ຢູ່ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງ ໄດ້ມີພິທີ ມອບ-ຮັບຊຸດອຸປະກອນໂທລະໂຄ່ງ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງໃນທົ່ວປະເທດ (ໄລຍະ 2) ໃຫ້ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າກົມສື່ມວນຊົນ, ຫົວໜ້າ-ຮອງຫົວໜ້າ ພະແນກ ຖວທ ແຂວງ, ຫົວໜ້າກວດກາຈາກກະຊວງ ຖວທ, ຫົວໜ້າຂະແໜງການ-ກອງວິຊາການ ພາຍໃນພະແນກ ຖວທ ແຂວງ ແລະເມືອງ 11 ເມືອງ, 01 ນະຄອນ ເປົ້າໝາຍຮັບອຸປະກອນໂທລະໂຄ່ງເຂົ້າຮ່ວມ.

ອຸປະກອນໂທລະໂຄ່ງທີ່ນໍາມາມອບໃນຄັ້ງນີ້ປະກອບມີທັງໝົດ 60 ຊຸດ, ໃນນີ້ປະກອບມີເຄື່ອງຂະຫຍາຍສຽງ 60 ໜ່ວຍ, ປາກເລີ 240 ດອກ, ສາຍໂທລະໂຄ່ງ 120 ກໍ້, ໄມໂຄໂຟນ 60 ອັນ, ປັກສຽບໄຟຟ້າ 60 ອັນ, USB 32GB 60 ອັນ, ເຄື່ອງຮັບສັນຍານວິທະຍຸ 60 ເຄື່ອງ, ຈານດາວທຽມຮັບສັນຍານວິທະຍຸ 60 ຊຸດ ແລະ ອຸປະກອນເສີມໂທລະໂຄງອີກຈຳນວນໜຶ່ງ. ໂດຍມອບໃຫ້ 11 ເມືອງ, 01 ນະຄອນ ປະກອບມີ 58 ບ້ານ 2 ຫ້ອງການ ຄື: ນະຄອນຫຼວງພະບາງ ມີ 02 ບ້ານ, ເມືອງຈອມເພັດ 05 ບ້ານ, ເມືອງໂພນໄຊ 06 ບ້ານ, ເມືອງວຽງຄຳ 06 ບ້ານ, ເມືອງປາກອູ 05 ບ້ານ, ເມືອງນໍ້າບາກ 06 ບ້ານ, ເມືອງໂພນທອງ 03 ບ້ານ, ເມືອງງອຍ 08 ບ້ານ 01 ຫ້ອງການ, ເມືອງປາກແຊງ 06 ບ້ານ, ເມືອງພູຄູນ 05 ບ້ານ, ເມືອງນານ 03 ບ້ານ 01 ຫ້ອງການ ແລະ ເມືອງຊຽງເງິນ 03 ບ້ານ.

ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ຮັບໂດຍ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ.

ພ້ອມດຽວກັນນີ້ ໃນວັນດຽວກັນ ຍັງໄດ້ຈັດໃຫ້ມີການຝຶກອົບຮົມຄວາມຮູ້ພື້ນຖານດ້ານເຕັກນິກການຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ ແລະ ການບຳລຸງຮັກສາ ທີ່ຖືກຕ້ອງ ໃຫ້ຜູ້ຮັບຜິດຊອບວຽກງານໂທລະໂຄງບັນດາເມືອງ ແລະ ນະຄອນ ເພື່ອເຮັດໃຫ້ເຄື່ອງທີນຳມາມອບໃນຄັ້ງນີ້ມີປະສິດທິຜົນສູງແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລີກເຊິ່ງ, ຮອບດ້ານ, ຮັບປະກັນໃຫ້ໄດ້ນຳໃຊ້ຍາວນານ ແລະມີຄວາມຍືນຍົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version