Home ຂ່າວໜ້າໜຶ່ງ ກະຊວງ ຖວທ ມອບ-ຮັບໂທລະໂຄ່ງໃຫ້ 7 ເມືອງເປົ້າໝາຍ ຢູ່ແຂວງອຸດົມໄຊ

ກະຊວງ ຖວທ ມອບ-ຮັບໂທລະໂຄ່ງໃຫ້ 7 ເມືອງເປົ້າໝາຍ ຢູ່ແຂວງອຸດົມໄຊ

0

ວັນທີ 26 ເມສາ 2023 ຢູ່ທີ່ພະແນກ ຖວທ ແຂວງອຸດົມໄຊ ກົມສື່ມວນຊົນ ກະຊວງ ຖວທ ໄດ້ຈັດພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ(ໄລຍະ 2) ໃຫ້ແຂວງອຸດົມໄຊ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການ, ມີທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ອຸດົມໄຊ ທັງເປັນຜູ້ຊີ້ນໍາຂົງເຂດວຽກງານ ເສດຖະກິດ, ຫົວໜ້າກົມສື່ມວນຊົນ, ຫົວໝ້າກົມກວດກາຈາກກະຊວງ ຖວທ, ມີຫົວໜ້າພະແນກ, ຮອງພະແນກ, ຫົວໝ້າ-ຮອງຫົວໝ້າຂະແໜງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຖວທ 7 ເມືອງ, ພະນັກງານວິຊາການເຕັກນິກຈາກແຂວງ, ຈາກເມືອງເປົ້າໜາຍ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຈາກກະຊວງ ຖວທ ເຂົ້ົ້າຮ່ວມ.

ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້້ ປະກອບມີ 60 ຊຸດ ໃນນີ້ປະກອບມີເຄື່ອງຂະຫຍາຍສຽງ 60 ໜ່ວຍ, ດອກປາກເລີ 240 ຊຸດ ສາຍໂທລະໂຄ່ງ 120 ກໍ້ (24,000ແມັດ) ໄມໂຄໂຟນ 60 ອັນ, ປັກສຽບໄຟຟ້າ 60 ອັນ, ຢູເອັດບີ 32 ກີກ 60 ອັນ, ເຄື່ຶອງຮັບສັນຍານວິທະຍຸ 60 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ 60 ຊຸດ ແລະ ອຸປະກອນເສີມອີກຈະນວນໜື່ງ ໂດຍມອບໃຫ້ 7 ເມືອງ 59 ບ້ານ ແລະ 1 ຫ້ອງການຄື: ເມືອງໄຊ 9 ບ້ານ, ເມືອງງາ 10 ບ້ານ, ເມືອງແບ່ງ 8 ບ້ານ,ເມືຶອງຮຸນ 8 ບ້ານ, ເມືອງປາກແບ່ງ 10 ບ້ານ, ເມືອງນາໝໍ້ 7 ບ້ານ, ເມືອງຫຼາ 7 ບ້ານ ແລະ ຫ້ອງການ ຖວທ ແຂວງ 1 ຊຸດ.

ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນກະຊວງ ຖວທ  ຮັບໂດຍ ທ່ານ ບຸນທັນ ສຸລິຍະວົງ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ໂດຍຊ່ອງໜ້າ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້່າຮ່ວມເປັນສັກຂີພິຍານ ແລ້ວຈະໄດ້ມອບຕໍ່ໃຫ້ບັນດາ 7 ເມືອງເປົ້າໜາຍ.

ພາຍຫຼັງໄດ້ຈັດພິມອບ-ຮັບຊຸດອຸປະກອນໂທລະໂຄ່ງແລ້ວ ກໍ່ໄດ້ຝືກອົບຮົມກ່ຽວກັບຄວາມຮູ້ພື້ນຖານດ້ານເຕັກນິກຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາຢ່າງຖືກຕ້ອງ ເພື່ອໃຫ້ຍືນຍົງ ໃຫ້ແກ່ພະນັກງານວິຊາການເຕັກນິກຂອງແຂວງ ແລະ ບັນດາ 7 ເມືອງເປົ້າໝາຍ.

ໃນຕອນທ້າຍຂອງພິທີ ບັນດາຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ຕື່ມອີກ ຊຸດຝຶກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version