Home ຂ່າວໜ້າໜຶ່ງ ຫ້ອງວ່າການສູນກາງພັກ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກ ປະກາດການຈັດຕັ້ງ

0

ຫ້ອງວ່າການສູນກາງພັກ ປະກາດການຈັດຕັ້ງ ໃນວັນທີ 26 ເມສາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະປະຈຳພັກ, ຄະນະພັກ, ຄະນະກົມ ແລະ ພະນັກງານ-ລັດຖະກອນທົ່ວຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ໃນພິທີ ສະຫາຍ ຄໍາພອນ ສຸວັນນະແສງ ຄະນະພັກຫ້ອງວ່າການສູນກາງພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຕຳ ແໜ່ງບໍລິຫານຂັ້ນຫົວໜ້າກົມຈຳນວນ 1 ສະຫາຍ(ເປັນເພດຍິງ) ແລະ ຕໍາແໜ່ງຜູ້ຊ່ວຍວຽກເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຈໍານວນ 1 ສະຫາຍ, ພ້ອມທັງ ຜ່ານຂໍ້ຕົກລົງຂອງຫ້ອງວ່າການສູນກາງພັກ ວ່າດ້ວຍການເລື່ອນຮອງພະແນກ ເປັນຫົວໜ້າພະແນກຈຳນວນ 6 ສະຫາຍ, ຍິງ 4 ສະຫາຍ, ເລື່ອນວິຊາການເປັນຮອງຫົວໜ້າພະແນກ 9 ສະຫາຍ, ຍິງ 8 ສະຫາຍ, ພ້ອມທັງ ຮັບເອົາພະນັກງານລັດຖະກອນ ທີ່ຍົກຍ້າຍມາຈາກພາກສ່ວນອື່ນຈຳນວນ 1 ສະຫາຍ.

ໂອກາດນີ້ ສະຫາຍ ຄຳຜາ ພິມມະສອນ ໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງພ້ອມກັນຍົກສູງ ຄວາມຮັບຜິດຊອບ ແລະ ມີຄວາມເສຍສະລະສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃໝ່, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດໃນການປະບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນໄປເລື້ອຍໆ ສາມາດຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ຄົ້ນຄວ້າປະດິດສ້າງ, ກ້າເຮັດ-ກ້າຮັບຜິດ ຊອບຕໍ່ໝາກຜົນຂອງການປະຕິບັດວຽກງານ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ ໃນວຽກງານການເປັນເສນາທິການໃຫ້ແກ່ ຫ້ອງວ່າການສູນກາງພັກ ໃຫ້ມີປະສິດທິພາບ, ປະສິດທິຜົນຍິ່ງໆຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version