Home ຂ່າວພາຍໃນ ເຊກອງຈະສູ້ຊົນສ້າງບ້ານ ແລະ ຄອບຄົວ ວັດທະນະທໍາໃຫ້ບັນລຸແຜນ

ເຊກອງຈະສູ້ຊົນສ້າງບ້ານ ແລະ ຄອບຄົວ ວັດທະນະທໍາໃຫ້ບັນລຸແຜນ

0

ຕາມການລາຍງານຂອງທ່ານ ນາງ ວຽງສະໄໝ ວົງວິຈິດ ຮອງຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໃຫ້ຮູ້ວ່າ: ແຕ່ນີ້ຮອດທ້າຍປີ 2024 ພະແນກ ຖວທ ແຂວງ ຈະສຸມໃສ່ປະຕິບັດແຜນວຽກຈຸດສຸມຂອງຕົນ ໂດຍສະເພາະວຽກງານສ້າງບ້ານ ແລະ ສ້າງຄອບຄົວວັດທະນະທໍາໃຫ້ບັນລຸຕາມເປົ້າໝາຍແຜນການທີ່ວາງໄວ້. ໃນນີ້, ສູ້ຊົນສ້າງບ້ານວັດທະນະທໍາໃຫ້ໄດ້ຕື່ມອີກ 15 ບ້ານ 700 ຄອບຄົວ ແລະ ສ້າງບ້ານວັດທະນະທໍາແບບ ຢ່າງໃຫ້ໄດ້ເມືອງລະ 1-2 ບ້ານ.

ພ້ອມນີ້, ກໍເອົາໃຈໃສ່ເສີມ​ຂະຫຍາຍ​, ອະນຸລັກຮັກສາມູນ​ເຊື້ອ ​ແລະ ​ຄຸນຄ່າ​ມໍຣະດົກ​ວັດທະນະທຳ​ອັນ​ດີງາມ ​ຂອງ​ຊາດ ​ຂອງ​ເຜົ່າໃຫ້​​ຍືນ​ຍົງ; ຕ້ານ, ສະກັດ​ກັ້ນ ແລະ ແກ້ໄຂ​ສິ່ງ​ຫຍໍ້ທໍ້​ທາງ​ດ້ານ​ວັດທະນະທຳ​, ສົ່ງ​ເສີມ​ການຈັດ​ງານ​ເທສະ​ການ, ງານ​ບຸນ​ປະ​ເພນີ​ບັນດາ​ເຜົ່າ; ຊຸກຍູ້ສົ່ງເສີມການເຄື່ອນໄຫວດ້ານສີລະປະ-ວັນນະຄະດີໃຫ້ເປັນຂະບວນກວ້າງຂວາງ; ​ເກັບ​ກຳ​ຂໍ້​ມູນ​ສິ​ລະ​ປະ​​ເຜົ່າດັ້ງ​ເດີມ​ຂອງແຂວງ ເພື່ອນຳ​ເອົາ​ຂໍ້​ມູນ​ມາຜະລິດ​ບົດ​ຟ້ອນ ຂອງ​ແຕ່​ລະ​​ເຜົ່າໃຫ້ໄດ້ເຜົ່າ​ລະ 5 ບົດ; ຈັດງານສະແດງສີລະປະວັດທະນະທໍາ ແລະ ງານປະກວດຂັບລຳທ້ອງຖີ່ນ; ເກັບກຳຂໍ້ມູນວິຖີຊີວິດ, ການນຸ່ງຖືຂອງບັນດາ ເຜົ່າ, ຂຽນປະຫວັດຄວາມເປັນມາຂອງມໍລະດົກຂັ້ນທ້ອງຖິ່ນໃຫ້ສໍາເລັດ 5 ແຫ່ງ ແລະ ສະເໜີເປັນມໍລະດົກຂອງຊາດໃຫ້ໄດ້ 1-2 ແຫ່ງ; ເຄື່ອນໄຫວເຜີຍແຜ່ກົດໝາຍ ວ່າດ້ວຍສີລະປະການສະແດງ, ຕິດຕາມກວດກາປ້າຍ​ຂອງ​ບັນດາ​ບໍລິສັດ, ສ່ວນ​ບຸກຄົນ​ຢູ່ບັນດາເມືອງ ແລະ ອອກອະນຸຍາດຕາມ​ການ​ແບ່ງ​ຂັ້ນຄຸ້ມ​ຄອງ; ຄຸ້ມຄອງການພີມ, ສິ່ງພິມຢູ່ພາຍໃນ ແລະ ການນຳເຂົ້າຈາກຕ່າງປະເທດ ເພື່ອສະກັດກັ້ນບໍ່ໃຫ້ບັນດາສິ່ງພິມທີ່ເປັນພິດໄພ ແລະ ລາມົກອານາຈານເລັດລອດເຂົ້າມາຈໍາໜ່າຍຢູ່ພາຍໃນແຂວງ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງຮ້ານອິນເຕີແນັດຄາເຟໃຫ້ເຂົ້າສູ່ລະບຽບການ.

ທ່ານ ນາງ ວຽງສະໄໝ ວົງວິຈິດ ໃຫ້ຮູ້ຕື່ມວ່າ: ໃນປີ (2020-2022) ແຂວງເຊກອງ ສາມາດສ້າງບ້ານວັດທະນະທໍາໄດ້ 18 ບ້ານ ເທົ່າກັບ 78,27% ແລະ ສ້າງຄອບຄົວວັດທະນະທໍາໄດ້ 3.734 ຄອບຄົວ ເທົ່າກັບ 119,6% ຂອງແຜນການ. ໃນນີ້, ປີ 2020 ສ້າງບ້ານວັດທະນະທໍາໄດ້ 8 ບ້ານ ເທົ່າກັບ 80% ສ້າງຄອບຄົວວັດທະນະທຳໄດ້ 1.845 ຄອບຄົວ ເທົ່າກັບ 132%; ປີ 2021 ສ້າງບ້ານວັດທະນະທຳໄດ້ 7 ບ້ານ ເທົ່າກັບ 100%, ສ້າງຄອບຄົວວັດທະນະທຳໄດ້ 1.845 ຄອບຄົວ ເທົ່າກັບ 132%; ປີ 2022 ສ້າງບ້ານວັດທະນະທໍາໄດ້ 3 ບ້ານ ເທົ່າກັບ 50%, ສ້າງຄອບຄົວວັດທະນະທຳໄດ້ 474 ຄອບຄົວ ເທົ່າກັບ 94,8%. ພ້ອມນີ້, ກໍໄດ້ປະເມີນຄືນບ້ານ ແລະ ຄອບຄົວ ວັດທະນະທໍາທີ່ປະກາດແລ້ວຈໍານວນ 27 ບ້ານ 4.841 ຄອບຄົວ.

#Medailaos#sekong

#ຂ່າວ-ພາບ: ສັນຍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version