Home ຂ່າວຕ່າງປະເທດ ທົ່ວໂລກ ພວມຕິດຕັ້ງພະລັງງານແສງຕາເວັນ ເພີ່ມຂຶ້ນ25%

ທົ່ວໂລກ ພວມຕິດຕັ້ງພະລັງງານແສງຕາເວັນ ເພີ່ມຂຶ້ນ25%

0

ສຳນັກ​ຂ່າວ ​ຊິນ​ຮວາ ​ຂອງ ສປ ຈີນ,ວັນທີ 25ເມສານີ້, ສະຖາບັນ ເສດຖະກິດ ພະລັງງານ ແລະ ການວິເຄາະ ການເງິນ (IEEFA) ລາຍງານວ່າ: ກຳລັງ​ການ​ຜະ​ລິດສະ​ສົມຂອງ​ພະລັງງານ​ ແສງຕາ​ເວັນ (PV) ​ແບບ​ຕິດຕັ້ງ ແລະ ​ແບບນໍາໃຊ້ ໃນທົ່ວໂລກ ໃນປີ 2022 ເພີ່ມຂຶ້ນ ຫລາຍກວ່າ 25% ​ສົ່ງ​ຜົນ​ໃຫ້​ມີ​ການ​ຕິດຕັ້ງ ​ແລະ ​ໃຊ້​ພະລັງງານ​​ແສງຕາ​ເວັນທົ່ວ​ໂລກ 240 ກິ​ກາ​ວັດ ​ໃນ​ນີ້ ສປ ຈີນ ຍັງ​ເປັນ​ປະ​ເທດ​ ຕິດຕັ້ງ ​ແລະ ຜະລິດ​ແຝງພະລັງງານ​ແສງຕາ​ເວັນ ຫລາຍ​ທີ່​ສຸດ​ໃນ​ໂລກ ກວມ​ເອົາ 106 ກິ​ກາ​ວັດ ຫລື ປະມານ 44% ຂອງ​ກຳລັງ​ການ​ຜະລິດທີ່​ເພີ່ມ​ຂຶ້ນທົ່ວ​ໂລກ.

ຂະນະ​ທີ່ ສະຫະພາບ ​ເອີຣົບ(ອີ​ຢູ) ມີ​ກຳລັງ​ການ​ຜະລິດ ຕິດຕັ້ງ​ ແຝງ​ພະລັງງານ ​ແສງຕາ​ເວັນ​ໃໝ່ 38,7 ກິ​ກາ​ວັດ ​ໃນ​ປີ2022 ​ເພີ່ມ​ຂື້ນ​ຈາກ 27 ກິ​ກາ​ວັດ ​ໃນ​ປີ2021 ​ແລະ 20ກິ​ກາ​ວັດ ​ໃນ​ປີ2020 ​ແລະ ອີ​ຢູ ຍັງ​ເປັນ​ຕະຫລາດ ​ຂະໜາດ​ໃຫຍ່ ອັນ​ດັບ 2​ ໃນ​ດ້ານ​ກຳລັງ ​ການ​ຜະລິດ ​ສະ​ສົມ 209,3 ກິ​ກາ​ວັດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version