Home ບຸນປະເພນີ ພູມໃຈໃນຄວາມເປັນລາວ ສືບສານປະເພນີບຸນປີໃໝ່ລາວ

ພູມໃຈໃນຄວາມເປັນລາວ ສືບສານປະເພນີບຸນປີໃໝ່ລາວ

0

ປະເພນີບຸນປີໃໝ່ລາວເປັນປະເພນີທີ່ສືບທອດກັນມາແຕ່ບູຮານນະການ ຕິດພັນກັບຮີດ 12 ຄອງ 14 ຂອງລາວ. ບຸນປີໃໝ່ລາວຖືເປັນບຸນປະຈຳຊາດ ເປັນບຸນປາງໃຫຍ່ຂອງປວງຊົນລາວຊາວພຸດ ຊຶ່ງໄດ້ມີການສະເຫຼີມສະຫຼອງງານບຸນດັ່ງກ່າວຂຶ້ນໃນທຸກໆປີໃນຂອບເຂດທົ່ວປະເທດ ເພື່ອເປັນການອະນຸລັກຮັກສາສົ່ງເສີມຮີດຄອງປະເພນີວັດທະ ນະທຳອັນດີງາມຂອງຊາດໄວ້ໃຫ້ຄົງຢູ່ຄູ່ກັບຊາວລາວຕະຫຼອດໄປ.

ການສະເຫຼີມສະຫຼອງງານບຸນປີໃໝ່ລາວ ຄ.ສ 2023 ມີບັນຍາກາດຄືກຄື້ນມ່ວນຊື່ນກວ່າທຸກໆ ປີຜ່ານມາ, ມີຫຼາຍກິດຈະກຳຖຶກຈັດຂຶ້ນເພື່ອກະຕຸ້ນການທ່ອງທ່ຽວໃຫ້ມີຄວາມເບິກບານມ່ວນຊື່ນດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຕິດພັນກັບການໂຄສະນາເຜີຍແຜ່ວັດທະນະທຳອັນດີງາມຂອງລາວໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມເປັນເອກະລັກຂອງຊາດຢ່າງແທ້ຈິງ ຊຶ່ງການສະເຫຼີມສະຫຼອງໄດ້ຈັດຂຶ້ນເປັນເວລາ 3 ວັນກົງກັບວັນທີ 14, 15, 16 ເມສາ 2023 ໂດຍມີບັນດາການນຳພັກ-ລັດຂັ້ນສູງ, ພໍ່ແມ່ປະຊາຊົນໄດ້ເປັນເຈົ້າການນຳພາລູກຫຼານ ພ້ອມກັນສືບສານປະເພນີບຸນປີໃໝ່ລາວຢ່າງເບິກບານມ່ວນ ຊື່ນມີຄວາມໝາຍສຳຄັນຢ່າງເລິກເຊິ່ງຕໍ່ປະເທດຊາດ.

ໂດຍສະເພາະໃນວັນທີ 14 ເມສາຜ່ານມາ ຊຶ່ງເປັນມື້ບຸນມື້ທຳອິດ ທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ນໍາພາປວງຊົນລາວທັງຊາດເຂົ້າຮ່ວມພິທີອັນເຊີນພະພູດທະຮູບສິ່ງສັກສິດຄູ່ບ້ານຄູ່ເມືອງຢູ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ລົງຫົດສົງ ຊຶ່ງເປັນປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານນະການເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກຂອງຊາດໄວ້ຢ່າງຍືນຍົງຄົງຢູ່ກັບລູກຫຼານລາວຕະຫຼອດໄປ.

ເທດສະການບຸນປີໃໝ່ລາວ ເປັນການເຕົ້າໂຮມຄວາມສາມັກຄີໃນຄອບຄົວໃຫ້ມາພົບໜ້າພໍ້ຕາກັນ ພົບປະສັງສັນ ບາສີສູ່ຂວັນ, ສົມມາຄາລະວະພໍ່ແມ່ຜູ້ມີພະຄຸນ, ອວຍໄຊໃຫ້ພອນຊຶ່ງກັນ ແລະ ກັນ, ຫົດສົງຍາດຕິພີ່ນ້ອງເພື່ອໃຫ້ຮ່າງກາຍມີຄວາມຊຸ່ມເຢັນ ແລະ ຫົດສົງພະພຸດທະຮູບຢູ່ຕາມວັດວາອາຮາມຕ່າງໆ ເພື່ອຂໍພອນໃຫ້ຄອບຄົວຢູ່ດີມີຄວາມສຸກກາຍສະບາຍໃຈ.

ນອກຈາກນັ້ນກໍຍັງມີກິດຈະກຳອື່ນໆ ທີ່ຕິດພັນກັບງານບຸນປະເພນີດັ່ງກ່າວ ຊຶ່ງງານບຸນປີໃໝ່ລາວເປັນວັດທະນະທຳ ຮີດຄອງປະເພນີທີ່ສວຍສົດງົດງາມຂອງປວງຊົນລາວທັງຊາດ ພວກເຮົາລູກຫຼານລາວ ຄົນລາວມີຄວາມພາກພູມໃຈ ຫວງແຫນອະນຸລັກວັດທະນະທຳທີ່ງົດງາມນີ້ໃຫ້ຄົງຢູ່ຄູ່ຊາດລາວຄົນລາວຕະຫຼອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version