Home ທຸລະກິດ ອັດ​ຕາ​ເງິນ​ເຟີ້​ໄຕ​ມາດ 1 ຂອງ​ປີ​ 2023 ຍັງ​ຢູ່​ລະ​ດັບ​ສູງ

ອັດ​ຕາ​ເງິນ​ເຟີ້​ໄຕ​ມາດ 1 ຂອງ​ປີ​ 2023 ຍັງ​ຢູ່​ລະ​ດັບ​ສູງ

0

ອັດ​ຕາ​ເງິນ​ເຟີ້​ຂອງ ສປປ ລາວ ໃນເດືອນມີນາ 2023 ຢູ່ໃນລະດັບ 41,0%, ​ເມື່ອ​ທຽບ​ໃສ່​ເດືອນ​ມີ​ນາ 2022 ແຕ່​ເມື່ອ​ທຽບ​ໃສ່​ເດືອນ​ກຸມ​ພາ 2023 ຫຼຸດ​ລົງ​ເລັກ​ໜ້ອຍ​ (ເດືອນກຸມພາ 2023 ແມ່ນ 41,3%), ແຕ່​ເມື່ອສະເລ່ຍອັດຕາເງິນເຟີ້ ໄຕມາດ 1 ປີ 2023 ຢູ່ໃນລະດັບ 40,8% ຖື​ວ່າ​ຍັງ​ຢູ່​ໃນ​ລະ​ດັບ​ສູງ. ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ອອກ​ບົດ​ລາຍ​ງານ​ສະ​ພາບ​ອັດ​ຕາ​ເງິນ​ເຟີ້​ປະ​ຈຳ​ເດືອນ​ມີ​ນາ 2023 ​ໃຫ້​ຮູ້​ວ່າ: ອັດ​ຕາ​ເງິນ​ເຟີ້​ຂອງ ສປປ ລາວ ໃນເດືອນມີນາ 2023 ຢູ່ໃນລະດັບ 41,0%, ໝວດທີ່ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 51,0%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 41,8%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 41,7%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,9%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 35,0%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 27,2%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,7%.

ບົດ​ລາຍ​ງານ​ຍັງ​ໃຫ້​ຮູ້​ວ່າ: ເດືອນມີນາ 2023 ເຫັນວ່າ ຫຼາຍລາຍການສິນຄ້າຍັງມີທ່າອ່ຽງເພີ່ມຂຶ້ນ (ໂດຍສະເລ່ຍເພີ່ມຂຶ້ນ 1,6%), ໃນນັ້ນ, ລາຄາເຂົ້າສານປະເພດ 1 ເພີ່ມຈາກ ລາຄາສະເລ່ຍ 14.384 ກີບ/ກິໂລ ໃນເດືອນກຸມພາ ເປັນ 14.637 ກີບ/ກິໂລ, ຊີ້ນໝູ ເພີ່ມຈາກ 74.458 ກີບ/ກິໂລ ມາເປັນ 76.349 ກີບ/ກິໂລ, ລາຄາຊີ້ນງົວປະເພດ 1 ເພີ່ມຈາກ 96.579 ກີບ/ກິໂລ ມາເປັນ 105.725 ກີບ/ກິໂລ. ແນວໃດກໍຕາມ, ບາງລາຍການສິນຄ້າກໍໄດ້ປັບລົງເມື່ອທຽບກັບເດືອນຜ່ານມາເປັນຕົ້ນແມ່ນ ນ້ໍາມັນກະ ຊວນ, ໄຂ່ໄກ່ ແລະ ຜັກສົດ. ພ້ອມກັນນັ້ນ, ຄາດວ່າ ທ່າອ່ຽງລາຄາສິນຄ້າໃນ ເດືອນເມສາ 2023 ອາດສູງຂຶ້ນ ເມື່ອທຽບກັບປັດຈຸບັນ ເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກອາດຈະເພີ່ມຂຶ້ນ ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ເທດສະການປີໃໝ່ລາວ ແລະ ສະພາບການເໜັງຕີງຂອງລາຄາສິນຄ້ານໍາເຂົ້າທີ່ຍັງບໍ່ສາມາດຄາດຄະເນໄດ້ຢ່າງແນ່ນອນ. ສະນັ້ນ, ຄາດວ່າລະດັບອັດຕາເງິນເຟີ້ໃນ ເດືອນເມສາ 2023 ຈະສືບຕໍ່ຢູ່ໃນລະດັບທີ່ເພີ່ມຂຶ້ນ ຈາກເດືອນມີນາ.

ສ່ວນສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາສິນຄ້າກໍຍັງມາຈາກທັງປັດໄຈພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນ (1) ການໃຊ້ນະໂຍບາຍແບບຮັດກຸມເພື່ອຫຼຸດຜ່ອນອັດຕາເງິນເຟີ້ໂດຍການ​ປັບຂຶ້ນອັດຕາດອກເບ້ຍນະໂຍບາຍຂອງ ປະເທດເສດຖະກິດໃຫຍ່ ໄດ້ສົ່ງ​ຜົນກະທົບເຖິງການໄຫຼຂອງເງິນຕາ ແລະ ເຮັດໃຫ້ເງິນຕາແຂງຄ່າຂຶ້ນໂດຍສະເພາະແມ່ນ ເງິນໂດລາແຂງຄ່າ. ​ໃນ​ຂະ​ນະ​ດຽວກັນນັ້ນ ເງິນປະເທດຄູ່ຄ້າກໍອ່ອນຄ່າລົງ ລວມທັງເງິນກີບ ຊຶ່ງກະທົບເຖິງລາຄາສິນຄ້ານໍາເຂົ້າຂອງ ສປປ ລາວ; (2) ສະຖານະການຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ຄວາມຂັດແຍ່ງທາງດ້ານເສດຖະກິດຂອງປະເທດມະຫາອໍານາດ ເຮັດໃຫ້ມີການຈໍາກັດການຜະລິດ ແລະ ຂົນສົ່ງພະລັງງານເຊື້ອໄຟ ແລະ ສິນຄ້າກະສິກໍາ ເຮັດໃຫ້ລາຄານໍ້າມັນ ແລະ ບາງສິນຄ້າກະສິກໍາ ຖີບໂຕຂຶ້ນສູງ; (3) ຖານຜະລິດ ພາຍໃນປະເທດຍັງບໍ່ທັນເຂັ້ມແຂງ, ສ່ວນຫຼາຍແມ່ນເ​ອື່ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າປະເພດປັດໄຈການຜະລິດ (ຝຸ່ນວິທະຍາສາດ, ຫົວອາຫານສັດ, ຢາວັກຊິນສໍາລັບສັດ), ເຄື່ອງມື ແລະ ວິທະຍາສາດອື່ນໆ ແມ່ນໄດ້ນໍາເຂົ້າ, ດັ່ງນັ້ນ ເມື່ອລາຄາສິນຄ້າຢູ່ຕ່າງປະເທດສູງຂຶ້ນ ຈຶ່ງສົ່ງຜົນໃຫ້ລາຄາສິນຄ້າຢູ່ພາຍໃນປັບຂຶ້ນ​ໄປຕາມໆ​ກັນ; (4) ຄວາມອາດສາມາດໃນການແຊກແຊງຕະຫຼາດອັດຕາແລກປ່ຽນມີຄວາມຈໍາກັດ ແລະ ການຄຸ້ມຄອງລາຄາສິນຄ້າຢູ່ພາຍໃນຍັງບໍ່ທັນໄດ້ດີເທົ່າຄວນ.

ພ້ອມກັນນັ້ນ, ເມື່ອສັງເກດເບິ່ງໂຄງສ້າງລາຄາສິນຄ້າ ທີ່ຜະລິດຢູ່ພາຍໃນເປັນຕົ້ນແມ່ນ: ເຂົ້າ, ຊີ້ນ ແລະ ປາ ເຫັນວ່າ ຕົ້ນທຶນການຜະລິດເຂົ້າໄດ້ນໍາໃຊ້ວັດຖຸດິບ ຫຼື ປັດໄຈການຜະລິດມາຈາກຕ່າງປະເທດໃນສັດສ່ວນທີ່ຫລາຍສົມຄວນ. ຕົວຢ່າງ: ການຜະລິດເຂົ້ານາປີນໍາໃຊ້ ປຸ໋ຍ ກວມ 15,31% ຂອງຕົ້ນທຶນທັງໝົດ ແລະ ນ້ໍາມັນກະຊວນ ປະມານ 7,98% ຂອງຕົ້ນທຶນການຜະລິດທັງໝົດ; ການຜະລິດ ຫຼື ການ​ລ້ຽງປາກະຊັງ ມີການນໍາເຂົ້າຫົວອາຫານປາ ແລະ ລູກປານ້ອຍກວມ 84,85% ຂອງຕົ້ນທຶນການຜະລິດທັງ ໝົດ ແລະ ການຜະລິດໝູພັນ ນໍາໃຊ້ຫົວອາຫານ, ລູກໝູນ້ອຍກວມ 82,63% ຂອງຕົ້ນທຶນການຜະລິດທັງໝົດ. ດັ່ງນັ້ນ, ການຜະລິດສິນຄ້າເຫຼົ່ານີ້ ຖ້າຫາກສືບຕໍ່ນໍາໃຊ້ປັດໄຈການຜະລິດຈາກຕ່າງປະເທດແມ່ນຈະໄດ້ຮັບຜົນກະທົບຫຼາຍ ເພາະ​ວ່າ ຖ້າ​ລາຄາສິນຄ້າຢູ່ຕ່າງປະເທດເພີ່ມຂຶ້ນ ແລະ ເມື່ອອັດຕາແລກປ່ຽນສະກຸນເງິນພາຍໃນອ່ອນຄ່າ ຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ.

ຂ່າວ: ຄ. ຄຳ​ປະ​ສິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version