Home ຂ່າວການເມືອງ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນພົວພັນສາກົນຊັ້ນສູງ, ກະຊວງການຕ່າງປະເທດ ແຫ່ງ...

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນພົວພັນສາກົນຊັ້ນສູງ, ກະຊວງການຕ່າງປະເທດ ແຫ່ງ ສ. ກູບາ

0

ໃນວັນທີ 05 ເມສາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນພົວພັນສາກົນຊັ້ນສູງ, ກະຊວງການຕ່າງປະເທດ ແຫ່ງ ສ. ກູບາ ກ່ຽວກັບ ການຮ່ວມມືດ້ານພັດທະນາຊັບພະຍາ ກອນມະນຸດ ສໍາລັບ ການຝຶກອົບຮົມ ແລະ ຍົກລະດັບທັກສະວິຊາຊີບ ຂອງນັກການທູດ ພາຍໃຕ້ການເພີ່ມທະວີການພົວພັນ ລະຫວ່າງ ສອງສະຖາບັນ. ສໍາລັບຝ່າຍລາວ ໃຫ້ກຽດລົງນາມໂດຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ສ່ວນສະຖາບັນພົວພັນສາກົນຊັ້ນສູງ ຂອງ ສ. ກູບາ ໃຫ້ກຽດຕາງໜ້າລົງນາມໂດຍ ທ່ານ ນາງ Enna Esther VIANT VALDES, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ກູບາ ປະຈໍາ ສປປ ລາວ, ໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເປັນສັກຂີພະຍານ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານ ຈາກ ສະຖາບັນການຕ່າງປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ ເຂົ້າຮ່ວມທັງໝົດ 20 ທ່ານ.

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືແບບເພື່ອນມິດ ລະຫວ່າງ ສອງສະຖາບັນ ກໍ່ຄື ສອງກະຊວງການຕ່າງປະເທດ ແລະ ເປັນການສ້າງກົນໄກການຮ່ວມມື ກັບ ສະຖາບັນພົວພັນສາກົນຊັ້ນສູງກູບາ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ໃນຫຼັກສູດການຮຽນ-ການສອນ, ຝຶກອົບຮົມ, ການຄົ້ນຄວ້າບັນຫາພົ້ນເດັ່ນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນັ້ນ, ກໍ່ເພື່ອເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ ເພື່ອເປັນເອກະສານອ້າງອີງ ໃຫ້ແກ່ທັງຝ່າຍລາວ ແລະ ສ. ກູບາ ໃນການພົວພັນຮ່ວມມືກັນໃນອານາຄົດ.

ສປປ ລາວ ແລະ ສ. ກູບາ ໄດ້ມີສາຍພົວພັນການທູດອັນຍາວນານເປັນເວລາ 49 ປີ ເຊິ່ງໃນວັນທີ 04 ພະຈິກ 1974 ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ມີການຮ່ວມມືແບບເພື່ອນມິດຕະຫຼອດມາ. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ປີ 1975, ການພົວພັນການທູດ ລະຫວ່າງ ສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ໃຫ້ການສະໜັບສະ ໜູນເຊີ່ງກັນ ແລະ ກັນ, ມີການແລກປ່ຽນການຢ້ຽມຢາມກັນຢ່າງເປັນປົກກະຕິທັງດ້ານວຽກພັກ ແລະ ວຽກລັດ ໃນລະດັບສູງສຸດ ຈົນເຖີງວິຊາການ, ມີການເຊັນບົດບັນທຶກການຮ່ວມມືກັນໃນຫຼາຍຂົງເຂດເຊັ່ນວ່າ: ດ້ານການເມືອງ, ເສດຖະ ກິດ- ສັງຄົມ, ດ້ານສາທາລະນະສຸກ, ສຶກສາທິ ການ ແລະ ກິລາ, ຂໍ້ມູນຂ່າວສານ ແລະ ອື່ນໆ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version