Home ຂ່າວໜ້າໜຶ່ງ ຜົນສໍາເລັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4

ຜົນສໍາເລັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4

0

ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້້າພາບຈັດຂຶ້ນໃນຕອນເຊົ້າວັນທີ 5 ເມສາ 2023 ທີ່ຫໍປະຊຸມແຫ່ງ ຊາດ, ນະຄອນຫລວງວຽງຈັນ. ພາຍຫລັງສໍາເລັດກອງປະ ຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມສຸດຍອດຄັ້ງນີ້ ເລີ່ມຕົ້ນແຕ່ວັນທີ 2 ເຖິງວັນທີ 5 ເມສາ 2023, ໂດຍມີກອງປະຊຸມສໍາມະນາວິຊາການສາກົນ ແຕ່ວັນທີ 2-3 ເມສາ 2023 ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ ຈາກທົ່ວໂລກ ທີ່ສົນໃຈກ່ຽວກັບແມ່ນໍ້າຂອງ, ອັນເປັນເວທີສຳຄັນທີ່ບັນດາຜູ້ເຂົ້າຮ່ວມ ໄດ້ມີໂອກາດແລກ ປ່ຽນແນວຄິດ, ຄວາມຮູ້ແບບປະຍຸກທາງດ້ານວິຊາການ ແລະ ປະສົບການຕົວຈິງ ກ່ຽວກັບ ນະວັດຕະກໍາທີ່ກ່ຽວ ຂ້ອງກັບນໍ້າ ເພື່ອສົ່ງເສີມ ແລະ ຜັນຂະຫຍາຍການຮ່ວມມືໃນຂົງເຂດແມ່ນໍ້າຂອງ. ກອງປະຊຸມຍັງໄດ້ກັ່ນກອງເອົາແນວຄວາມຄິດ ກ່ຽວກັບການພັດທະນາ ແລະ ບັນຫາທີ່ສໍາຄັນຕ່າງໆ ໃນການຄຸ້ມຄອງອ່າງແມ່ນໍ້າຂອງ. ໃນວັນທີ 04 ເມສາ 2023, ໄດ້ມີກອງປະຊຸມລັດຖະມົນຕີ ເພື່ອກະ ກຽມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນຄັ້ງທີ 4, ຫົວໜ້າລັດຖະ ບານ ແລະ ຜູ້ຕາງໜ້າ ລັດຖະບານ ຈາກປະເທດສະມາຊິກ ໄດ້ຢັ້ງຢືນຄືນເຖິງຄຳໝາຍໝັ້ນທາງການເມືອງອັນສູງສົ່ງຂອງຕົນ ທີ່ມີຕໍ່ສັນຍາແມ່ນໍ້າຂອງປີ 1995 ກໍ່ຄືບົດບາດໜ້າທີ່ຫຼັກຂອງການຮ່ວມມື ເພື່ອພັດທະນານໍ້າ ແລະ ຊັບ ພະຍາກອນທີ່ກ່ຽວຂ້ອງກັບນໍ້າ ໃນອ່າງແມ່ນໍ້າຂອງຢ່າງຍືນຍົງ ໂດຍໄດ້ມີການຮັບຮອງຖະແຫຼງການວຽງຈັນ. ຖະແຫຼງການວຽງຈັນດັ່ງກ່າວ ໄດ້ສະແດງໃຫ້ເຫັນຜົນສໍາເລັດຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການສຽມຣຽບ ກໍ່ຄືນັບຕັ້ງແຕ່ກອງປະຊຸມສຸດຍອດ ຄັ້ງທີ 3 ຈົນເຖິງປັດຈຸບັນ, ລວມທັງການຢືນຢັນເຖິງການສືບຕໍ່ຈັດຕັ້ງປະຕິບັດຍຸດທະ ສາດພັດທະນາອ່າງແມ່ນໍ້າຂອງ ທີ່ອີງໃສ່ຫຼັກການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ບັນດາຍຸດທະສາດ ກໍຄືບົດແນະນໍາ ແລະ ລະບຽບການຕ່າງໆ ທີ່ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ມີໂອກາດປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການນໍາໃຊ້ນໍ້າພາຍໃນອ່າງ.

ຖະແຫຼງການວຽງຈັນ ຍັງໄດ້ກຳນົດຄວາມຄາດຫວັງໃນການສົ່ງເສີມແຜນດຳເນີນງານການຮ່ວມມືກັນ ເພື່ອສ້າງປະໂຫຍດສູງສຸດ ຈາກການໝູນໃຊ້ນະວັດຕະກຳໃໝ່ ເຂົ້າໃນການພັດທະນາເຄື່ອງມື ແລະ ນະໂຍບາຍເພື່ອຮັບມືກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນຢູ່ໃນອ່າງແມ່ນ້ຳຂອງ. ສະນັ້ນ ນັບແຕ່ມື້ນີ້ເປັນຕົ້ນໄປບັນດາປະເທດສະມາຊິກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງຖະແຫຼງການວຽງຈັນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ.

ໃນນາມປະເທດເຈົ້າພາບກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການປະກອບສ່ວນໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຕະຫຼອດມາ. ພ້ອມທັງສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາສື່ມວນຊົນ ທີ່ໄດ້ມາຮ່ວມໃນພິທີໃນຄັ້ງນີ້ ແລະ ຂໍໃຫ້ນໍາເອົາຜົນກອງປະຊຸມໄປເຜີຍແຜ່ສູ່ສັງຄົມໃຫ້ໄດ້ຮັບຮູ້ຢ່າງກວ້າງ ຂວາງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version