Home ຂ່າວການເມືອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວສູນກະຈາຍສຽງ-ໂທລະພາບ ກອງທັບປະຊາຊົນຫວຽດນາມ

ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວສູນກະຈາຍສຽງ-ໂທລະພາບ ກອງທັບປະຊາຊົນຫວຽດນາມ

0

ໃນຕອນເຊົ້າ, ຂອງວັນທີ 5 ເມສາ 2023, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ສູນກະຈາຍສຽງ-ໂທລະພາບກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດການສະເຫຼີມສະຫຼອງວັນປົດ ປ່ອຍພາກເໜືອຂອງລາວ ຄົບຮອບ 70 ປີ (ວັນທີ13/4/1953-13/4/2023) ທີ່ຈະມາເຖິງນີ້. ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ: ການພົວພັນອັນສະໜິດແໜ້ນ ແບບອ້າຍນ້ອງ ລະຫວ່າງສອງຊາດ ພວກເຮົາ ເຊີ່ງໄດ້ປະກົດຂື້ນ ແລະ ໄດ້ຮັບການຊຸບຫຼໍ່ໃນປະຫວັດສາດມາເປັນພັນໆປີ ໃນການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ ນັບມື້ນັບໄດ້ຮັບການເປີດກວ້າງຂະຫຍາຍຕົວ ໂດຍສະເພາະນັບຕັ້ງແຕ່ ເກີດມີ ແລະ ໄດ້ຮັບການນໍາພາອັນສະຫຼາດສ່ອງໄສ ຂອງພັກກອມມູນິດອິນດູຈີນ, ກໍຄືພັກກອມ ມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວໃນປະຈຸບັນ. ພິເສດພາຍຫຼັງມີການກຳເນີດຂອງລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕຫວຽດ ນາມ ( ວັນທີ 2/9/1945 ) ແລະ ລັດຖະບານລາວອິດສະຫຼະ ( ວັນທີ 12/10/1945 ) ເປັນພື້ນຖານນໍາເອົາຄວາມສາມັກຄີ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງສອງປະເທດຫວຽດນາມ -ລາວ ກ້າວຂື້ນສູ່ລະດັບຮ່ວມສໍາພັນສູ້ຮົບ. ພາຍຫຼັງຍາດໄດ້ອໍານາດມາມື, ລັດ ຖະບານຂອງສອງປະເທດ ໄດ້ລົງນາມໃນສົນທິສັນຍາການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດ ໃນວັນທີ 16/10/1945 ແລະ ສັນຍາຈັດຕັ້ງກອງທັບປະສົມລາວ-ຫວຽດ ໃນວັນທີ 30/10/1945, ເຊີ່ງເປັນບັນດາເອກະ ສານພື້ນຖານດ້ານກົດໝາຍທີ່ເປັນທາງການທໍາອິດ ເພື່ອໃຫ້ສອງປະເທດຫວຽດ ນາມ-ລາວ ໄດ້ຮ່ວມມື ແລະ ສາມັກຄີກັນສູ້ຮົບຕ້ານສັດຕູຮ່ວມກັນ.

ສໍາລັບການຕໍ່ສູ້ຕ້ານຝະລັ່ງ ທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າຄວາມຍຸ້ງຍາກລໍ້າບາກ, ເສຍສະຫຼະ, ຄຽງບ່າຄຽງໄຫຼ່ ຮ່ວມກັບກອງທັບລາວອິດສະ ຫຼະຕໍ່ສູ້ ແລະ ໄດ້ຮັບໄຊຊະນະຢ່າງສະ ຫງ່າລາສີ. ຈາກການປະສານສົມທົບສູ້ຮົບດ້ວຍບັ້ນຕີຂະໜາດນ້ອຍ, ທະຫານອາສາສະໝັກຫວຽດນາມ ແລະ ກອງທັບລາວອິດສະຫຼະ ຍິ່ງຕີຍິ່ງເຂັ້ມແຂງ, ຍິ່ງຕີຍິ່ງເຕີບໃຫ່ຍ, ປະສານສົມທົບກັບກຳລັງທະຫານຫຼວງຂອງຫວຽດນາມ ເຄື່ອນທັບເຂົ້າມາເປີດບັ້ນຮົບຂະໜາດໃຫ່ຍ, ຈົນຍາດໄດ້ໄຊຊະນະ, ໃນນັ້ນຕ້ອງໄດ້ເວົ້າເຖິງບັ້ນຮົບຢູ່ທາງພາກເໜືອຂອງລາວ, ເລີ່ມແຕ່ວັນທີ 13/4 ເຖິງ ວັນທີ 18/5/1953 ປົດປ່ອຍແຂວງຫົວພັນ, ສ່ວນໃຫ່ຍຂອງແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ, ເປີດກວ້າງການຕໍ່ສູ້ຂອງລາວ, ເຊື່ອມຕໍ່ກັບເຂດພາກເໜືອຕາເວັນຕົກຂອງຫວຽດນາມ.

ທ່ານທູດຍັງໃຫ້ຮູ້ຕື່ມວ່າ: ໄຊຊະນະຢູ່ພາກເໜືອຂອງລາວມີຄວາມໝາຍສໍາຄັນທີ່ສຸດ ຕໍ່ກັບພາລະກິດປົດປ່ອຍຊາດ, ຍາດເອົາເອກະລາດ, ເສລີພາບຂອງສອງປະເທດພວກເຮົາ. ກ່ອນອື່ນໝົດ, ກຳລັງດິບຂອງສັດຕູ ໄດ້ຖືກດັບສູນຢ່າງຫຼວງຫຼາຍ, ລະ ບົບການຈັດວາງທະຫານຂອງຝະລັ່ງໃນສະໜາມຮົບອິນດູຈີນ ຖືກຕົກຢູ່ໃນທ່າຮັບ, ກຳລັງເຄື່ອນທີ່ ຖືກກົດດັນໃຫ້ບອບບາງ ແລະ ແຕກກະແຈກກະຈາຍອອກໄປ. ໄຊຊະນະຢູ່ພາກທາງເໜືອຂອງລາວ ໄດ້ປະກອບສ່ວນເຂົ້າໃນການສ້າງສະ ພາບການໃໝ່ທີ່ເອື້ອອຳນວຍໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດຂອງລາວ, ນໍາເອົາການປະຕິວັດລາວ ຈາກບ່ອນທີ່ມີຖານທີ່ໝັ້ນນ້ອຍ ໄປສູ່ບ່ອນທີ່ມີຖານທີ່ໝັ້ນອັນກວ້າງໃຫ່ຍ ແລະ ຕິດກັບເຂດປົດປ່ອຍຂອງຫວຽດນາມ. ນອກຈາກນັ້ນໂດຍຜ່ານໄຊຊະນະຢູ່ທາງພາກເໜືອຂອງລາວ, ກຳລັງສູ່ຮົບຂອງລາວ ໄດ້ຮັບການຫຼໍ່ຫຼອມຈາກແປວໄຟສົງຄາມ ແລະ ເຕີບໃຫ່ຍເຂັ້ມແຂງຂື້ນ, ຄວາມເຊື່ອໝັ້ນຕໍ່ຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເສີມຂະຫຍາຍ. ພ້ອມນີ້, ໄຊຊະນະທາງພາກເໜືອຂອງລາວຄັ້ງນີ້ ໄດ້ກາຍເປັນຂີດໝາຍທີ່ສໍາຄັນໃນການພັດທະ ນາຄວາມສາມັກຄີຮ່ວມສໍາພັນສູ້ຮົບຫວຽດ-ລາວ. ນີ້ບໍ່ພຽງແຕ່ແມ່ນໄຊຊະນະກ່ຽວກັບດ້ານການທະຫານພຽງຢ່າງດຽວ, ແຕ່ຍັງແມ່ນໄຊຊະນະແຫ່ງນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງກອງທະຫານອາສາສະໝັກອີກດ້ວຍ. ໄຊຊະນະດັ່ງກ່າວນີ້ ໄດ້ປະກອບສ່ວນຢັ້ງຢືນເຖິງບົດບາດອັນໃຫ່ຍຫຼວງ ຂອງການພົວພັນສາມັກຄີສູ້ຮົບ, ທີ່ສະໜິດຕິດພັນ ລະຫວ່າງກອງທັບ ແລະ ປະຊາຊົນຂອງສອງປະເທດ ໃນສົງຄາມຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອເອກະ ລາດແຫ່ງຊາດ. ບໍ່ສະເພາະແຕ່ໄຊຊະນະຢູ່ທາງພາກເໜືອຂອງລາວ, ເມື່ອຫວນຄືນເບີ່ງຍ່ານທາງແຫ່ງປະຫວັດສາດອັນລະອິດລະອ້ຽວທີ່ຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບສາຍພົວພັນສາມັກຄີພິເສດ ລາວ- ຫວຽດນາມ, ຫວຽດນາມ-ລາວ ໄດ້ກາຍເປັນກົດເກນ ແຫ່ງການຂະຫຍາຍຕົວເປັນປັດໃຈທີ່ສໍາຄັນໃນການຮັບປະ ກັນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ ແລະ ທັງເປັນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງຊາດ. ໃນສະພາບການຂອງໂລກ ແລະ ພາກພື້ນ ກຳລັງຜັນແປໄປຢ່າງວ່ອງໄວ ແລະ ສັບສົນກວ່າເວລາໃດໝົດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຕ້ອງຮ່ວມແຮງຮ່ວມໃຈກັນ,ຮັກສາ ແລະ ປົກປ້ອງ, ເສີມສ້າງ, ເສີມຂະຫຍາຍມູນເຊື້ອສາມັກຄີດັ່ງກ່າວນັ້ນຢ່າງຂັ້ມແຂງ ບໍ່ຢຸດຢັ້ງ, ສືບຕໍ່ນໍາເອົາພາລະກິດປະຕິວັດຂອງສອງຊາດພວກເຮົາ ກ້າວຂື້ນສູ່ເປົ້າໝາຍສັງຄົມນິຍົມຢ່າງໜັກແໜ້ນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ພາບ ແລະ ຂ່າວ: ສະຖານທູດລາວປະຈຳຮ່າໂນ່ຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version